leftcenterrightdel
ທ່ານພົນໂທ ຟານວັນຢາງ ທີ່ການສົນທະນາທາງໄກ. ພາບ: ຈ້ອງຫາຍ.

ໃນການໂອ້ລົມສົນທະນາ, ທ່ານພົນເອກ Tea Banh ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານພົນໂທ ຟານວັນຢາງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານ ສະແດງຄວາມເຊື່ອໝັ້ນວ່າໃນຖານະຕໍາແໜ່ງວຽກງານໃໝ່, ທ່ານພົນໂທ ຟານວັນຢາງ ຈະສືບຕໍ່ມີການປະກອບສ່ວນສໍາຄັນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ. ເນື່ອງໃນໂອກາດນີ້, ທ່ານພົນເອກ Tea Banh ໄດ້ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສົ່ງຄະນະຊ່ຽວຊານແພດທະຫານ ແລະໜູນຊ່ວຍອຸປະກອນການແພດໃຫ້ ກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມການສົນທະນາທາງໄກ. ພາບ: ຈ້ອງຫາຍ.

ສ່ວນທ່ານພົນໂທ ຟານວັນຢາງ ໄດ້ແບ່ງປັນຄວາມຫຍຸ້ງຍາກທີ່ປະຊາຊົນກໍາປູເຈຍ ຕ້ອງປະເຊີນໜ້າຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19; ພ້ອມທັງຕີລາຄາສູງຕໍ່ຄວາມພະຍາຍາມຂອງກອງທັບລາດຊະວົງກໍາປູເຈຍ ໃນການຊ່ວຍລັດຖະບານ ແລະປະຊາຊົນກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າໃນຄວາມສາມາດຂອງຕົນ, ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ມານະພະຍາຍາມສູງທີ່ສຸດເພື່ອໜູນຊ່ວຍ ກໍາປູເຈຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍຂຶ້ນ. ທ່ານພົນໂທ ຟານວັນຢາງ ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະມານະພະຍາຍາມຢ່າງສຸດ ຂີດເພື່ອຊີ້ນໍາເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ນໍາຂົງເຂດຮ່ວມມືນີ້ໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຫວຽດນາມ-ກໍາປູເຈຍ.

leftcenterrightdel
ບັນຍາກາດໃນການສົນທະນາທາງໄກ. ພາບ: ຈ້ອງຫາຍ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບວ່າ ພະຍາດໂຄວິດ-19 ຍັງຈະຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືປີ 2021 ທີ່ໄດ້ລົງນາມແລ້ວ. ສະນັ້ນ, ຕ້ອງຕັ້ງໜ້າປ່ຽນແປງໃໝ່ຮູບການຈັດຕັ້ງ ແລະວິທີການດໍາເນີນເພື່ອໃຫ້ສອດຄ່ອງກັບແຕ່ລະເນື້ອໃນຮ່ວມມືຢ່າງລະອຽດ, ໂດຍສະເພາະແມ່ນໃນບາງຂົງເຂດ, ຄື: ການສຶກສາອົບຮົມດ້ານການເມືອງແນວຄິດ; ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມືລະຫວ່າງກ້ອນກໍາລັງຄຸ້ມຄອງຕ່າງໆ ແລະກຳລັງປ້ອງກັນຊາຍແດນ, ສະກັດກັ້ນ ແລະປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ການຄ້າເຖື່ອນ, ຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ...; ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ເຊິ່ງສອງຝ່າຍ ລ້ວນແຕ່ເປັນສະມາຊິກ.

ໂດຍ: ໄຊຊະນະ