ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາເຫດການປະຫວັດສາດ, ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຊົນຫວຽດນາມ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ; ແມ່ນສັນຍາລັກທີ່ມີຊີວິດຊີວາແຫ່ງຄວາມສາມັກຄີ, ການຮ່ວມສຳພັນສູ້ຮົບອັນຍິ່ງໃຫຍ່ລະຫວ່າງສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ເວົ້າສະເພາະ ແລະສາມປະເທດອິນດູຈີນ ເວົ້າລວມ; ແມ່ນປະຖົມປັດໄຈເພື່ອໃຫ້ຊາດຫວຽດນາມ ແລະປະຊາຊົນລາວ ທັບມ້າງແອກປົກຄອງຂອງລະບອບລ່າເມືອງຂຶ້ນ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫວຽດຈຸງ

ທ່ານພົນເອກ ຟານວັນຢາງ ກໍ່ສະແດງຄວາມຕື້ນຕັນໃຈເມື່ອຮູ້ວ່າ, ໃນວັນທີ 6 ພຶດສະພາ, ພັກ, ລັດຖະບານ ແລະລັດລາວ ກໍ່ໄດ້ຈັດຕັ້ງການໂຮມຊຸມນຸມມິດຕິງລະດັບຊາດ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ; ໂດຍຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງ, ແມ່ນໂອກາດເພື່ອໃຫ້ສອງປະເທດເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ພ້ອມທັງສະແດງຄວາມຮູ້ບຸນຄຸນ, ຢ້ຽມຢາມຖາມຂ່າວບັນດານັກຮົບເກົ່າລາວ ທີ່ເຄີຍ “ຄຽງບ່າຄຽງໄຫຼ່” ພ້ອມກັບກອງທັບປະຊາຊົນຫວຽດນາມ ໃນໄລຍະຕໍ່ສູ້, ເປັນຕົ້ນແມ່ນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະບັ້ນຮົບດ້ຽນບຽນຝູ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະທີ່ການຕ້ອນຮັບ. ພາບ: ຫວຽດຈຸງ

ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ເຫັນດີເປັນເອກະພາບຕໍ່ການຕີລາຄາການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາວ່າ ທັງສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍຕາມແຜນການຮ່ວມມືປີ 2024, ບັນລຸໄດ້ໝາກຜົນທີ່ແທດຈິງ. ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມໃຫ້ມີປະສິດທິຜົນ, ພິເສດແມ່ນສຸມໃສ່ປະຕິບັດວຽກງານສະຫຼຸບອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ລາວ ໄລຍະ 2020-2024 ໃຫ້ເປັນຢ່າງດີ, ຈາກນັ້ນ ແມ່ນສ້າງ ແລະລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືໄລຍະ 2025-2029 ດ້ວຍບັນດາເນື້ອໃນການຮ່ວມມືທີ່ແທດຈິງ, ນໍາການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ພັດທະນາແບບຍືນຍົງ.

ທ່ານພົນເອກ ຟານວັນຢາງ ຫວັງວ່າ ຈະໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ຢູ່ນະຄອນຫຼວງຮ່າໂນ້ຍ, ໃນລະຫວ່າງວັນທີ 19-22 ທັນວາ ປີ 2024.

ໂດຍ: ຈາງຫງວຽນ