leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ພິທີຍ້ອງຍໍຊົມເຊີຍ. ພາບ: qdnd.vn.

ຕາມບົດລາຍງານທີ່ພິທີ, ໂດຍໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ, ກົມໃຫຍ່ພະລາທິການ, ກົມໃຫຍ່ເຕັກນິກ ແລະອົງການທີ່ກ່ຽວຂ້ອງຂອງກະຊວງ, ການນໍາ ແລະຫົວໜ້າອົງການ, ກົມກອງໄດ້ຕັ້ງໜ້າ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດວຽກງານກະກຽມທຸກດ້ານເປັນຢ່າງດີ... ໃນຂອບເຂດອາມີເກມ 2021 ປະສົບສໍາເລັດຜົນຢ່າງດີງາມ. ຜົນການແຂ່ງຂັນທີ່ອາມີເກມ 2021, ຄະນະນັກກິລາກອງທັບປະຊາຊົນຫວຽດນາມ ຢືນອັນດັບທີ 7/42 ປະເທດ, ເຂດແຄວ້ນ. ຄຽງຂ້າງນັ້ນ, ອາມີເກມ 2021 ສ້າງຂີດໝາຍເປັນຄັ້ງທໍາອິດທີ່ຫວຽດນາມ ເປັນເຈົ້າພາບຈັດການແຂ່ງຂັນກິລາສອງລາຍການພາຍໃນປະເທດນັ້ນແມ່ນການແຂ່ງຂັນກິລາປະເພດຍິງປືນ ແລະການແຂ່ງຂັນກິລາກູ້ໄພສຸກເສີນ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ, ການເຂົ້າຮ່ວມການແຂ່ງຂັນກິລາມີຄວາມໝາຍຢ່າງແທດຈິງ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະຄວາມສາມາດຂອງກອງທັບປະຊາຊົນຫວຽດນາມ ສຳລັບການເຄື່ອນໄຫວການທະຫານສາກົນ; ແມ່ນໂອກາດ ເພື່ອໃຫ້ພວກເຮົາຮໍ່າຮຽນ, ຖອດຖອນບົດຮຽນໃນການຝຶກແອບກຽມພ້ອມສູ້ຮົບ ແລະເປັນປະເທດຈັດຕັ້ງການແຂ່ງຂັນກິລາ, ເປັນຕົ້ນແມ່ນການສໍາຜັດ ແລະນໍາໃຊ້ອາວຸດຍຸດໂທປະກອນໃໝ່, ທັນສະໄໝ, ຜ່ານນັ້ນຍົກສູງຖານະບົດບາດຂອງຫວຽດນາມ ເວົ້າລວມ ແລະຂອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ໃນເວທີສາກົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ມອບໃບຍ້ອງຍໍໃຫ້ໝູ່ຄະນະດີເດັ່ນໃນ ອາມີເກມ 2021. ພາບ: qdnd.vn.

ທີ່ພິທີ, ການນໍາກະຊວງປ້ອງກັນປະເທດໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນອາມີເກມ 2021.

ໂດຍ: ທະນາພອນ