ກ່າວຄຳເຫັນທີ່ການເຈລະຈາ, ທ່ານພົນຕີ ເລດຶກທ໊າຍ ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງທະຫານຊາຍແດນຫວຽດນາມ ແລະບັນດາກຳລັງກ່ຽວຂ້ອງຂອງອົດສະຕາລີ, ໃນນັ້ນມີກໍາລັງຊາຍແດນອົດສະຕາລີ ນັບມື້ນັບພັດທະນາ ແລະບັນລຸໄດ້ໝາກຜົນຕັ້ງໜ້າໃນຫຼາຍຂົງເຂດ, ຄື: ຄຸ້ມຄອງ ແລະຄວບຄຸມການເຂົ້າ-ອອກເມືອງ; ການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ, ການປ້ອງກັນ, ຕ້ານການອົບພະຍົບຜິດກົດໝາຍ; ...

ຜູ້ບັນຊາການກໍາລັງຊາຍແດນອົດສະຕາລີ Michael Outram ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງ 2 ກອງທັບ; ຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານບໍາລຸງສ້າງ ແລະແບ່ງປັນຂໍ້ມູນຂ່າວສານ; ສະກັດກັ້ນ ແລະຕ້ານການອົບພະຍົບຜິດກົດໝາຍ; ...

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຫງອັກທື

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳຂ້າມຊາດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງການໄປໄປທັດສະນະສຶກສາຕົວຈິງ, ...

2 ຝ່າຍເຫັນດີສືບຕໍ່ຍູ້ແຮງການສົມທົບກັນໃນວຽກງານໂຄສະນາສື່ສານວົງຄະນະຍາດ ເພື່ອຍົກສູງຄວາມຮູ້ ແລະຄວາມເຂົ້າໃຈໃຫ້ປະຊາຊົນຢູ່ເຂດຊາຍແດນ, ພິເສດແມ່ນເຂດຊາຍແດນທາງທະເລກ່ຽວກັບຄວາມສ່ຽງ ແລະຜົນຮ້າຍຢ້ອນຫຼັງຈາກການອົບພະຍົບຜິດກົດໝາຍໄປ ອົດສະຕາລີ.

ກໍາລັງຊາຍແດນອົດສະຕາລີ ຈະສືບຕໍ່ສົມທົບ, ໜູນຊ່ວຍກອງບັນຊາການທະຫານຊາຍແດນ ຈັດຕັ້ງບັນດາຊຸດຝຶກອົບຮົມ ເພື່ອຍົກສູງຄວາມສາມາດຄວບຄຸມການເຂົ້າ-ອອກເມືອງ, ການຕ້ານ, ສະກັດກັ້ນອາດຊະຍາກຳ; ຝຶກອົບຮົມວຽກງານກວດກາຄົ້ນພົບໜັງສືຜ່ານແດນປອມ ແລະເອກະສານປອມ, ກວດກາເຮືອ; ໜູນຊ່ວຍສອນພາສາອັງກິດໃຫ້ພະນັກງານປະຕິບັດງານຢູ່ດ່ານຊາຍແດນ ແລະຄວບຄຸມຊາຍແດນຂອງທະຫານຊາຍແດນຫວຽດນາມ.

leftcenterrightdel
ທ່ານພົນຕີ ເລດຶກທ໊າຍ ແລະທ່ານ Michael Outram ທີ່ພິທີລົງນາມໃນຈົດໝາຍເຫດ. ພາບ: ຫງອັກທື

ສິ້ນສຸດການພົບປະເຈລະຈາ, ທ່ານພົນຕີ ເລດຶກທ໊າຍ ແລະທ່ານ Michael Outram ໄດ້ລົງນາມໃນຈົດໝາຍເຫດກ່ຽວກັບການເຈລະຈາບົດບັນທຶກຊ່ວຍຈໍາ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກໍາລັງຊາຍແດນ, ກະຊວງພາຍໃນລັດຖະບານອົດສະຕາລີ.

ໂດຍ: ທະນາພອນ