ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຢຸຍງອກ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຂົງຮ່າ

ຕາງໜ້າການນຳກະຊວງຕຳຫຼວດຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນຢຸຍງອກ ຂ່ຳນັບຮັບຕ້ອນສະຫາຍ ຄຳກິ່ງ ຜຸຍຫຼ້າມະນີວົງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ທີ່ມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ເພື່ອເຫັນດີເປັນເອກະພາບບັນດາເນື້ອໃນຮ່ວມມືຈຸດສຸມລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ.

ສຳລັບໂຄງການສ້າງລະບົບຂໍ້ມູນຊຸມຊົນ,  ບັດປະຈຳຕົວໃຫ້ລາວ, ຮອງລັດຖະມົນຕີສອງທ່ານໄດ້ເຫັນດີຕໍ່ທັດສະນະທີ່ວ່າ ນີ້ແມ່ນໂຄງການທີ່ການນຳພັກ, ລັດຖະບານສອງປະເທດໄດ້ເອົາໃຈໃສ່ດ້ວຍຫຼາຍລາຍການ, ໜ້າທີ່ວຽກງານຕ້ອງໄດ້ຜັນຂະຫຍາຍ. ພ້ອມທັງຢັ້ງຢືນວ່າ ດ້ວຍການຊີ້ນຳຢ່າງຂ້ຽວຂາດ, ເລິກເຊິ່ງຂອງການນຳສອງກະຊວງ ແລະຄວາມມານະພະຍາຍາມຂອງບັນດາກົມກອງທີ່ກ່ຽວຂ້ອງ, ສອງຝ່າຍຈະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.

leftcenterrightdel
 
leftcenterrightdel
ທ່ານຮອງລັດຖະມົນຕີ ຫງວຽນຢຸຍງອກ ແລະທ່ານຮອງລັດຖະມົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ. ພາບ: ຂົງຮ່າ

ກ່ຽວຂ້ອງເຖິງໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດຢູ່ແຂວງວຽງຈັນຂອງລາວ, ທ່ານຮອງລັດຖະມົນຕີ ຫງວຽນຢຸຍງອັກ ຮັບຮູ້ ແລະຕີລາຄາສູງຕໍ່ເລື່ອງບັນດາກຳລັງກ່ຽວຂ້ອງຂອງສອງກະຊວງໄດ້ເຫັນດີເປັນເອກະພາບຕໍ່ສະຖານທີ່ກໍ່ສ້າງສູນ; ໂດຍຢັ້ງຢືນວ່າ ກະຊວງຕຳຫຼວດຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍ, ສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ສູ້ຊົນ ເພື່ອໃຫ້ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ 2024 ນີ້.

ຮອງລັດຖະມົນຕີສອງທ່ານ ສະແດງຄວາມເຊື່ອໝັ້ນວ່າ ສອງໂຄງການດັ່ງກ່າວຈະສືບຕໍ່ແມ່ນໂຄງການກໍ່ສ້າງທີ່ເປັນຈຸດສຸມ ເພື່ອແນໃສ່ຮັດແໜ້ນສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ ກໍ່ຄືເພີ່ມທະວີການໜູນຊ່ວຍລາວ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

ໂດຍ: ແສງເດືອນ