ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຂໍໃຫ້ທ່ານຕີລາຄາການສະຫຼຸບ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”?

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ປີ 2022 ມີຄວາມໝາຍສຳຄັນພິເສດໃນປະຫວັດສາດແຫ່ງການພົວພັນພິເສດຫວຽດນາມ - ລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022). ຕົ້ນປີ 2022, ທ່ານນາຍົກລັດຖະມົນຕີລາວ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະໄດ້ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານພິທີໄຂ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”. ຫຼັງຈາກນັ້ນ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງຫຼາຍຮ້ອຍກິດຈະກໍາສະເຫຼີມສະຫຼອງດ້ວຍຫຼາຍຮູບແບບ ແລະມີຊີວິດຊີວາໃນຕະຫຼອດປີ 2022.

leftcenterrightdel
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະສະຫາຍ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ພິເສດ, ຈຸດພົ້ນເດັ່ນຂອງປີສາມັກຄີມິດຕະພາບແມ່ນພິທີສະເຫຼີມສະຫຼອງ ໄດ້ດຳເນີນຢູ່ນະຄອນຫຼວງແຕ່ລະປະເທດໃນວັນທີ 18 ກໍລະກົດ 2022, ແລະທ່ານເລຂາທິການໃຫຍ່ຂອງສອງປະເທດໄດ້ມີບົດປາໄສສຳຄັນ ແລະເລິກເຊິ່ງກ່ຽວກັບມູນເຊື້ອສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ບັນດາກິດຈະກຳທີ່ອຸດົມສົມບູນ, ຫຼາຍຮູບແບບ ແລະມີຄວາມໝາຍທີ່ສຸດດັ່ງກ່າວໄດ້ປະກອບສ່ວນແຜ່ຂະຫຍາຍຢ່າງກວ້າງຂວາງ ແລະຊ່ວຍປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນຮຸ່ນໜຸ່ມສອງປະເທດມີຄວາມເຂົ້າໃຈ ແລະເຊື່ອມຊຶມຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສະໜິດຕິດພັນປະຫວັດສາດລະຫວ່າງສອງຊາດ, ໂດຍສະເພາະແມ່ນໄລຍະທາງ 60 ປີ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ຮ່ວມທຸກຮ່ວມສຸກ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ, ເລືອດເນື້ອເພື່ອກັນ, ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈສາມັກຄີພິເສດ, ສຸດຈິດສຸດໃຈ, ທີ່ຫາຍຍາກໃນໂລກ.

ໃນການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຄັ້ງນີ້, ການນຳສອງປະເທດໄດ້ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ 2022, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 200 ຄົນລວມມີການນຳ, ພະນັກງານ ແລະຜູ້ຕາງໜ້າປະຊາຊົນລາວ ທຸກຊັ້ນວັນນະ, ທີ່ໄດ້ຖ່າຍຖອດສົດຜ່ານບັນດາພາຫະນະສື່ມວນຊົນຂອງປະເທດເພື່ອນລາວ. ຜົນສຳເລັດຂອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ແມ່ນກໍາລັງໜູນສໍາຄັນຊຸກຍູ້ການພົວພັນພິເສດລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາຢ່າງແຮງກວ່າໃນປີ 2023 ແລະໃນຊຸມປີຈະມາເຖິງ, ທັງລວງກວ້າງ ແລະລວງເລິກ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ບັນລຸໝາກຜົນຄືແນວໃດ, ຂໍຮຽນທ່ານລັດຖະມົນຕີ?

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII, ຖືເປັນສຳຄັນ ການພັດທະນາສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ, ໃນນັ້ນໃຫ້ບຸລິມະສິດສູງສຸດແກ່ການພົວພັນແບບພິເສດກັບລາວ. ການຢ້ຽມຢາມບັນລຸໄດ້ຜົນງານຮອບດ້ານ, ແທດຈິງ ແລະລະອຽດ, ສະແດງໃຫ້ເຫັນຢູ່ 5 ຈຸດດັ່ງລຸ່ມນີ້:

ທີໜຶ່ງ, ການຢ້ຽມຢາມສິ້ນສຸດດ້ວຍຜົນສຳເລັດຂອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”. ບັນດາການເຄື່ອນໄຫວ ແລະເນື້ອໃນຂອງການຢ້ຽມຢາມຢັ້ງຢືນຄວາມຕັດສິນໃຈສູງຂອງການນຳຂັ້ນສູງສອງປະເທດໃນການປັບປຸງ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ລາວ. ການຢ້ຽມຢາມກໍ່ປະກອບສ່ວນເຮັດໃຫ້ການພົວພັນຖານສະຫາຍອ້າຍນ້ອງສະໜິດສະໜົມລະຫວ່າງການນຳຂັ້ນສູງລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ທີສອງ, ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນພິທີປິດ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ໂດຍນາຍົກລັດຖະມົນຕີສອງທ່ານເປັນ ປະທານດ້ວຍການເຂົ້າຮ່ວມຂອງບັນດາສະຫາຍການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະຜູ້ຕາງໜ້າປະຊາຊົນລາວ ທຸກຊັ້ນວັນນະ. ນີ້ແມ່ນເຫດການສຳຄັນ, ສະຫຼຸບປີໜຶ່ງທີ່ປະສົບຜົນສຳເລັດຂອງການພົວພັນພິເສດຫວຽດນາມ-ລາວ.

ທີສາມ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ຫຼາຍທິດທາງ, ມາດຕະການລະອຽດຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ຊ່ວຍຫັນບັນ ດາທິດທາງໃຫຍ່ ແລະຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດປະກົດຜົນເປັນຈິງ. ຕາມນັ້ນ, ສອງຝ່າຍເຫັນດີເປັນເອກະພາບຮັກສາການພົວພັນດ້ານການເມືອງສະໜິດຕິດພັນ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ; ນຳການຮ່ວມມືໃນບັນດາຂົງເຂດເສົາຄ້ຳແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ເຂົ້າສູ່ລວງເລິກ; ຕັດສິນໃຈຍົກລະດັບການຮ່ວມມືເສດຖະກິດດ້ວຍຈຸດສຸມແມ່ນສືບຕໍ່ໜູນຊ່ວຍກັນຟື້ນຟູເສດຖະກິດຫຼັງໂລກລະບາດ; ກໍ່ສ້າງພື້ນຖານເສດຖະກິດ ເອກະລາດ, ກຸ້ມຕົນເອງ, ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດເພື່ອເປີດກວ້າງການຮ່ວມມື ແລະພັດທະນາ. ສອງຝ່າຍກໍ່ເຫັນດີເປັນເອກະພາບຍົກສູງຄຸນນະພາບການຮ່ວມມື, ການສຶກສາ-ກໍ່ສ້າງ, ຍຸຕິທຳ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັນ.

ທີສີ່, ກອງປະຊຸມ ຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາໂຄງການຮ່ວມມືສອງຝ່າຍທີ່ໄດ້ຮັບການຜັນຂະຫຍາຍປະສົບຜົນສຳເລັດໃນປີ 2022; ພ້ອມກັນວາງອອກບັນດາມາດຕະການລະອຽດ ເພື່ອແກ້ໄຂຂໍ້ຄົງຂ້າງ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການຈຸດສຸມອື່ນໆເພື່ອສ້າງກຳລັງໜູນໃໝ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະແທດຈິງ.

ທີຫ້າ, ສອງຝ່າຍຢັ້ງຢືນຄວາມຕັດສິນໃຈສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢູ່ເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະບັນດາກົນໄກຮ່ວມມືອະນຸພາກພື້ນ. ການນຳສອງທ່ານເຫັນດີເປັນເອກະພາບຮັກສາຄວາມສາມັກຄີ ແລະບົດບາດໃຈກາງຂອງ ອາຊຽນ, ສົມທົບກັນຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນດາບັນຫາຍຸດທະສາດ, ໃນນັ້ນມີບັນຫາທະເລຕາເວັນອອກ. ທ່ານ ຟ້າມມິງຈິ໊ງ ເນັ້ນໜັກພ້ອມແລ້ວທີ່ຈະໜູນຊ່ວຍລາວ ຮັບດຳລົງຕຳແໜ່ງສາກົນ ໃນໄລຍະຈະມາເຖິງ, ໃນນັ້ນມີບົດບາດເປັນປະທານ ອາຊຽນ- AIPA ໃນປີ 2024.

ດ້ວຍບັນດາໝາກຜົນຄືດັ່ງກ່າວ, ການຢ້ຽມຢາມລາວ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 45 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງ ລັດຖະບານຫວຽດນາມ-ລາວ ຂອງທ່ານ ຟ້້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນຊຸມວັນຕົ້ນປີ 2023 ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ການພົວພັນຮ່ວມມືພິເສດຫວຽດນາມ-ລາວ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ