ຕັ້ງໜ້າກະກຽມໃຫ້ແກ່ທີມຊ່າງແສງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ
ກປ.ອອນໄລ - ຕອນເຊົ້າວັນທີ 30 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ແກ່ທີມຊ່າງແສງເພື່ອໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
    |
 |
ບັນດາຜູ້ແທນລາຍງານເນື້ອໃນກະກຽມໃຫ້ແກ່ທີມຊ່າງແສງເພື່ອໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ພາບ: ວັນຮ໊ຽວ. |
ລາຍງານທີ່ກອງປະຊຸມ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ວຽກງານກະກຽມ ແລະຜັນຂະຫຍາຍທີມຊ່າງແສງເພື່ອໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໄດ້ຮັບການເອົາໃຈໃສ່, ຊີ້ນໍາຢ່າງໃຫ້ຊິດຕິດແທດຈາກການນໍາພັກ, ລັດ ແລະການນໍາກະຊວງປ້ອງກັນປະເທດ. ມາຮອດປັດຈຸບັນ, ບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ສ້າງກົງຈັກການຈັດຕັ້ງ, ດໍາເນີນການຝຶກແອບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ ສປຊ, ພາສາຕ່າງປະເທດ ແລະຂະແໜງການໃຫ້ແກ່ບັນດາສະມາຊິກຂອງທີມຊ່າງແສງ. ລະດັບຄວາມຮູ້ດ້ານວິຊາສະເພາະຂອງກໍາລັງຊ່າງແສງຫວຽດນາມ ໄດ້ຮັບການຕີລາຄາສູງຈາກ ສປຊ ແລະບັນດາປະເທດ, ມີຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໄດ້ເປັນຢ່າງດີ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງປະຊຸມ. ວັນຮ໊ຽວ. |
ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ, ເຫຼົ່າຮົບຊ່າງແສງ ພ້ອມດ້ວຍບັນດາອົງການ, ກົມກອງທີ່ກ່ຽວຂ້ອງຕ້ອງສ້າງແຜນການສັງລວມ, ຮີບຟ້າວລົງທະບຽນເຂົ້າໃນລະບົບ PCRS ຄືນໃໝ່, ຍູ້ໄວວຽກງານຝຶກແອບພາສາຕ່າງປະເທດ ແລະຂະແໜງການ, ປະກາດໃຊ້ກົງຈັກການຈັດຕັ້ງຂອງທີມຊ່າງແສງ, ສ້ອມແປງພາຫະນະອຸປະກອນເພື່ອດໍາເນີນການຝຶກແອບໃຫ້ຖືກຕາມແຜນການ, ຮັບປະກັນການຕອບສະໜອງ ແລະຮັບໃຊ້ການເຄື່ອນໄຫວກວດກາ, ຕີລາຄາ ແລະຕົກລົງຍອມຮັບໃຫ້ຫວຽດນາມ ຜັນຂະຫຍາຍທີມຊ່າງແສງ ໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.
ໂດຍ: ໄຊຊະນະ