ຕາມທ່ານພັນເອກພິເສດ ຫງວຽນຫວຽດຮຶງ, ຫົວໜ້າກອງຊ່າງແສງຫວຽດນາມ, ຜູ້ບັນຊາກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຢູ່ ຄະນະປະຕິບັດງານ UNISFA ແລ້ວ, ຜົນສໍາເລັດເບື້ອງຕົ້ນຂອງໂຄງການຄ້າຍທະຫານອັດສະລິຍະ ຢູ່ Highway ເວົ້າສະເພາະ ແລະບັນດາໂຄງການຄ້າຍທະຫານອັດສະລິຍະຕ່າງໆໃນຂອບເຂດຄະນະປະຕິບັດງານເວົ້າລວມ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ບັນດາພະນັກງານ, ພາລະກອນຂອງສະຫະປະຊາຊາດ ໃນການປະກອບສ່ວນເຂົ້າໃນການປະຕິບັດພາລະກິດຮັກສາສັນຕິພາບ.

leftcenterrightdel
ພິທີຕັດແຖບຜ້າເປີດນຳໃຊ້ຄ້າຍທະຫານອັດສະລິຍະຢູ່ຖານທັບ Highway. ພາບ: ຫາຍອ໊ຽນ

ຕີລາຄາກ່ຽວກັບຄວາມໝາຍຂອງການປະຕິບັດໂຄງການ, ທ່ານ Robert Kirwood, ຫົວໜ້າຫ້ອງໜູນຊ່ວຍພື້ນທີ່ຕົວຈິງ, ຄະນະປະຕິບັດງານ UNISFA ເນັ້ນໜັກວ່າ ໂຄງການຄ້າຍທະຫານອັດສະລິຍະປະກອບສ່ວນຮັບປະກັນຄວາມປອດໄພ, ຮັກສາບັນດາການເຄື່ອນໄຫວຮັກສາສັນຕິພາບຢູ່ປະເທດປະຈຳຖິ່ນ. ໂຄງການຄ້າຍທະຫານອັດສະລິຍະຢູ່ Highway ເຖິງວ່າ ຈະບໍ່ແມ່ນໂຄງການທໍາອິດຢູ່ຄະນະປະຕິບັດງານ UNISFA ກໍ່ຕາມແຕ່ພັດແມ່ນໂຄງການທໍາອິດທີ່ປະສົບຜົນສໍາເລັດດ້ວຍຮູບແບບຄ້າຍທະຫານອັດສະລິຍະ.

ໄປຄຽງຄູ່ກັບການຜັນຂະຫຍາຍການກໍ່ສ້າງໂຄງການຄ້າຍທະຫານອັດສະລິຍະ ຢູ່ Highway, ກອງຊ່າງແສງຫວຽດນາມ ກໍ່ເລີ່ມຜັນຂະຫຍາຍການສ້າງຄ້າຍທະຫານອັດສະລິຍະໃຫ້ບັນດາກົມກອງທີ່ຕັ້ງທັບຢູ່ເຂດ Abyei.

ໂດຍ: ສົມເພັດ