leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືຖັ໊ງ ຮອງຜູ້ອໍານວຍການໂຮງຮຽນ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ໃນໄລຍະຮໍ່າຮຽນຢູ່ໂຮງຮຽນ, ນັກຮຽນການທະຫານຂອງສອງປະເທດ ລາວ ແລະກໍາປູເຈຍ ໄດ້ຮັບການບໍາລຸງຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງການປະຕິວັດຫວຽດນາມ ແລະບາງເນື້ອໃນວິທະຍາສາດສັງຄົມ ແລະມະນຸດສາດທີ່ຈໍາເປັນຕິດພັນກັບການເຄື່ອນໄຫວທາງການທະຫານ; ກໍ່ສ້າງໂລກະທັດ, ສັດຈະວິພາກວິທະຍາສາດ, ຄຸນທາດການເມືອງ, ຄຸນສົມບັດ ແລະແບບແຜນການເຮັດວຽກ. 

leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືຖັ໊ງ ຮອງຜູ້ອໍານວຍການໂຮງຮຽນ ມອບໃບປະກາດສະນີຍະບັດໃຫ້ແກ່ນາຍທະຫານກອງທັບປະຊາຊົນ ລາວ. ພາບ: qdnd.vn

ສິ້ນສຸດການຮຽນ, ມີນາຍທະຫານຄົນ 1 ໄດ້ປະເພດເກັ່ງ, 15 ຄົນໄດ້ປະເພດດີ ແລະ 1 ຄົນໄດ້ປະເພດປານກາງ. ເນື່ອງໃນໂອກາດນີ້, ທາງໂຮງຮຽນ ກໍໄດ້ມອບໃບຍ້ອງຍໍໃຫ້ນາຍທະຫານ 2 ຄົນທີ່ມີຜົນງານດີເດັ່ນ ນັ້ນແມ່ນວາທີ Chea Bunsarith, ຮອງຫົວໜ້າຫ້ອງນາຍທະຫານກອງທັບລາດຊະວົງກໍາປູເຈຍ ແລະຮ້ອຍໂທ ແສງພະຈັນ ບິນຣີ, ຫົວໜ້າຫ້ອງນາຍທະຫານກອງທັບປະຊາຊົນລາວ. ຜົນສໍາເລັດຂອງຊຸດຮຽນຈະສືບຕໍ່ປະກອບສ່ວນກໍ່ສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງກອງທັບ, ປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໃຫ້ນັບມື້ນັບສະໜິດຕິດແໜ້ນ.

ໂດຍ: ໄຊຊະນະ