ບ່ອນໃດປະສົບຄວາມຫຍຸ້ງຍາກ, ບ່ອນນັ້ນມີທະຫານ

ທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນກວາງເຟືອງ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ຢັ້ງຢືນວ່າ “ຈຸດໃໝ່, ປະດິດສ້າງຂອງຂະບວນການແມ່ນມຸ່ງໄປເຖິງຮາກຖານ, ໃກ້ຊິດຕິດແທດກັບບໍລິເວນ, ປ່ຽນແປງໃໝ່ທາງດ້ານເນື້ອໃນ, ຮູບແບບ, ເອົາໃຈໃສ່ເຖິງບັນດາບໍລິເວນຍຸດທະສາດ, ຈຸດສຸມກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຂດຊົນເຜົ່າສ່ວນໜ້ອຍ, ສາສະໜາ. ພະນັກງານ, ນັກຮົບກໍາລັງປະກອບອາວຸດກຽມພ້ອມມີໜ້າຢູ່ເຂດຫຍຸ້ງຍາກຕ່າງໆ, ເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໂລກລະບາດ ແລະບັນດາການຂົ່ມຂູ່ເຖິງຄວາມໝັ້ນຄົງແບບໃໝ່... ປະກອບສ່ວນປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ...”

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະດີເດັ່ນ. ພາບ: ຕ໊ວນຮຸຍ.

ທ່ານພົນຈັດຕະວາ ຟຸ່ງກວກຕວ໊ນ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ແບ່ງປັນວ່າ ໃນຊຸມປີຜ່ານມາ, ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່, ລົງທຶນພັດທະນາ. ເຖິງຢ່າງໃດກໍ່ຕາມ, ລະບົບການເມືອງຂັ້ນຮາກຖານຢູ່ເຂດຫ່າງໄກສອກຫຼີກມີຫຼາຍສິ່ງຍັງຄົງຄ້າງຢູ່... ຕໍ່ໜ້າສະພາບການດັ່ງກ່າວ, ຄະນະພັກກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາໆພາຄະນະພັກກອງບັນຊາການທະຫານຊາຍແດນບັນດາແຂວງ, ນະຄອນ, ຄ້າຍທະຫານຊາຍແດນ ລົງນາມໃນກົດລະບຽບສົມທົບກັບຄະນະພັກຂັ້ນເມືອງ ແລະຕາແສງຊາຍແດນ. ຜ່ານນັ້ນ, ວຽງການຊີ້ນໍານໍາພາທະຫານຊາຍແດນເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານຢູ່ເຂດຊາຍແດນໄດ້ຮັບການດໍາເນີນຢ່າງ “ຄົບຊຸດ, ເປັນເອກະພາບ, ເຄັ່ງຄັດ, ເປັນປະຈໍາ”.

ຕາມທ່ານພັນເອກພິເສດ ກວາກດັງຝູ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຮວ່າບິ່ງ ແລ້ວ, ແຂວງໄດ້ຜັນຂະຫຍາຍແຜນຮ່າງກໍ່ສ້າງຮູບແບບ “ບ້ານວັດທະນະທໍາ-ປ້ອງກັນຊາດ” ໃນບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະໃນເຂດປ້ອງກັນຂອງແຂວງ. ໃນວິວັດການປະຕິບັດ, ກົມກອງໄດ້ສົມທົບກັບທ້ອງຖິ່ນສຸມໃສ່ຊ່ວຍປະຊາຊົນ ກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ, ຮັກສາອະນາໄມສິ່ງແວດລ້ອມ, ກໍ່ສ້າງຊົນນະບົດໃໝ່.

ໃນຊຸມປີຜ່ານມາ, ວຽກງານຂົນຂວາຍປະຊາຊົນຂອງກອງທັບ  ໄດ້ເຂົ້າຮ່ວມໃນການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມໂດຍກົງ. ພ້ອມກັນນັ້ນ, ທົ່ວກອງທັບຜັນຂະຫຍາຍການປະຕິບັດຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ກໍ່ສ້າງ “ກົມກອງຂົນຂວາຍປະຊາຊົນທີ່ດີ” ຢ່າງຄົບຊຸດ. ວຽກງານຂົນຂວາຍປະຊາຊົນຂອງກອງທັບບໍ່ພຽງແຕ່ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຮູບພາບທະຫານລຸງໂຮ່ຍັງສ້າງຄວາມປະທັບໃຈເປັນພິເສດໃຫ້ເພື່ອນມິດສາກົນ, ຜ່ານການປະກອບສ່ວນຂອງບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ໃນຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ... ພິເສດ, ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ກອງທັບໄດ້ເປັນເຈົ້າການເປັນເສນາທິການໃຫ້ລັດຖະບານ, ເພີ່ມທະວີດ່ານກວດສຸຂະພາບສະກັດກັ້ນ, ຄວບຄຸມພະຍາດຢູ່ເສັ້ນຊາຍແດນ, ສົມທົບກັບທ້ອງຖິ່ນຕ່າງໆປິດລ້ອມ, ແຍກປ່ຽວ, ຂ້າເຊື້ອຢູ່ເຂດມີການແຜ່ລະບາດຂອງພະຍາດໂຄວິດ-19...

leftcenterrightdel
ບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ແລະຄະນະຂົນຂວາຍປະຊາຊົນສູນກາງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຕ໊ວນຮຸຍ.

ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢືນຢັນວ່າ “ດ້ວຍຜົນງານຮອບດ້ານ, ກໍາລັງແຜ່ຂະຫຍາຍທີ່ເລິກເຊິ່ງ, ກວ້າງຂວາງ, ຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ກໍ່ສ້າງ “ກົມກອງຂົນຂວາຍປະຊາຊົນທີ່ດີ” ໃນກອງທັບໄດ້ປະກອບສ່ວນຢ່າງແທດຈິງໃຫ້ການດໍາລົງຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນຜູ້ທີ່ມີຄຸນງາມຄວາມດີ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ”.

ທະວີຄູນຫຼາຍແບບຢ່າງດີເດັ່ນໃໝ່, ມີວິທີການເຮັດວຽກທີ່ດີ

ທີ່ກອງປະຊຸມ, ທ່ານພັນເອກພິເສດ ຖ໊າຍດຶກແຮ້ງ, ຮອງຫົວໜ້າການເມືອງທະຫານເຂດ 4 ຖືວ່າ, ເພື່ອນໍາຂະບວນການແຂ່ງຂັນເຂົ້າສູ່ລວງເລິກ, ໃນໄລຍະຈະມາເຖິງ, ຜູ້ບັນຊາການບັນດາອົງການ, ກົມກອງໃນກໍາລັງປະກອບອາວຸດທະຫານເຂດ 4 ສືບຕໍ່ຊີ້ນໍານໍາພາ, ຈັດຕັ້ງ, ຊາບຊຶມໃຫ້ແກ່ພະນັກງານ, ນັກຮົບທຸກຄົນເພື່ອມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດ ແລະເຊີດຊູຄວາມຮັບຜິດຊອບໃນການປະຕິບັດຂະບວນການ, ພ້ອມທັງຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ຮູບການຂອງວຽກງານຂົນຂວາຍປະຊາຊົນ ຢູ່ເຂດຊົນເຜົ່າສ່ວນໜ້ອຍ. ຄຽງຂ້າງນັ້ນ, ຄວນເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ເນື້ອໃນ, ຮູບການ, ວິທີການຈັດຕັ້ງຂະບວນການແຂ່ງຂັນ, ພົບເຫັນຢ່າງທັນການ, ກໍ່ສ້າງ ແລະທະວີຄູນບັນດາໝູ່ຄະນະ, ບຸກຄົນດີເດັ່ນ; ຕິດພັນກັບວຽກງານແຂ່ງຂັນ, ຍ້ອງຍໍຊົມເຊີຍ, ສ້າງກໍາລັງໜູນໃນການກໍ່ສ້າງຮາກຖານຢູ່ທ້ອງຖິ່ນຢ່າງໝັ້ນຄົງເຂັ້ມແຂງ. ທະວີຄູນບັນດາຮູບແບບໃໝ່, ວິທີເຮັດວຽກຢ່າງມີຫົວຄິດປະດິດສ້າງໃນການດໍາເນີນວຽກງານຂົນຂວາຍປະຊາຊົນ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ: ເລື່ອງກໍ່ສ້າງ “ກົມກອງຂົນຂວາຍປະຊາຊົນທີ່ດີ” ໃນກອງທັບໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດສໍາເລັດພາລະບົດບາດຂອງກອງທະຫານປະຕິບັດງານ ແລະໜ້າທີ່ການເມືອງຂອງກອງທັບ, ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດຕິດແໜ້ນລະຫວ່າງທະຫານ-ປະຊາຊົນ, ເສີມສ້າງມູນເຊື້ອທະຫານລຸງໂຮ່... ທ່ານພົນເອກ ໂງຊວນລິກ ກໍ່ຮຽກຮ້ອງໃຫ້ຄະນະພັກ, ຫົວໜ້າການເມືອງ, ຜູ້ບັນຊາການ ແລະຫ້ອງການເມືອງທຸກຂັ້ນໃນກອງທັບກໍາແໜ້ນ ແລະປະຕິບັດໜ້າທີ່, ເນື້ອໃນຂອງຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ກໍ່ສ້າງ “ກົມກອງຂົນຂວາຍປະຊາຊົນທີ່ດີ” ໃນກອງທັບໄລຍະ 2020-2025 ໃຫ້ເປັນຢ່າງດີ.

ໂດຍ: ທູຈາງ