leftcenterrightdel
ບັນຍາກາດທີ່ພິທີໄຂສັບປະດາປຶ້ມ ແລະວັດທະນະທໍາອ່ານ ແລະປຸກລະດົມການປະກວດທູດວັດທະນະທໍາອ່ານໃນກອງທັບປີ 2021. ພາບ: qdnd.vn.

ຕາມນັ້ນແລ້ວ, ເປົ້າໝາຍເຂົ້າຮ່ວມການປະກວດແມ່ນນາຍທະຫານ, ນັກຮົບຂຶ້ນກັບທະຫານເຂດ, ກອງພົນໃຫຍ່, ເຫຼົ່າທັບ, ທະຫານຊາຍແດນ, ເຫຼົ່າຮົບຕ່າງໆໃນກອງທັບປະຊາຊົນຫວຽດນາມ. ຜູ້ເຂົ້າຮ່ວມການປະກວດຈະເລືອກເຟັ້ນ 1 ໃນ 2 ຫົວຂໍ້ແມ່ນ: “ແບ່ງປັນກ່ຽວກັບປຶ້ມເຊິ່ງຕົນເອງນິຍົມ, ປຶ້ມທີ່ໄດ້ເຮັດໃຫ້ຄວາມຮັບຮູ້ ຫຼື ຊີວິດຂອງຕົນຫັນປ່ຽນ”; “ແບ່ງປັນກ່ຽວກັບວິທີການອ່ານປຶ້ມຢ່າງມີປະສິດທິຜົນ ແລະຜົນກະທົບຂອງວິທີການອ່ານນັ້ນເຖິງການຮໍ່າຮຽນ, ປະຕິບັດງານ ແລະພັດທະນາຄວາມຮູ້, ທັກສະຂອງຕົນເອງ”. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມການປະກວດຕ້ອງຍົກອອກແຜນການ ແລະມາດຕະການສົ່ງເສີມທຸກຄົນອ່ານປຶ້ມໃຫ້ຫຼາຍກວ່າເມື່ອໄດ້ຮັບເລືອກເປັນທູດວັດທະນະທໍາອ່ານ.

ຄາດຄະເນ, ພິທີສະຫຼຸບ ແລະມອບລາງວັນການປະກວດຈະຈັດຕັ້ງໃນເດືອນຕຸລາ 2021.

ໂດຍ: ທູຈາງ