ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະພ້ອມກັນຊອກຫາບັນດາກາລະໂອກາດຮ່ວມມືໃນອະນາຄົດ, ປະກອບສ່ວນພັດທະນາການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ກວ່າອີກ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມ້ງຖັ້ງ ຮອງຫົວໜ້າກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍໍາເຫັນທີ່ການແນະນໍາ. ພາບ: ເຝືອງລິງ.

ທີ່ການແນະນໍາ, ຕາງໜ້າບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດທີ່ກໍາລັງມີການເຄື່ອນໄຫວຮ່ວມມືກັບອັງກິດ ໄດ້ສະໜອງຂໍ້ມູນ ແລະແລກປ່ຽນຫຼາຍບັນຫາຢ່າງລະອຽດ, ໃນນັ້ນໄດ້ສຸມໃສ່ການກໍານົດທິດ, ສະເໜີໃຫ້ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ຄື: ຂົງເຂດຮັກສາສັນຕິພາບ, ອຸດສາຫະກໍາປ້ອງກັນຊາດ, ທະຫານເຮືອ, ຕໍາຫຼວດທະເລກໍ່ຄືຄົ້ນຄວ້າຍຸດທະສາດກ່ຽວກັບການປ້ອງກັນຊາດ.

leftcenterrightdel
ທ່ານ Gareth Ward ເອກອັກຄະລັດຖະທູດນຳສະເໜີຈຸດໃໝ່ໃນນະໂຍບາຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະການພັດທະນາໃໝ່ຂອງລາຊະອານາຈັກອັງກິດ. ພາບ: ເຝືອງລິງ.

ພາຍຫຼັງການແນະນໍານີ້, ບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຈະລາຍງານຕໍ່ການນໍາກະຊວງປ້ອງກັນປະເທດ, ສະເໜີເນື້ອໃນຮ່ວມມືທີ່ສອດຄ່ອງ ແລະກະກຽມໃຫ້ແກ່ການແລກປ່ຽນໂດຍກົງຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອັງກິດ ຄັ້ງທີ 4 ໃນໄລຍະຈະມາເຖິງ.

ໂດຍ: ດັ້ງເກື່ອງ