ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນຄືດັ່ງກ່າວທີ່ກອງປະຊຸມຂ່າວກ່ຽວກັບເລື່ອງຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021 ທີ່ດໍາເນີນໃນຕອນບ່າຍວັນທີ 17 ມັງກອນ ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຂ່າວຍັງມີຜູ້ຕາງໜ້າສະຖານທູດບາງປະເທດ, ອົງການຈັດຕັ້ງສາກົນປະຈຳຮ່າໂນ້ຍ.

ເຂົ້າຮ່ວມສະພາຄວາມໝັ້ນຄົງ ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ບຸ່ຍແທັງເຊິນ ໃຫ້ຮູ້ວ່າ ສອງປີ 2020-2021 ແມ່ນໄລຍະຫຍຸ້ງຍາກທີ່ສຸດສໍາລັບສະພາຄວາມໝັ້ນຄົງແມ່ນສົງຄາມ, ການປະທະກັນ, ຂາດຄວາມສະຖຽນລະພາບ ສືບຕໍ່ເກີດຂຶ້ນຢູ່ຫຼາຍພາກພື້ນ, ຊ້ຳບໍ່ໜຳຍັງເກີດຂຶ້ນຢູ່ບ່ອນໃໝ່່ອີກ. ບັນດາບັນຫາທົ່ວໂລກຄືການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງແຫຼ່ງນ້ຳ, ການກໍ່ການຮ້າຍນັບມ້ືນັບສັບສົນ. ພິເສດ,  ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ ເຮັດໃຫ້ຫຼາຍປະເທດຕ້ອງປັບປຸງທັງບູລິມະສິດກ່ຽວກັບການພົວພັນພາຍໃນ ແລະພົວພັນຕ່າງປະເທດ ເພື່ອແນໃສ່ຟ້ືນຟູ ແລະພັດທະນາເສດຖະກິດ.

leftcenterrightdel
ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານກອງປະຊຸມຂ່າວໃນຕອນບ່າຍວັນທີ 17 ມັງກອນ. ພາບ: ລິງແອັງ.

ຕາມການສະຖິຕິ, ໃນສອງປີຜ່ານມາ, ສະພາຄວາມໝັ້ນຄົງ ໄດ້ມີກອງປະຊຸມຂັ້ນເອກອັກຄະລັດຖະທູດຂຶ້ນໄປກວ່າ 840 ຄັ້ງ ແລະການປຶກສາຫາລືທຸກຂັ້ນນັບພັນຄັ້ງ; ໄດ້ຮັບຮອງເອົາເອກະສານ 254 ສະບັບພາຍໃຕ້ຮູບການແຕກຕ່າງກັນ. ສະພາຄວາມໝັ້ນຄົງ ໄດ້ມີໂຄງການດຳເນີນງານອຸດົມສົມບູນດ້ວຍຫຼາຍເນື້ອໃນນັບແຕ່ພະຍາດໂຄວິດ-19 ຈົນຮອດຄວາມໝັ້ນຄົງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງທະເລ, ການເຄື່ອນໄຫວຮັກສາສັນຕິພາບ, ປົກປ້ອງສາມັນຊົນ, ຕ້ານການກໍ່ການຮ້າຍ, ສະພາບການປະທະກັນ, ກໍ່ຄວາມຂາດສະຖຽນລະພາບຢູ່ຊີຣີ, ເຢແມນ, ອິດສະຣາແອນ, ປາແລັດສະຕິນ, ເອທິໂອບີ, ໄຮຕີ, ມຽນມາ...

ທ່ານ ບຸ່ຍແທັງເຊິນ ຢັ້ງຢືນວ່າ ດ້ວຍສານທີ່ວ່າ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ”, ຫວຽດນາມ ໄດ້ເຂົ້າຮ່ວມສະພາຄວາມໝັ້ນຄົງດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ສະເໜີຫຼາຍຂໍ້ລິເລີ່ມປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານຂອງສະພາຄວາມໝັ້ນຄົງ, ເສີມຂະຫຍາຍບົດບາດຂອງສະພາຄວາມໝັ້ນຄົງ ໃນການຊອກຫາບັນດາມາດຕະການສະກັດກັ້ນ, ແກ້ໄຂການປະທະກັນ ແລະຮັບມືກັບສິ່ງທ້າທາຍຕໍ່ສັນຕິພາບ ແລະຄວາມໝັ້ນຄົງສາກົນບົນພື້ນຖານກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ. ທ່ານ ບຸ່ຍແທັງເຊິນ ຢັ້ງຢືນວ່າ “ດ້ວຍໝາກຜົນທີ່ບັນລຸໄດ້, ຂ້າພະເຈົ້າ ອາດຢັ້ງຢືນໄດ້ວ່າ ຫວຽດນາມ ໄດ້ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ. ນີ້ແມ່ນໝາກຜົນຂອງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບແບບ ແລະຫຼາຍຝ່າຍຂອງພັກ, ລັດຫວຽດນາມ; ແຜນນະໂຍບາຍປະກອບສ່ວນ, ກໍ່ສ້າງດ້ວຍຄວາມຮັບຜິດຊອບເຂົ້າບັນດາກົນໄກຫຼາຍຝ່າຍ, ໃນນ້ັນມີສະຫະປະຊາຊາດ ເຊິ່ງກ່ອນອື່ນໝົດແມ່ນສະພາຄວາມໝັ້ນຄົງ. ນີ້ກໍ່ແມ່ນໝາກຜົນລວມຂອງທ່ົວລະບົບການເມືອງ, ການນຳພາຢ່າງໃກ້ຊິດ ແລະການເຂົ້າຮ່ວມໂດຍກົງຂອງບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ, ການປະສານສົມທົບຢ່າງຄົບຊຸດ, ແໜ້ນແຟ້ນຂອງບັນດາກະຊວງ, ຄະນະ, ຂະແໜງການ ແລະເຄືອຂ່າຍບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ”.

ຫວຽດນາມ ໄດ້ສະແດງໃຫ້ເຫັນສີສັນສະເພາະທີ່ສະພາຄວາມໝັ້ນຄົງ

ໃນອາຍຸການເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021, ຫວຽດນາມ ໄດ້ສະແດງໃຫ້ເຫັນສີສັນສະເພາະເມື່ອເຂົ້າຮ່ວມວຽກງານຂອງສະພາຄວາມໝັ້ນຄົງ. ທ່ານ ບຸ່ຍແທັງເຊິນ ເນັ້ນໜັກວ່າ “ສີສັນຂອງຫວຽດນາມ ລະບຸໃນສານເຊິ່ງພວກເຮົາໄດ້ຍົກອອກມານັ້ນແມ່ນ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ. ໃນນັ້ນ, ລວມມີ 3 ເນື້ອໃນຕົ້ນຕໍ: ສົ່ງສານກ່ຽວກັບປະເທດຫວຽດນາມ ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ມະນຸດຊາດ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງໂລກ. ຫວຽດນາມ ກໍ່ເຊີດຊູວິທີການສຳພັດຮອບດ້ານໃນການແກ້ໄຂສິ່ງທ້າທາຍກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ.

ມາດຕະການທີ່ຫວຽດນາມ ໄດ້ສະໜັບສະໜູນ, ຊຸກຍູ້ລ້ວນແຕ່ອີງໃສ່ກົດໝາຍສາກົນ, ຖືປະຊາຊົນ ແລະການຫາເງິນລ້ຽງຊີບຂອງເຂົາເຈົ້າເປັນໜ້າທີ່ໃຈກາງ, ເອົາໃຈໃສ່ວິວັດທະນາການສັນຕິພາບ, ຈາກການສະກັດກັ້ນ, ແກ້ໄຂ ແລະຟື້ນຟູຫຼັງການປະທະກັນ ແລະແກ້ໄຂສາຍເຫດຂອງການປະທະກັນ. ກ່ຽວກັບວິທີປະຕິບັດ, ສີສັນສະເພາະຂອງຫວຽດນາມ ແມ່ນຍາມໃດກໍ່ມຸ່ງໄປເຖິງການຊຸກຍູ້ຄວາມເຫັນດີເປັນເອກະພາບລວມ, ການຮ່ວມມືເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງໃນການສູ້ຢັນກັນ. ຍົກຕົວຢ່າງເມື່ອສະພາຄວາມໝັ້ນຄົງປຶກສາຫາລືກ່ຽວກັບສະພາການຢູ່ມຽນມາ, ທ່ານ ບຸ່ຍແທັງເຊິນ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງເຄົາລົບເອກະລາດ, ອະທິປະໄຕຂອງມຽນມາ, ຮຽກຮ້ອງຢຸດຕິການນຳໃຊ້ກຳລັງອາວຸດ ແລະປົກປ້ອງສາມັນຊົນ ເພື່ອຜົນປະໂຫຍດລວມຂອງປະຊາຊົນມຽນມາ. ພ້ອມນັ້ນ, ຫວຽດນາມ ກໍ່ເປັນຂົວເຊື່ອມຕໍ່ຊຸກຍູ້ການແລກປ່ຽນລະຫວ່າງສະພາຄວາມໝັ້ນຄົງ ກັບອາຊຽນ, ຜ່ານນ້ັນປະກອບສ່ວນສ້າງຄວາມເຫັນດີເປັນເອກະພາບລະຫວ່າງບັນດາຝ່າຍ.

ສືບຕໍ່ເຂົ້າຮ່ວມບັນດາກົນໄກພາຍໃນ ແລະນອກສະຫະປະຊາຊາດ

ແບ່ງປັນກ່ຽວກັບທິດທາງ, ການເຄື່ອນໄຫວຂອງຫວຽດນາມ ຢູ່ສະຫະປະຊາຊາດ ໃນໄລຍະຈະມາເຖິງ, ທ່ານ ບຸ່ຍແທັງເຊິນ ຖືວ່າ ບັນດາບົດຮຽນຖອດຖອນມາໄດ້ໃນການເຂົ້າຮ່ວມສະພາຄວາມໝັ້ນຄົງສອງຄັ້ງໄລຍະ 2008-2009 ແລະ 2020-2021 ພ້ອມກັບການເຄື່ອນໄຫວພົວພັນຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ ໃນໄລຍະຜ່ານມາໄດ້ສ້າງປະຖົມປັດໄຈ, ພື້ນຖານໝັ້ນແກ່ນເພື່ອໃຫ້ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ທັງພາຍໃນ ແລະນອກຂອບເຂດສະຫະປະຊາຊາດ. “ກ່ອນອື່ນໝົດ, ພວກຂ້າພະເຈົ້າຈະສືບຕໍ່ຊຸກຊຸກບັນດາມະຕິ, ຂໍ້ລິເລີ່ມຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ຄືບັນດາບັນຫາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ການປົກປ້ອງສາມັນຊົນໃນການປະທະກັນ, ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ; ສືບຕໍ່ຊຸກຍູ້ບົດບາດ ແລະການເຂົ້າຮ່ວມຂອງອາຊຽນ ຢູ່ສະພາຄວາມໝັ້ນຄົງ ເວົ້າສະເພາະ ແລະສະຫະປະຊາຊາດ ເວົ້າລວມ ກໍ່ຄືເນື້ອໃນກວມລວມແມ່ນເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ. ຫວຽດນາມ ກໍ່ຈະຊຸກຍູ້ການເຄື່ອນໄຫວທີ່ມີປະສິດທິຜົນຂອງກຸ່ມເພື່ອນມິດຂອງ UNCLOS 1982.

ທ່ານ ບຸ່ຍແທັງເຊິນ ກໍ່ເຕື້ອງເຖິງບາງເນື້ອໃນຕ້ອງສືບຕໍ່ຜັນຂະຫຍາຍໃນໄລຍະຈະມາເຖິງ, ຄື: ການປະກອບສ່ວນເຂົ້າຄວາມຮັບຮູ້ລວມຂອງປະຊາຄົມສາກົນໃນການຮັບມືກັບໂລກລະບາດຜ່ານວັນສາກົນປ້ອງກັນ, ຕ້ານໂລກລະບາດ (27-12); ມານະພະຍາຍາມຜັນຂະຫຍາຍຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ເພີ່ມທະວີການເຂົ້າຮ່ວມປະກອບສ່ວນເຂົ້າບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ໃນສະເພາະໜ້າ, ຫວຽດນາມ ຄາດຄະເນວ່າ ຈະຈັດສົ່ງກອງຊ່າງແສງເຂົ້າຮ່ວມຄະນະປະຕິບັດງານສະຫະປະຊາຊາດ ຢູ່ເຂດ Abyei (UNISFA). ຫວຽດນາມ ກໍ່ຈະເຂົ້າຮ່ວມຢ່າງເລິກເຊິ່ງກວ່າຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນອອກສະໝັກຮັບເລືອກຕັ້ງເຂົ້າບັນດາຕຳແໜ່ງຂອງກົນໄກຕ່າງໆຢູ່ສະຫະປະຊາຊາດ, ຄື: ສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025...

ໂດຍ: ສົມເພັດ