ເນື່ອງໃນໂອກາດນີ້, ທ່ານ ດົນຕວນຟອງ ຮອງປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຕີລາຄາການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ກໍ່ຄືແບ່ງປັນຄວາມໝາຍຂອງການຢ້ຽມຢາມ.

ນັກຂ່າວ: ຂໍໃຫ້ທ່ານຕີລາຄາສະພາບການ ແລະຄວາມໝາຍແຫ່ງການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ແຟງລັງ Jussi Halla-aho?

ທ່ານ ດົນຕວນຟອງ: ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນເອີລົບ ນັບແຕ່ທ່ານໄດ້ຮັບຕຳແໜ່ງ ແມ່ນການຢ້ຽມຢາມເພື່ອສົມມະນາຄຸນການຢ້ຽມຢາມແຟງລັງ ຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ  ໃນປີ 2021, ຂະນະທີ່ພະຍາດໂຄວິດ-19 ຮ້າຍແຮງທີ່ສຸດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານນາງປະທານສະພາແຫ່ງຊາດແຟງລັງ Anu Vehvilainen ຖ່າຍຮູບຮ່ວມກັນໃນການຢ້ຽມຢາມແຟງລັງ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເມື່ອປີ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງຫວຽດນາມ ໃນນະໂຍບາຍພົວພັນຕ່າງປະເທດຂອງແຟງລັງ, ກໍ່ຄືການພົວພັນມິດຕະພາບອັນດີງາມລະຫວ່າງສະພາແຫ່ງຊາດສອງປະເທດ. ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ແຟງລັງ ແລະ ຫວຽດນາມ (1973 – 2023).

ພວກເຮົາຕ້ອນຮັບທ່ານປະທານສະພາແຫ່ງຊາດແຟງລັງ ແນໃສ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ແລະມະຕິເລກທີ 34-NQ/TW ລົງວັນທີ 9/1/2023 ຂອງກົມການເມືອງກ່ຽວກັບບາງທິດທາງ, ແຜນນະໂຍບາຍໃຫຍ່ເພື່ອຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ; ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບແຟງລັງ, ປາດຖະໜາຢາກເຮັດໃຫ້ການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງກວ່າອີກ; ພ້ອມທັງ, ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ນໍາການຮ່ວມມືລະຫວ່າງລັດຖະສະພາສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ; ສ້າງທ່າເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດອື່ນໆ, ພິເສດແມ່ນຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ; ເພີ່ມທະວີ ແລະປັບປຸງການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ສະຫະພັນລັດຖະສະພາສາກົນ...

ນັກຂ່າວ: ທ່ານສາມາດຕີລາຄາຄືແນວໃດກ່ຽວກັບການພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຮ່ວມມືລັດຖະສະພາ / ສະພາແຫ່ງຊາດໃນໄລຍະຜ່ານມາ?

ທ່ານ ດົນຕວນຟອງ: ພາຍຫຼັງ 51 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ແຟງລັງ ໄດ້ຮັບການຮັກສາ ແລະພັດທະນາຢ່າງດີງາມ. ແຟງລັງ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອອັນລ້ຳຄ່າທີ່ສຸດໃຫ້ຫວຽດນາມ.

ແຟງລັງ ໄດ້ຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ ຢ່າງຕໍ່ເລື່ອງ ນັບແຕ່ສ້າງຕັ້ງການພົວພັນທາງການທູດ. ຫຼາຍໂຄງການໜູນຊ່ວຍຂອງແຟງລັງ ໄດ້ເສີມຂະຫຍາຍປະສິດທິຜົນອັນໃຫຍ່ຢ່າງແທດຈິງ, ເຊັ່ນ ໂຄງການປູກປ່າ ຫຼື ໂຄງການນ້ຳສະອາດຢູ່ນະຄອນຫຼວງຮ່າໂນ້ຍ... ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນແມ່ນຂົງເຂດບຸລິມະສິດແຖວໜ້າໃນການພົວພັນລະຫວ່າງ ຫວຽດນາມ ແລະ ແຟງລັງ.

ກ່ຽວກັບການລົງທຶນ, ປະຈຸບັນ ແຟງລັງ ຢືນອັນດັບ 58/140 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 35 ໂຄງການທີ່ພວມມີຜົນສັກສິດ, ລວມຍອດຈຳນວນທຶນກວ່າ 47 ລ້ານໂດລາສະຫະລັດ. ລະດັບການລົງທຶນນີ້ຍັງຕ່ຳກວ່າເມື່ອທຽບໃສ່ກຳລັງບົ່ມຊ້ອມດ້ານເສດຖະກິດ ກໍ່ຄື ທ່າແຮງຂອງແຟງລັງ. ສະນັ້ນ, ຜ່ານການຢ້ຽມຢາມຄັ້ງນີ້, ການນຳຫວຽດນາມ ຈະປຶກສາຫາລືກັບການນໍາແຟງລັງ ກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນກວ່າອີກ.

ກ່ຽວກັບການສຶກສາ ແລະບຳລຸງສ້າງ, ນີ້ແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ. ການຢ້ຽມຢາມຄັ້ງນີ້ແມ່ນໂອກາດສຳຄັນທີ່ສຸດເພື່ອໃຫ້ສອງຝ່າຍແລກປ່ຽນແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດນີ້.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາການນຳພັກ, ລັດ ຂອບໃຈຕໍ່ຄວາມເອົາໃຈໃາ່, ການສ້າງເງື່ອນໄຂຂອງປະເທດເພື່ອນໃຫ້ປະຊາຄົມຊາວຫວຽດນາມ ຢູ່ ແຟງລັງ (ປະມານ 12.000 ຄົນ); ສະເໜີໃຫ້ສືບຕໍ່ສ້າງເງື່ອນໄຂເພື່ອປະຊາຄົມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ່າ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຟງລັງ ກໍ່ຄື ການພົວພັນລະຫວ່າງສອງປະເທດ.

ຫວຽດນາມ ແລະ ແຟງລັງ ມີມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນ. ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດໄດ້ຮັບການຮັກສາເປັນຢ່າງດີຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະບັນດາອົງການຂອງສະພາແຫ່ງຊາດ. ໃນຂອບເຂດການຮ່ວມມືຫຼາຍຝ່າຍ, ສອງຝ່າຍຮັກສາການພົບປະ, ປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະສາກົນ ຄື IPU ແລະ ASEP.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຈະປະກອບສ່ວນປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ແຟງລັງ ກວ່າອີກ, ໃນນັ້ນມີສະພາແຫ່ງຊາດສອງປະເທດ.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານປະທານສະພາແຫ່ງຊາດແຟງລັງ ຈະປຶກສາຫາລືບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ເປັນຕົ້ນແມ່ນໃນການແລກປ່ຽນບົດຮຽນຂົງເຂດນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະການຕັດສິນບັນດາບັນຫາສຳຄັນຂອງຊາດ. ຜ່ານນັ້ນສ້າງເງື່ອນໄຂໃຫ້ແກ່ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ການສຶກສາ ແລະບຳລຸງສ້າງ...

ພວກເຮົາ ກໍ່ຫວັງວ່າ, ຜ່ານການຢ້ຽມຢາມຂັ້ນສູງຄັ້ງນີ້, ການປະສານສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສອງປະເທດຢູ່ບັນດາເວທີປາໄສສາກົນ, ໃນນັ້ນມີບັນດາເວທີປາໄສລັດຖະສະພາສາກົນນັບມື້ນັບແໜ້ນແຟ້ນກ່ວາອີກ.

ນັກຂ່າວ: ຂໍຂອບໃຈທ່ານຮອງປະທານ.

ໂດຍ: ຈາງຫງວຽນ