ທີ່ງານວາງສະແດງ, ທ່ານພົນໂທ ຝຸ່ງສີເຕີ໋ນ ໄດ້ຕີລາຄາສູງທີ່ຕັ້ງ ແລະບົດບາດຂອງ DAPA ແລະຫວັງວ່າ DAPA ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສ.ເກົາຫຼີ. ທ່ານ Seok Jong-gun ຜູ້ອຳນວຍການ DAPA ໄດ້ຢືນຢັນເຖິງການຖືເປັນສໍາຄັນການຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ ແລະຫວັງວ່າ 2 ຝ່າຍຈະສືບຕໍ່ມີການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນໃນຂົງເຂດອຸດສາຫະກຳປ້ອງກັນຊາດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຝຸ່ງສີເຕີ໋ນ ຢ້ຽມຢາມຮ້ານຄ້າຂອງ Viettel. ພາບ: ທູຮວ່າ

ທີ່ການເຮັດວຽກ ແລະການພົບປະກັບບັນດາຄູ່ຮ່ວມມື, ທ່ານພົນໂທ ຝຸ່ງສີເຕີ໋ນ ໄດ້ຂອບອົກຂອບໃຈບັນດາກະຊວງປ້ອງກັນປະເທດທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມງານວາງສະແດງສາກົນປ້ອງກັນຊາດຫວຽດນາມ ຄັ້ງທຳອິດໃນປີ 2022 ແລະຫວັງວ່າກະຊວງປ້ອງກັນປະເທດ, ກອງທັບ ແລະວິສາຫະກິດປ້ອງກັນຊາດຂອງບັນດາປະເທດຈະສືບຕໍ່ສະໜັບສະໜູນ ແລະເຂົ້າຮ່ວມງານຕະຫຼາດນັດປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ເຊິ່ງຈະຈັດຂຶ້ນໃນວັນທີ 19 – 22 ທັນວາ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. DSA ແມ່ນໜຶ່ງໃນງານວາງສະແດງດ້ານປ້ອງກັນຊາດທີ່ໃຫຍ່ທີ່ສຸດ ແລະມີອິດທິພົນຊື່ສຽງທີ່ສຸດທີ່ມາເລເຊຍ ຈັດຕັ້ງ.

ເຂົ້າຮ່ວມ DSA 2024, ກຸ່ມອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ແນະນໍາບັນດາກຸ່ມຜະລິດຕະພັນອຸດສາຫະກໍາປ້ອງກັນຊາດ ລວມມີ: Radar, ຕໍ່ສູ້ເອເລັກໂຕນິກ, optoelectronics, ການສື່ສານ ແລະຄຳສັ່ງອັດຕະໂນມັດ,...

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະເຂົ້າຮ່ວມ ແລະວາງສະແດງບັນດາຜະລິດຕະພັນຢູ່ບັນດາເຫດການອຸດສາຫະກຳປ້ອງກັນຊາດແມ່ນບັນດາການເຄື່ອນໄຫວຮ່ວມມືສາກົນ ເພື່ອປະຕິບັດນະໂຍບາຍຂອງພັກ ແລະລັດກ່ຽວກັບການກໍ່ສ້າງ, ພັດທະນາອຸດສາຫະກຳປ້ອງກັນຊາດຫວຽດນາມ ຕາມທິດເປັນເຈົ້າການ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃຊ້ໄດ້ສອງໜ້າທີ່, ທັນສະໄໝ, ໂດຍສະເພາະແມ່ນມະຕິເລກທີ 08-NQ/TW ລົງວັນທີ 26 ມັງກອນ 2022 ຂອງກົມການເມືອງ ກ່ຽວກັບການຊຸກຍູ້ການພັດທະນາອຸດສາຫະກຳປ້ອງຊາດຮອດປີ 2030 ແລະຊຸມປີຕໍ່ໄປຢ່າງແຂງແຮງ.

ໂດຍ: ໄຊນີດາ