ການເຄື່ອນໄຫວໃນຂອບເຂດ IPE21 ລວມມີ: ການແລກປ່ຽນກ່ຽວກັບຫົວຂໍ້ໜູນຊ່ວຍມະນຸດສະທໍາ ແລະຊ່ວຍກູ້ໄພພິບັດ; ເພດ, ສັນຕິພາບ ແລະຄວາມໝັ້ນຄົງ; ການຮ່ວມມືດ້ານຄວາມໝັ້ນຄົງຢູ່ທະເລ; ການເຊື່ອມຕໍ່ລະຫວ່າງນາຍທະຫານເຮືອໜຸ່ມຂອງກໍາລັງປ້ອງກັນຊາດອົດສະຕາລີ ແລະສຳມະນາກອນນາຍທະຫານຈາກວິທະຍາຄານທະຫານເຮືອ ແລະການເຄື່ອນໄຫວຝຶກແອບລວມຢູ່ອ່າວກາມແຣງ.

leftcenterrightdel
ຜູ້ແທນກອງກໍາປັ່ນທະຫານເຮືອອົດສະຕາລີ. ພາບ: qdnd.vn.

ພາຍຫຼັງພິທີຕ້ອນຮັບທີ່ເປັນທາງການ, ທ່ານນາຍພົນ Mal Wise ຜູ້ບັນຊາການກຸ່ມສູ້ຮົບ IPE21 ແລະທ່ານພັນເອກພິເສດ ໂຮ່ແທງຮວ່າ ຮອງຜູ້ບັນຊາການທະຫານເຮືອເຂດ 4 ພ້ອມກັບຜູ້ແທນໄດ້ດໍາເນີນການເຂົ້າຢ້ຽມຂໍ່ານັບທາງອອນລາຍ.

ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ ໄດ້ເພີ່ມທະວີຜ່ານການຢ້ຽມຢາມເປັນທາງການ ແລະການເຈລະຈາຂັ້ນສູງ, ການຝຶກອົບຮົມວິຊາສະເພາະການທະຫານ ແລະກໍ່ສ້າງເໜືອມະຫາວິທະຍາໄລ; ການຮ່ວມມືດ້ານການຮັກສາສັນຕິພາບ, ຮ່ວມມືດ້ານຄວາມໝັ້ນຄົງຢູ່ທະເລ ແລະຕ້ານການກໍ່ການຮ້າຍ. ການຮ່ວມມດ້ານປ້ອງກັນຊາດແມ່ນເສົາຄໍ້າສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ