ໃນຊຸມວັນທີ່ຫຍຸ້ງຍາກລໍາບາກນັ້ນ, ພະນັກງານ, ນັກຮົບບັນດາກົມກອງກໍາລັງປະກອບອາວຸດທະຫານເຂດ 5 ແລະບັນດາກົມກອງກອງທັບຕັ້ງທັບໃນບໍລິເວນບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍ, ພາຍຸນໍ້າຖ້ວມ, ຄຽງບ່າຄຽງໄຫຼ່ພ້ອມກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນກູ້ຊ່ວຍ, ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຢ່າງທັນການ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິເທື່ອລະກ້າວ... ບັນດາການກະທຳຂອງພວກອ້າຍໄດ້ສ້າງອາລົມຈິດອັນເລິກເຊິ່ງໃນສາຍໃຈປະຊາຊົນ.

leftcenterrightdel
ທະຫານຊາຍແດນແຂວງກວ໋າງນາມ ຂ້າມພູຜາປ່າດົງໄປຍັງເຂດເຂດນໍ້າຖ້ວມເຝືອກໂລກ (ເມືອງເຝືອກເຊີນ, ແຂວງກວ໋າງນາມ) ເພື່ອກູ້ຊ່ວຍປະຊາຊົນພວມຖືກຕັດຂາດຍ້ອນພາຍຸລູກທີ 9. ພາບ: qdnd.vn.
leftcenterrightdel
ພະນັກງານ, ນັກຮົບທະຫານຊາຍແດນ ແລະກອງບັນຊາການທະຫານເມືອງເຝືອກເຊີນ (ແຂວງກວ໋າງນາມ) ເຈ່ຍເຂົ້າສານຊ່ວຍເຫຼືອປະຊາຊົນຕາແສງເຝືອກໂລກ ແລະຕາແສງເຝືອກແທັ່ງ (ເມືອງເຝືອກເຊີນ) ພວມຖືກຕັດຂາດຍ້ອນພາຍຸນໍ້າຖ້ວມ. ພາບ: qdnd.vn.
leftcenterrightdel
ເຮືອບິນເຮລີກອັບເຕີ Mi-171 ຂອງກອງພັນໃຫຍ່ 930, ກອງພົນ 372, (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ຂົນສົ່ງເຄື່ອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນ. ພາບ: qdnd.vn.
leftcenterrightdel
ເພື່ອກູ້ຊ່ວຍປະຊາຊົນ, ກໍາລັງກູ້ຊີບ, ກູ້ໄພຂອງທະຫານເຂດ 5 ຕ້ອງຍົກຍ້າຍດ້ວຍລູກເລື່ອນຜ່ານແມ່ນໍ້າ. ພາບ: qdnd.vn.
leftcenterrightdel
ຕັ້ງໜ້າຊອກຫາຜູ້ຫາຍສາບສູນຢູ່ຈ່າແລງ.  ພາບ: qdnd.vn.

ໂດຍ: ທະນາພອນ