leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM-15. ພາບ: ຈ້ອງຫ໊າຍ.

ADMM ແລະ ADMM+ ແມ່ນສອງກົນໄກເຈລະຈາ ແລະປຶກສາຫາລືຂັ້ນສູງສຸດໃນອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືກ່ຽວກັບບັນຫາຍຸດທະສາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພ້ອມກັນນັ້ນ, ນີ້ກໍ່ແມ່ນຂອບເຂດຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງກະຊວງປ້ອງກັນປະເທດຂອງບັນດາປະເທດໃນພາກພື້ນ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM-15, ADMM+ ຄັ້ງທີ 8 ແລະການເຄື່ອນໄຫວຢູ່ນອກກອງປະຊຸມແມ່ນເພື່ອແນໃສ່ຢັ້ງຢືນບົດບາດຂອງຫວຽດນາມ ໃນຖານະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນຂອບການຮ່ວມມືດ້ານປ້ອງກັນຊາດອາຊຽນ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື, ຜ່ານນັ້ນສືບທອດໝາກຜົນທີ່ບັນລຸໄດ້ຂອງປີປະທານອາຊຽນ 2020, ພ້ອມທັງສະໜັບສະໜູນປະເທດບຣູໄນ ໃນປີປະທານອາຊຽນ 2021.

ໂດຍ: ກວຽດເຕິມ