ຕາມບົດລາຍງານແລ້ວ, ອະນຸກຳມະການບໍລິຫານ-ປ້ອງກັນຄວາມສະຫງົບ ໄດ້ສົມທົບກັບບັນດາອະນຸກຳມະການ ຂຶ້ນກັບຄະນະຈັດຕັ້ງເພື່ອສ້າງຮ່າງແຜນການກຽມພ້ອມສູ້ຮົບ, ປົກປັກຮັກສາການເຄື່ອນໄຫວທີ່ງານວາງສະແດງ; ກວດກາ, ປັບປຸງ, ເພີ່ມເຕີ່ມແຜນການ, ອີງຕາມສະພາບຕົວຈິງ ແລະຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ; ສົມທົບກັບກົມພົວພັນຕ່າງປະເທດ ເພື່ອຝຶກອົບຮົມໃຫ້ນາຍທະຫານຕິດຕໍ່ສື່ສານ, ແປ່ພາສາແນໃສ່ຮັບໃຊ້ງານວາງສະແດງ. ພ້ອມທັງ, ຊຸກຍູ້ ແລະແນະນໍາເຫຼົ່າທັບທະຫານອາກາດ-ປ້ອງກັນອາກາດ ສ້າງ ແລະປັບປຸງແຜນການບິນຄຳນັບຊົມເຊີຍງານວາງສະແດງ; ປະເມີນແຜນການຝຶກອົບຮົມຮັບໃຊ້ງານວາງສະແດງຂອງເຫຼົ່າຮົບທະຫານພິເສດ, ກອງບັນຊາການທະຫານຊາຍແດນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮົ່ງຟາ

ເນັ້ນໜັກເຖິງຄວາມສຳຄັນຂອງງານວາງສະແດງ, ທ່ານພົນໂທ ປຸ່ງສີ້ເຕິນ ຮຽກຮ້ອງອະນຸກຳມະການບໍລິຫານ-ປ້ອງກັນຄວາມສະຫງົບສືບຕໍ່ຄົ້ນຄວ້າ, ປັບປຸງບັນດາແຜນການໃຫ້ດີທີ່ສຸດ, ຈັດຕັ້ງການສົມທົບກັບບັນດາກຳລັງ, ເພີ່ມທະວີການສົມທົບກັນ, ມານະພະຍາຍາມຮັບປະກັນຜົນສຳເລັດຂອງງານວາງສະແດງ, ປະກອບສ່ວນແຜ່ຂະຫຍາຍພາບພົດປະເທດຊາດ, ກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະອຸດສາຫະກຳປ້ອງກັນຊາດເວົ້າສະເພາະ.

ໂດຍ: ຈາງຫງວຽນ