ມອບວັດຖຸອຸປະກອນການແພດໃຫ້ກອງພົນທີ 1, ກອງທັບປະຊາຊົນລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19
    
    
    
        
            
ກປ.ອອນໄລ - ຕອນເຊົ້າວັນທີ 14 ພຶດສະພາ, ທີ່ດ່ານສາກົນເກົ່າແຈວ (ແຂວງຮ່າຕິ້ງ), ກອງພົນ 324, ທະຫານເຂດ 4 ໄດ້ຈັດພິທີມອບວັດຖຸອຸປະກອນການແພດໃຫ້ກອງພົນທີ 1, ກອງທັບປະຊາຊົນລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ພິທີມອບ-ຮັບວັດຖຸອຸປະກອນການແພດໃຫ້ກອງພົນທີ 1 ກອງທັບປະຊາຊົນລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຫຶວເຕິນ. | 
		
	
	ເພື່ອແນໃສ່ໜູນຊ່ວຍພະນັກງານ, ນັກຮົບກອງພົນທີ 1  ປ້ອງກັນ, ຕ້ານພະຍາດໂຄວິດ-19, ກອງພົນ 324, ທະຫານເຂດ 4 ໄດ້ມອບຜ້າອັດປາກ-ອັດດັງຈໍານວນ 750 ກັບ; ເຈວລ້າງມື 300 ຂວດ; ທາດເຄມີ Hi- CHLON70 ຈໍານວນ 300 ກິໂລກຣາມ; ເຄື່ອງວັດແທກອຸນຫະພູມ Omron 30 ໜ່ວຍ, ລວມມູນຄ່າທັງໝົດ 120 ລ້ານດົ່ງ.
	ທ່ານພັນເອກ ຫງວຽນວັນອານ, ຮອງຫົວໜ້າການເມືອງກອງພົນ 324 ໃຫ້ຮູ້ວ່າ: ເລື່ອງໜູນຊ່ວຍວັດຖຸອຸປະກອນການແພດໃຫ້ແກ່ກອງພົນທີ 1, ກອງທັບປະຊາຊົນລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ແມ່ນສະແດງໃຫ້ເຫັນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງຊາດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ຕັດສິນໃຈເອົາຊະນະພະຍາດໂຄວິດ-19 ໃຫ້ໄດ້.
	ໂດຍ: ໄຊຊະນະ