leftcenterrightdel
ທ່ານພົນໂທ ໂດ໊ກັນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຫວຽດຈູງ.

ທ່ານພົນໂທ ໂດ໊ກັນ ຊົມເຊີຍ ແລະຕີລາຄາສູງບັນດາຜົນງານ, ໝາກຜົນ ເຊິ່ງ ໜັງສືພິມກອງທັບປະຊາຊົນ ບັນລຸໄດ້ໃນຊຸມປີຜ່ານມາ. ໜັງສືພິມກອງທັບປະຊາຊົນ ໄດ້ສະແດງໃຫ້ເຫັນບົດບາດປະຈັນບານ, ພິເສດແມ່ນໃນຂົງເຂດຕໍ່ສູ້, ຕ້ານ “ການຫັນປ່ຽນໂດຍສັນຕິ”, “ການປ່ຽນແປງດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ”, ປົກປ້ອງພື້ນຖານແນວຄິດຂອງພັກ. ຄະນະການນໍາ, ພະນັກງານ, ນັກຂ່າວ, ນັກບັນນາທິການ, ຜູ້ເຮັດວຽກງານການຂ່າວຂອງໜັງສືພິມກອງທັບປະຊາຊົນ ໄດ້ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຄຸນນະພາບສື່ສິ່ງພິມຕ່າງໆຂອງໜັງສືພິມ ນັບມື້ນັບສູງຂຶ້ນ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ກ່່າວຄໍາເຫັນທີ່ການເຮັດວຽກ. ພາບ: ຫວຽດຈູງ.

ທ່ານພົນໂທ ໂດ໊ກັນ ໄດ້ຮຽກຮ້ອງໃຫ້ໜັງສືພິມກອງທັບປະຊາຊົນ ສືບຕໍ່ຊາບຊຶມ, ປະຕິບັດໜ້າທີ່ໂຄສະນາໃຫ້ເປັນຢ່າງດີ, ຖືກຕາມຄະຕິທໍາ, ຖືກຕາມຈຸດປະສົງ; ໂຄສະນາກ່ຽວກັບບັນຫາທີ່ສັງຄົມໃຫ້ຄວາມສົນໃຈໃນປະຈຸບັນຢ່າງເລິກເຊິ່ງກວ້າງຂວາງ; ຕັ້ງໜ້າ, ເອົາໃຈໃສ່ປ່ຽນແປງໃໝ່ດ້ານເນື້ອໃນ, ຮູບການກວ່າອີກ, ພັດທະນາອົງການສື່ມວນຊົນຫຼາຍປະເພດ... ສ້າງຄວາມດຶງດູດຕໍ່ກັບເພື່ອນຜູ້ອ່ານຢູ່ພາຍໃນ ແລະນອກກອງທັບ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຫວຽດຈູງ.

ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ຍັງໃສ່ໃຈວ່າ, ພ້ອມກັບການປະຕິບັດໜ້າທີ່ການເມືອງແລ້ວ, ໜັງສືພິມກອງທັບປະຊາຊົນ ຕ້ອງເອົາໃຈໃສ່ກໍ່ສ້າງຖັນແຖວຜູ້ທີ່ເຮັດວຽກງານການຂ່າວໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ລົງເລິກດ້ານວິຊາສະເພາະ, ປະກອບສະຕິປັນຍາ, ອຸທິດໃຫ້ແກ່ພື້ນຖານສື່ມວນຊົນປະຕິວັດຫວຽດນາມ ແລະກໍ່ສ້າງກອງທັບປະຊາຊົນຫວຽດນາມ. 

leftcenterrightdel
ທ່ານພົນໂທ ໂດ໊ກັນ ພ້ອມດ້ວຍຄະນະປະຕິບັດງານ ມອບດອກໄມ້ອວຍພອນໜັງສືພິມກອງທັບປະຊາຊົນ. ພາບ: ຫວຽດຈູງ.

ຂອບໃຈທ່ານພົນໂທ ໂດ໊ກັນ ພ້ອມດ້ວຍຄະນະປະຕິບັດງານຂອງກົມໃຫຍ່ການເມືອງ ທີ່ມາຢ້ຽມຢາມ ແລະອວຍພອນໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ, ທ່ານພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ຢັ້ງຢືນວ່າ, ຄະນະພັກ, ຄະນະບັນນາທິການ, ຖັນແຖວພະນັກງານ, ນັກຂ່າວ, ນັກບັນນາທິການ, ຜູ້ອອກແຮງງານທີ່ກໍາລັງເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ຈະຮັບເອົາຄໍາຕັກເຕືອນຂອງການນໍາກົມໃຫຍ່ການເມືອງ; ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ສືບຕໍ່ເສີມຂະຫຍາຍກໍາລັງແຮງສັງລວມ, ກໍ່ສ້າງໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ມີຖານະບົດບາດ, ທີ່ຕັ້ງ ແລະມີອິດທິພົນຊື່ສຽງ, ປະຕິບັດໃຫ້ຖືກຕາມຄະຕິທໍາ ແລະຖືກຕາມຈຸດປະສົງ.

ໂດຍ: ໄຊຊະນະ