ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລື, ກໍ່ສ້າງບັນດາມາດຕະການລະອຽດເພື່ອຜັນຂະຫຍາຍຄໍາໝັ້ນສັນຍາທີ່ຢູ່ໃນ “ຖະແຫຼງການຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ - ຍີ່ປຸ່ນ ວ່າດ້ວຍຂໍ້ລິເລີ່ມຟື້ນຟູເສດຖະກິດເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19” ເຊິ່ງສອງຝ່າຍໄດ້ຮັບຮອງເອົາໃນເດືອນເມສາ ປີ 2020 ຜ່ານມາ ເມື່ອພະຍາດໂຄວິດ-19 ກ້າວເຂົ້າສູ່ໄລຍະສໍາຄັນສົ່ງຜົນສະທ້ອນບໍ່ໜ້ອຍເຖິງການພັດທະນາເສດຖະກິດ ແລະຮັບປະກັນຊີວິດສັງຄົມຢູ່ພາກພື້ນອາຊີ ແລະໃນທົ່ວໂລກ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເປັນປະທານກອງປະຊຸມ. ພາບ: ມິງອານ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາ “ແຜນປະຕິບັດງານຟື້ນຟູເສດຖະກິດອາຊຽນ-ຍີ່ປຸ່ນ” ດ້ວຍຄວາມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ບັນລຸໄດ້ 3 ເປົ້າໝາຍຫຼັກນັ້ນແມ່ນ: ຮັກສາບັນດາການພົວພັນດ້ານເສດຖະກິດຢ່າງແໜ້ນແຟ້ນລະຫວ່າງອາຊຽນ ແລະຍີ່ປຸ່ນ; ຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19  ຕໍ່ກັບພື້ນຖານເສດຖະກິດ; ເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດ. ລະອຽດແມ່ນ, “ແຜນປະຕິບັດງານຟື້ນຟູເສດຖະກິດອາຊຽນ-ຍີ່ປຸ່ນ” ໄດ້ຍົກອອກບາງເນື້ອໃນຮ່ວມມື, ຄື: ເພີ່ມທະວີການເຊື່ອມໂຍງ ແລະການຮ່ວມມືດ້ານເສດຖະກິດເພື່ອແນໃສ່ຮັກສາການເປີດປະຕູຕະຫຼາດໃຫ້ແກ່ດ້ານການຄ້າ ແລະການລົງທຶນລະຫວ່າງສອງຝ່າຍ; ໃຫ້ຄໍາໝັ້ນສັນຍາຈະມານະພະຍາຍາມໃຫ້ໄດ້ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ມິງອານ.

ເລື່ອງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະຍີ່ປຸ່ນ ຮັບຮອງເອົາແຜນປະຕິບັດງານຟື້ນຟູເສດຖະກິດອາຊຽນ-ຍີ່ປຸ່ນ ແມ່ນພະຍານຫຼັກຖານທີ່ຈະແຈ້ງກ່ຽວກັບຄວາມເຫັນດີເຫັນພ້ອມ ແລະການຮ່ວມມືຂອງບັນດາປະເທດອາຊຽນ ກັບຍີ່ປຸ່ນ ເຊິ່ງເປັນຄູ່ຮ່ວມມືເສດຖະກິດສໍາຄັນ ແລະຍຸດທະສາດຂອງອາຊຽນ ໃນພາກພື້ນອາຊີ ເຊິ່ງຖຶືກຕ້ອງກັບເນື້ອໃນຈິດໃຈຂອງປີອາຊຽນ 2020, ໂດຍ ຫວຽດນາມ ເປັນເຈົ້າພາບນັ້ນແມ່ນ: “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ເພື່ອແນໃສ່ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໜູນຊ່ວຍປະຊາຄົມວິສາຫະກິດສອງຝ່າຍກຽມພ້ອມຮັບມືກັບບັນດາຜົນຮ້າຍຢ້ອນຫຼັງຈາກໂລກລະບາດກໍ່ຂຶ້ນ, ປັບປຸງລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະທົ່ວໂລກ, ຟື້ນຟູພື້ນຖານເສດຖະກິດຂອງອາຊຽນ ແລະຍີ່ປຸ່ນ.

ໂດຍ: ໄຊຊະນະ