leftcenterrightdel
ກອງເຮືອ 2 ຂຶ້ນແຜນການປ້ອງກັນ, ຕ້ານພາຍຸ. ພາບ: qdnd.vn.

ຄ້າຍທະຫານຊາຍແດນດ່ານກໍາປັ່ນເກືອຫຼໍ່-ເບັ໊ນຖຸ໊ຍ ໄດ້ສົມທົບກັບກໍາລັງເຈົ້າໜ້າທີ່, ຄະນະພັກ ແລະອໍານາດການປົກຄອງທ້ອງຖິ່ນຜັນຂະຫຍາຍວິທີການຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານພາຍຸ. ຢູ່ຕາມທ່າກໍາປັ່ນຕ່າງໆ, ກົມກອງໄດ້ຈັດສົ່ງກຳລັງໄປໂຄສະນາເຜີຍແຜ່ໂດຍກົງ ແລະຊ່ວຍປະຊາຊົນມັດດຶງເຮືອໄວ້ເພື່ອປ້ອງກັນ,  ຫຼີກການຊົນກັນ, ຕຳກັນເມື່ອເກີດພາຍຸ. ຢູ່ຕາມທ່າກໍາປັ່ນຕ່າງໆມີເຮືອເຂົ້າທຽບທ່າຫຼາຍລຳເພື່ອຫຼົບຫຼີກພາຍຸ, ກໍາລັງຂອງກົມກອງໄດ້ຄວບຄຸມຢ່າງແໜ້ນແຟ້ນ ແລະບໍ່ໃຫ້ເຮືອອອກໄປໄກຝັ່ງ; ພາຫະນະຂົນສົ່ງ, ເຮືອບັນທຸກສິນຄ້າຢູ່ທ່າກໍາປັ່ນໄດ້ຮຽກຮ້ອງໃຫ້ຫຼຸດປະລິມານຂົນສົ່ງລົງ ເພື່ອຮັບປະກັນຄວາມປອດໄພ; ຍານພາຫະນະພວມຂົນສົ່ງສິນຄ້າໄປຍັງເຂດຈອດເຮືອດ່ວນເພື່ອໃຫ້ທັນການ...

ຢູ່ບໍລິເວນຊາຍແດນ, ກົມກອງເຂດພູດອຍທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການສ້າງແຜນການ, ວິທີການປ້ອງກັນ, ຕ້ານພາຍຸ, ກວດກາຄືນບັນດາເຂດທີ່ມີຄວາມສ່ຽງເກີດນ້ຳແກ່ງນ້ຳຊຸ, ນໍ້າຖ້ວມ, ດິນເຊາະເຈື່ອນເພື່ອມີວິທີການຍົກຍ້າຍປະຊາຊົນຢ່າງຮີບດ່ວນ, ຮັບປະກັນຄວາມປອດໄພ.

ໂດຍ: ທະນາພອນ