leftcenterrightdel
ທ່ານພົນຈັດຕະວາ ເລແທ່ງລອງ, ຮອງຫົວໜ້າການເມືອງວິທະຍາຄານພະລາທິການ ມອບໃບຍ້ອງຍໍໃຫ້ແກ່ນັກສໍາມະນາກອນທີ່ຮຽນຈົບ. ພາບ: qdnd.vn

ໃນໄລຍະຄົ້ນຄວ້າຮໍ່າຮຽນ, ຕາມແຕ່ລະຊັ້ນຮຽນ, ນັກສໍາມະນາກອນກອງທັບ ໄດ້ສຶກສາຄົ້ນຄວ້າ, ປະກອບຄວາມຮູ້ໃນຂົງເຂດຕ່າງໆ: ຄວາມຮູ້ຂະແໜງພະລາທິການ, ການເງິນການທະຫານ, ວິທະຍາສາດພື້ນຖານ, ພະແນກສັງຄົມ ແລະມະນຸດສາດ, ຄອມພິວເຕີ, ພາສາຕ່າງປະເທດ... ຜົນການຮຽນ, 100% ໄດ້ປະເພດດີ.

ນັກສໍາມະນາກອນກອງທັບ ທີ່ຮຽນຈົບລ້ວນແຕ່ຮັບປະກັນຄວາມຮູ້ດ້ານວິຊາສະເພາະ, ສາມາດປະຕິບັດສໍາເລັດໜ້າທີ່ພາຍຫຼັງອອກຈາກໂຮງຮຽນ. ມາຮອດປັດຈຸບັນ, ວິທະຍາຄານພະລາທິການ ໄດ້ບໍາລຸງສ້າງພະນັກງານພະລາທິການ ໃຫ້ແກ່ກອງທັບລາວ ແລະກໍາປູເຈຍ ນັບຫຼາຍພັນຄົນ. ໝາກຜົນດັ່ງກ່າວສືບຕໍ່ຢັ້ງຢືນຄຸນນະພາບການບໍາລຸງສ້າງນັກສໍາມະນາກອນສາກົນຂອງວິທະຍາຄານພະລາທິການ, ປະກອບສ່ວນປັບປຸງ ແລະເພີ່ມທະວີນໍ້າໃຈມິດຕະພາບອັນດີງາມຂອງກອງທັບ ແລະປະຊາຊົນ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ.

ໂດຍ: ໄຊຊະນະ