leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຕາງໜ້າຄະນະປະຈໍາຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ຊົມເຊີຍທ່ານພົນໂທ ຫງວຽນເຕິນເກືອງ ເຊິ່ງປະທານປະເທດ ຫາກໍ່ເຊັນຂໍ້ຕົກລົງແຕ່ງຕັ້ງເປັນຫົວໜ້າກົມໃຫຍ່ເສນາທິການ. ທ່ານລັດຖະມົນຕີ ຟານວັນຢາງ ຫວັງວ່າ ດ້ວຍປະສົບການຕົວຈິງອັນຫຼາກຫຼາຍທີ່ໄດ້ສະສົມໄວ້ຜ່ານຕໍາແໜ່ງວຽກງານຕ່າງໆ, ໃນຖານະຕໍາແໜ່ງເປັນຫົວໜ້າກົມໃຫຍ່ເສນາທິການ, ທ່ານພົນໂທ ຫງວຽນເຕິນເກືອງ ຈະສືບຕໍ່ເສີມຂະຫຍາຍຄວາມຮູ້ຄວາມສາມາດ ແລະຄວາມຮັບຜິດຊອບ, ເປັນເຈົ້າການ, ມີໄຫວພິກເພື່ອກໍາແໜ້ນສະພາບການທຸກດ້ານເພື່ອພ້ອມກັບຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເປັນເສນາທິການໃຫ້ພັກ, ລັດ ໃຫ້ທັນການກ່ຽວກັບແຜນນະໂຍບາຍ, ມາດຕະການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃນສະພາບການໃໝ່ຢ່າງມີໄຊ; ຜ່ານນັ້ນສືບຕໍ່ຍົກສູງຖານະທີ່ຕັ້ງ, ອິດທິພົນຊື່ສຽງຂອງກອງທັບ ແລະນັບມື້ນັບຍົກສູງຄຸນທາດອັນດີງາມຂອງທະຫານລຸງໂຮ່.

leftcenterrightdel
ທ່ານຫົວໜ້າກົມໃຫຍ່ເສນາທິການ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນສະແດງຄວາມຕື້ນຕັນໃຈ ແລະຮູ້ສຶກເປັນກຽດເມື່ອໄດ້ຮັບໜ້າທີ່ສໍາຄັນໃໝ່; ກ່າວຄໍາຂອບໃຈຕໍ່ການເອົາໃຈໃສ່, ໜູນຊ່ວຍ, ການຊ່ວຍເຫຼືອຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ພິເສດແມ່ນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ; ສົ່ງຄໍາຂອບໃຈມາຍັງບັນດາສະຫາຍການນໍາ ແລະພະນັກງານ, ນັກຮົບທີ່ຍາມໃດກໍສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ທ່ານ ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອມໝາຍໃນໄລຍະຜ່ານມາ. ພັກ, ລັດ ມີຄວາມເຊື່ອໝັ້ນແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຫົວໜ້າກົມໃຫຍ່ເສນາທິການ, ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ແຕ່ກໍ່ວາງອອກຄວາມຮຽກຮ້ອງຕ້ອງການສູງຕໍ່ກັບຕົວທ່ານເອງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ຫງວຽນເຕິນເກືອງ ເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ເສນາທິການ. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ມອບດອກໄມ້ອວຍພອນທ່ານຫົວໜ້າກົມໃຫຍ່ເສນາທິການ ຫງວຽນເຕິນເກືອງ. ພາບ: ຈ້ອງຫາຍ.

ທ່ານ ຢັ້ງຢືນວ່າ ຈະຮໍ່າຮຽນ, ຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ຍົກສູງຄວາມຮູ້ຄວາມສາມາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່; ພ້ອມກັບການນໍາກົມໃຫຍ່ເສນາທິການ ແລະບັນດາອົງການ, ກົມກອງສັງກັດ ສືບຕໍ່ຍົກສູງມູນເຊື້ອ, ກໍ່ສ້າງກົມໃຫຍ່ເສນາທິການໃຫ້ນັບມື້ນັບມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ເສີມຂະຫຍາຍສະຕິປັນຍາຂອງໝູ່ຄະນະ, ນັບມື້ນັບຍົກສູງຄຸນນະພາບ, ປະສິດທິຜົນວຽກງານຢ່າງບໍ່ຢຸດຢັ້ງ. ທ່ານພົນໂທ ຫງວຽນເຕິນເກືອງ ຫວັງວ່າ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂຊ່ວຍເຫຼືອເພື່ອໃຫ້ກົມໃຫຍ່ເສນາທິການ ແລະຕົວທ່ານເອງ ປະຕິບັດສໍາເລັດໜ້າທີ່ ທີ່ ພັກ, ລັດ, ປະຊາຊົນ ແລະກອງທັບ ມອບໝາຍໃຫ້.

ໂດຍ: ໄຊຊະນະ