ຄະນະປະຕິບັດງານ ໂດຍທ່ານພັນເອກພິເສດ ກາວວັນເຊີນ, ຮອງຫົວໜ້າພະລາທິການເຫຼົ່າທັບເຮືອ ເປັນຫົວໜ້າຄະນະ. ເຂົ້າຮ່ວມຍັງມີທ່ານນາງ ຫງວຽນທິລຽນເຮືອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງສາທາລະນະສຸກ, ກຸ່ມບໍລິສັດໄຟຟ້າ, ພະນັກງານ, ພາລະກອນຈາກໂຮງໝໍແຫ່ງຕ່າງໆ ຄື: ແບກມາຍ, ແພດສາດສູນກາງ, ຝັງເຂັມສູນກາງ, ຄະນະສິລະປະບັນດາເຜົ່າແຂວງຮວ່າບິ່ງ, ພ້ອມດ້ວຍນັກຂ່າວທີ່ມາຈາກອົງການສື່ມວນຊົນ.

leftcenterrightdel
ຄະນະປະຕິບັດງານຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດໝູ່ເກາະ ເຈື່ອງຊາ. ພາບ: qdnd.vn

ໃນການຢ້ຽມຢາມ, ຄະນະປະຕິບັດງານໄດ້ຈັດຕັ້ງພິທີຖະຫວາຍທູບທຽນຢູ່ຕາມໂຄງການກໍ່ສ້າງວັດທະນະທຳທາງຈິດວິນຍານທີ່ຢູ່ເກາະແຫ່ງຕ່າງໆ; ອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ຢູ່ທະເລ; ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະຫຼາຍລາຍການ. ພິເສດ, ຄະນະໄດ້ຊີ້ນຳ, ໃຫ້ການຊ່ວຍເຫຼືອໂດຍກົງກ່ຽວກັບວຽກງານກວດສຸຂະພາບ ແລະໜູນຊ່ວຍຍາດຕິພີ່ນ້ອງຂອງພະນັກງານ, ນັກຮົບທີ່ພວມເຮັດວຽກຢູ່ໝູ່ເກາະ ເຈື່ອງຊາ ແລະຮ້ານເວນຍາມ DK1, ເພື່ອຊ່ວຍໃຫ້ເຂົາເຈົ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມອຸ່ນອ່ຽນ.

leftcenterrightdel
ຢ້ຽມຢາມ ແລະມອບຂອງຂວັນໃຫ້ໂຮງໝໍເກາະ ສອງຕື້ໄຕ. ພາບ: qdnd.vn

ເຫຼົ່າທັບເຮືອ ໄດ້ສົມທົບກັບບັນດາອົງການ, ກົມກອງເຮັດວຽກງານກະກຽມຂອງຂວັນເພື່ອມອບໃຫ້ທະຫານ ແລະປະຊາຊົນເມືອງເກາະ ເຈື່ອງຊາ ເປັນຢ່າງດີ. ນອກຈາກນັ້ນ, ຄະນະປະຕິບັດງານຍັງໄດ້ມອບເຄື່ອງຂອງທີ່ຈຳເປັນ, ເຄື່ອງຈັກ, ອຸປະກອນ, ສະບຽງອາຫານ ແລະເຄື່ອງໃຊ້ທີ່ຈຳເປັນອື່ນໆ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງທະຫານ ແລະປະຊາຊົນຢູ່ຕາມເກາະ ແລະຮ້ານເວນຍາມ DK1.

ການຢ້ຽມຢາມ, ເຮັດວຽກຢູ່ໝູ່ເກາະເຈື່ອງຊາ, ຮ້ານເວນຍາມ DK1 ປີ 2024 ຂອງຄະນະປະຕິບັດງານ ທີ 14 ໄດ້ດໍາເນີນໄປຖືກຕາມແຜນການ, ບັນລຸໄດ້ເປົ້າໝາຍຄວາມຮຽກຮ້ອງຕ້ອງການ, ມີຄວາມປອດໄພກ່ຽວກັບຊີວິດ ແລະພາຫະນະຢ່າງເດັດຂາດ.

ໂດຍ: ຈາງຫງວຽນ