ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂທຸກຢ່າງເພື່ອໃຫ້ທ່ານພັນເອກ Sotnichenko Dmytro Viktorovych ປະຕິບັດສໍາເລັດໜ້າທີ່ຢ່່າງຈົບງາມ; ສະເໜີທ່ານທູດປ້ອງກັນຊາດ ຢູແກຣນ ສືບທອດໝາກຜົນຂອງຜູ້ເກົ່າ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ສຸມໃສ່ເຂົ້າໃນຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນ; ບໍາລຸງສ້າງ; ຊຸກຍູ້ການປັບປຸງກົນໄກແລກປ່ຽນນະໂຍບາຍປ້ອງກັນຊາດ, ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດສອງປະເທດ... ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີທ່ານພັນເອກ Sotnichenko Dmytro Viktorovych ລາຍງານ, ສະເໜີກັບກະຊວງປ້ອງກັນປະເທດ ຢູແກຣນ ຄົ້ນຄວ້າຄວາມສາມາດຮ່ວມມືໃນຂົງເຂດເສນາຮັກ, ໂດຍສະເພາະແມ່ນພິຈາລະນາຊ່ວຍເຫຼືອວັກຊິນກັນໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດຫວຽດນາມ; ເນັ້ນໜັກວ່າສິ່ງເຫຼ່ົານີ້ແມ່ນມີຄວາມໝາຍທີ່ສຸດ ໃນການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນປະຈຸບັນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຮວ່າງຫວູ.

ສ່ວນທ່ານພັນເອກ Kuzmenko Sergii Mykolaiovich ກໍ່ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ທ່ານ ປະຕິບັດສໍາເລັດໜ້າທີ່ຢູ່ຫວຽດນາມ; ແລະປາດຖະໜາວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Sotnichenko Dmytro Viktorovych ປະຕິບັດສໍາເລັດໜ້າທີ່ຂອງຕົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ໂດຍ: ໄຊນີດາ