ນີ້ແມ່ນການເຄື່ອນໄຫວສໍາຄັນເພື່ອແນໃສ່ຍົກສູງຄວາມສາມາດແກ້ໄຂກໍລະນີສຸກເສີນ; ເພີ່ມທະວີການປະສານສົມທົບລະຫວ່າງກົມກອງ, ຂະແໜງການ, ສາຍການແພດຕ່າງໆ, ກໍຄືລະຫວ່າງພາລະກອນການແພດໃນກໍລະນີທີ່ຮ້າຍແຮງ, ນາບຂູ່ເຖິງຊີວິດຢູ່ໃນບໍລິເວນ.

leftcenterrightdel
ພາຍຫຼັງການຝຶກຊ້ອມ, ສະມາຊິກທີມ AMET ຂອງໂຮງໝໍສະໜາມຂັ້ນ 2 ເລກ 3 ຖ່າຍຮູບເປັນທີ່ລະນຶກກັບເພື່ອນຮ່ວມງານສາກົນ. ພາບ: qdnd.vn

ເຂົ້າຮ່ວມການຝຶກຊ້ອມໂດຍກົງ, ທີມນຳສົ່ງສຸກເສີນທາງອາກາດຂອງໂຮງໝໍສະໜາມຂັ້ນ 2 ເລກ 3 (AMET) ໄດ້ປະຕິບັດຫຼາຍກໍລະນີທີ່ແຕກຕ່າງກັນ, ສົມທົບເຂົ້າກັນຢ່າງຄ່ອງແຄ້ວກັບທີມຂອງເພື່ອນ ແລະໄດ້ຮັບການຕີລາຄາສູງຈາກເພື່ອນຮ່ວມງານສາກົນ.

leftcenterrightdel
ສະມາຊິກທີມ AMET ຂອງໂຮງໝໍສະໜາມ ຂັ້ນ 2 ເລກ 3 ຟ້າວເຂົ້າໄປຍັງບ່ອນເກີດເຫດເພື່ອທຳການປະຖົມພະຍາບານໃຫ້ຄົນເຈັບໃນກໍລະນີຝຶກຊ້ອມ. ພາບ: qdnd.vn

ໃນກໍລະນີຝຶກຊ້ອມ, ທີມ AMET ຂອງໂຮງໝໍສະໜາມຂັ້ນ 2 ເລກ 3 ໄດ້ຮັບຄໍາສັ່ງໃຫ້ນຳສົ່ງຄົນເຈັບໄປສະຖານທີ່ໄດ້ກຳນົດ ນັ້ນແມ່ນສະໜາມບິນເຮລີກອັບເຕີ Helipad ຢູ່ Bentiu. ຄົນເຈັບ ເຊິ່ງ ທີມ AMET ຕ້ອງນຳສົ່ງແມ່ນໄດ້ກຳນົດຢູ່ໃນກໍລະນີສົມມຸດທີ່ແຕກຕ່າງກັນ ຄື: ເກີດອຸບັດຕິເຫດ, ຮົບເລວຂ້າຟັນກັນ, ງູກັດ...

leftcenterrightdel
ດ້ວຍຈັງຫວະທີ່ເປັນມືອາຊີບ, ການປະສານສົມທົບຈຶ່ງເຂົ້າກັນດີ, ສະມາຊິກທີມ AMET ຂອງໂຮງໝໍສະໜາມ ຂັ້ນ 2 ເລກ 3  ໄດ້ຮັບການຕີລາຄາສູງໃນວິວັດການຝຶກຊ້ອມ. ພາບ: qdnd.vn

ທີມ AMET ຕ້ອງດໍາເນີນປະຖົມພະຍາບານ, ນຳສົ່ງຄົນເຈັບຂຶ້ນຍົນ ແລະສົ່ງໄປປິ່ນປົວຕໍ່ຢູ່ໂຮງໝໍສະໜາມຂັ້ນ 2 ເລກ 3. ໃນກໍລະນີເກີນຄວາມສາມາດປິ່ນປົວຂອງໂຮງໝໍສະໜາມຂັ້ນ 2 ເລກ 3, ຫ້ອງການສູ້ຮົບຄວນກະກຽມເອກະສານ, ປະສານງານ, ຕິດຕໍ່ພົວພັນກັບກົມກອງໂດຍດ່ວນ ເພື່ອນຳສົ່ງຄົນເຈັບໄປຂັ້ນສູງກວ່າແມ່ນໂຮງໝໍສະໜາມຂັ້ນ 2 ບວກ ຂອງອິນເດຍ ຢູ່ນະຄອນຫຼວງ Juba ດ້ວຍເຮລີກອັບເຕີ... 

leftcenterrightdel
ການສົມທົບຢ່າງຄ່ອງແຄ້ວກັບກົມກອງຂອງເພື່ອນໃນການຝຶກຊ້ອມ. ພາບ: qdnd.vn

ສິ້ນສຸດການຝຶກຊ້ອມ, ຫົວໜ້າເຂດ Unity ໄດ້ຕີລາຄາສູງຕໍ່ພາລະກອນຂອງໂຮງໝໍສະໜາມຂັ້ນ 2 ເລກ 3, ພິເສດແມ່ນທີມ AMET ທີ່ມີທ່າທີເຂັ້ມງວດ, ມີຄວາມສາມາດກຽມພ້ອມເຄື່ອນທີ່ສູງ ແລະລະດັບວິຊາສະເພາະ; ແກ້ໄຂກໍລະນີຖືກຕາມຂັ້ນຕອນທີ່ໄດ້ປະກາດໃຊ້, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ວາງອອກ. ສ່ວນພາກປະຕິບັດຕົວຈິງໃນການຝຶກຊ້ອມຂອງໂຮງໝໍສະໜາມຂັ້ນ 2 ເລກ 3, ຫົວໜ້າເຂດ Unity ຕີລາຄາວ່າແມ່ນດີເລີດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດຂອງສະຫະປະຊາຊາດ ໄດ້ຢ່າງຄົບຖ້ວນ.

ໂດຍ: ໄຊຊະນະ