ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກຽມພ້ອມວຽກງານກະກຽມເພື່ອຜັນຂະຫຍາຍກອງທະຫານຊ່າງແສງຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ດ້ວຍຄຳໝັ້ນສັນຍາກ່ຽວກັບຄວາມສາມາດປະຕິບັດໜ້າທີ່ໃນລະດັບສູງສຸດ. ທ່ານຮອງເລຂາທິການໃຫຍ່ໃຫ້ຮູ້ວ່າ ຈະສະໜັບສະໜູນຄຳສະເໜີຂອງຫວຽດນາມ.

leftcenterrightdel
ພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ອອກເດີນທາງເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ພາບ: qdnd.vn.

ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ມີການພົບປະກັບທ່ານພົນເອກ Birame Diop, ຜູ້ທີ່ປຶກສາດ້ານການທະຫານ, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ. ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ກອງທະຫານຊ່າງແສງຫວຽດນາມ ໄດ້ກຽມພ້ອມໃຫ້ການຜັນຂະຫຍາຍຖ້າຫາກວ່າໄດ້ຮັບການເລືອກເຟັ້ນຈາກ ສປຊ. ທ່ານພົນເອກ Birame Diop ເຊື່ອໝັ້ນວ່າ ດ້ວຍຜົນສໍາເລັດຂອງໂຮງໝໍກາງສະໜາມ ຂັ້ນ 2 ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ຊູດັງໃຕ້, ກອງທະຫານຊ່າງແສງຫວຽດນາມ ຈະສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ແສງເດືອນ