leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ລົງກວດກາວຽກງານກະກຽມໃຫ້ແກ່ພິທີ. ພາບ: ວັນຮ່ຽວ.

ພາຍຫຼັງລົງກວດກາໂດຍກົງ ແລະຮັບຟັງການລາຍງານຈາກການນໍາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຍ້ອງຍໍການກະກຽມຢ່າງຕັ້ງໜ້າ ແລະມີວິທະຍາສາດຂອງບັນດາກົມກອງ, ຄື: ກົມພົວພັນຕ່າງປະເທດ; ກອງບັນຊາການທະຫານເຂດ 7; ກອງບັນຊາການທະຫານຊາຍແດນ…

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ວັນຮ່ຽວ

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ພິທີດັ່ງກ່າວແມ່ນກິດຈະກຳສະເຫຼີມສະຫຼອງ 44 ປີ "ເສັ້ນທາງໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ" ຂອງນາຍົກລັດຖະມົນຕີກຳປູເຈຍ Hun Sen. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນສາຍພົວພັນສາມັກຄີ, ການຊ່ວຍເຫຼືອສຸດຈິດສຸດໃຈຂອງຫວຽດນາມ ຕໍ່ພາລະກິດປະຕິວັດ ແລະພາລະກິດຟື້ນຟູປະເທດຊາດຂອງກຳປູເຈຍ; ພ້ອມທັງ, ປະກອບສ່ວນປັບປຸງສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

ໂດຍ: ທະນາພອນ