ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາແນວໃດກ່ຽວກັບເລື່ອງອາເມລິກາ ຫາກໍ່ສົ່ງວັກຊິນກັນພະຍາດໂຄວິດ-19 ຊຸດທີສອງ ເພື່ອໜູນຊ່ວຍຫວຽດນາມ ຜ່ານໂຄງການໂຄແວັກ?

ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດ: ຄືພວກເຮົາໄດ້ຮູ້ແລ້ວວ່າ ວັນທີ 10 ກໍລະກົດ, ລັດຖະບານອາເມລິກາ ໄດ້ມອບວັກຊິນ Moderna 2 ລ້ານໂດສທໍາອິດ ໃຫ້ແກ່ຫວຽດນາມ ຜ່ານໂຄງການໂຄແວັກ. ຕໍ່ໜ້າສະພາບພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງຢູ່ຫວຽດນາມ, ລັດຖະບານອາເມລິກາ ສືບຕໍ່ຊ່ວຍເຫຼືອວັກຊິນ Moderna ຕື່ມອີກກວ່າ 3 ລ້ານໂດສໃຫ້ແກ່ຫວຽດນາມ  ແລະວັກຊິນຊຸດທີສອງນີ້ຫາກໍ່ສົ່ງມາຮອດຫວຽດນາມ ໃນວັນທີ 24 ກໍລະກົດ. ສະນັ້ນ, ມາຮອດປະຈຸບັນ, ອາເມລິກາ ໄດ້ຊ່ວຍເຫຼືອວັກຊິນ 5 ກວ່າລ້ານໂດສໃນຈໍານວນວັກຊິນທັງໝົດ 23 ລ້ານໂດສທີ່ຊ່ວຍເຫຼືອໃຫ້ 20 ປະເທດ/ເຂດແຄວ້ນຢູ່ອາຊີ. ຝ່າຍ ອາເມລິກາ ກໍ່ໃຫ້ຮູ້ກໍາລັງພິຈາລະນາ ເພື່ອຊ່ວຍເຫຼືອວັກຊິນຕື່ມອີກໃຫ້ຫວຽດນາມ ໃນໄລຍະຈະມາເຖິງ. ນີ້ແມ່ນການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການ ແລະມີຄວາມໝາຍກັບຫວຽດນາມ.

leftcenterrightdel
ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ອາເມລິກາ. ພາບ: vov.vn.

ປະຈຸບັນ, ຄວາມຕ້ອງການຂອງປະເທດຕ່າງໆກ່ຽວກັບແຫຼ່ງວັກຊິນຈາກອາເມລິກາ ແມ່ນໃຫຍ່ຫຼວງ. ອາເມລິກາ ກໍາລັງຜັນຂະຫຍາຍການຊ່ວຍເຫຼືອວັກຊິນເຖິງເກືອບ 50 ປະເທດ/ເຂດແຄວ້ນໃນທົ່ວໂລກ. ເພື່ອຮັບປະກັນແຫຼ່ງສະໜອງວັກຊິນນີ້ມາເຖິງຄູ່ຮ່ວມມືຢ່າງໄວທີ່ສຸດ, ຝ່າຍອາເມລິກາ ໄດ້ເລືອກຊ່ອງແຈກຢາຍຕົ້ນຕໍແມ່ນຜ່ານໂຄງການໂຄແວັກ, ຄືໄດ້ ແລະກໍາລັງເຮັດກັບຫວຽດນາມ.

ໃນຂະນະນັ້ນ, ອາເມລິກາ ພຽງແຕ່ຜັນຂະຫຍາຍການຊ່ວຍເຫຼືອຕາມກົນໄກສອງຝ່າຍກັບບາງປະເທດຢູ່ພາກພື້ນອາເມລິກາກາງ, ຍ້ອນບັນດາບັນຫາທີ່ໄດ້ກຳນົດ, ລະບຽການ ແລະການປະສານງານສັບສົນພໍສົມຄວນຢູ່ຈາກຝ່າຍອາເມລິກາ. ບັນດາອົງການທີ່ກ່ຽວຂ້ອງຂອງລັດຖະບານອາເມລິກາຄືສະພາປ້ອງກັນຄວາມສະຫງົບ ແຫ່ງຊາດ (ສັງກັດທໍານຽບຂາວ), ກະຊວງການຕ່າງປະເທດເປັນອົງການກໍານົດການຊ່ວຍເຫຼືອລະອຽດໃຫ້ແຕ່ລະຄູ່ຮ່ວມມື, ຫຼັງຈາກນັ້ນໄດ້ອອກແຈ້ງການ ແລະສົ່ງເຖິງບ່ອນຮັບວັກຊິນຜ່ານໂຄງການໂຄແວັກ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ເລື່ອງຊອກຫາແຫຼ່ງສະໜອງວັກຊິນ ແລະວັດຖຸອຸປະກອນການແພດຮັບໃຊ້ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ອາເມລິກາ ຕ້ອງເອົາໃຈໃສ່ສິ່ງໃດແດ່?

ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດ: ໃນວິວັດການຜັນຂະຫຍາຍວຽກງານຊອກຫາ, ຂົນຂວາຍແຫຼ່ງສະໜອງວັກຊິນກໍ່ຄືວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຕ້ອງດຳເນີນຢ່າງຮີບດ່ວນ, ຂ້ຽວຂາດ, ສະຖານທູດໄດ້ຮັບຄວາມເອົາໃຈໃສ່, ຊີ້ນໍາ, ຕິດຕາມໂດຍກົງຈາກການນໍາຂັ້ນສູງ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະອົງການທີ່ກ່ຽວຂ້ອງໃນປະເທດ. ພວກຂ້າພະເຈົ້າກໍ່ໄດ້ການສະໜັບສະໜູນ ແລະການສົມທົບກັນຢ່າງແໜ້ນແຟ້ນຈາກປະຊາຄົມວິສາຫະກິດອາເມລິກາ ຢູ່ ຫວຽດນາມ. ມີຫຼາຍຄົນ, ອົງການຈັດຕັ້ງຊາວຫວຽດນາມ ອາໄສຢູ່ອາເມລິກາ ໄດ້ມີຄວາມມານະພະຍາຍາມທີ່ສຸດໃນການຊຸກຍູ້ການເຂົ້າເຖິງແຫຼ່ງວັກຊິນ, ຢາປົວພະຍາດປະເພດຕ່າງໆ ແລະວັດຖຸອຸປະກອນການແພດຂອງປະເທດປະຈໍາຖິ່ນ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍແບ່ງປັນຂໍ້ມູນກ່ຽວກັບວິທີຄຸ້ມຄອງ ແລະແຈກຢາຍວັກຊິນຂອງອາເມລິກາ. ຝ່າຍອາເມລິກາ ຖືວັກຊິນແມ່ນບັນຫາຄວາມໝັ້ນຄົງແຫ່ງຊາດ, ສະນັ້ນຈຶ່ງຄຸ້ມຄອງຢ່າງເຄັ່ງຄັດຈາກການຜະລິດ, ແຈກຢາຍຢູ່ອາເມລິກາ, ກໍ່ຄືສະໜອງໃຫ້ປະເທດອື່ນ. ໃນໄລຍະຜ່ານມາ, ສະຖານທູດໄດ້ຜັນຂະຫຍາຍການຂົນຂວາຍຫຼາຍແຫຼ່ງສະໜອງ, ໃນນັ້ມີແຫຼ່ງຈາກລັດ ແລະທ້ອງຖິ່ນຂັ້ນຕ່າງໆ, ບັນດາອົງການກຸສົນ, ສະຫະສະມາຄົມ, ບໍລິສັດກາງ, ບຸກຄົນທີ່ກ່ຽວຂ້ອງ... ແຕ່ມາຮອດປະຈຸບັນ, ຍັງບໍ່ທັນມີແຫຼ່ງໃດສັງກັດກຸ່ມດັ່ງກ່າວໄດ້ຮັບຜົນເທື່ອ.

ສາຍເຫດແມ່ນຍ້ອນນະໂຍບາຍຄຸ້ມຄອງເປັນເອກະພາບຂອງອາເມລິກາ, ຕາມນັ້ນແລ້ວບັນດາອົງການທີ່ຂ້າພະເຈົ້າຫາກໍ່ກ່າວມາຂ້າງເທິງບໍ່ມີສິດພົວພັນແລກປ່ຽນໂດຍກົງກັບຄູ່ຮ່ວມມືຕ່າງປະເທດ, ເຖິງວ່າເຂົາເຈົ້າມີແຫຼ່ງວັກຊິນເປັນຈໍານວນຫຼາຍ; ແຫຼ່ງສະໜອງວັກຊິນທັງໝົດໃຫ້ປະເທດອື່ນໆລ້ວນແຕ່ຜ່ານອົງການໜຶ່ງດຽວນັ້ນແມ່ນກະຊວງການຕ່າງປະເທດອາເມລິກາ.

ບໍລິສັດການຢາຜະລິດສະເພາະ ແລະສະໜອງວັກຊິນຂອງອາເມລິກາແຫ່ງຕ່າງໆ, ຄື: Pfizer, Moderna, Johnson & Johnson, ກໍ່ຄືບໍລິສັດຕ່າງໆກໍາລັງທົດລອງວັກຊິນໄລຍະ II - III ອື່ນ, ລ້ວນແຕ່ມີຂໍ້ກໍານົດຢ່າງເຄັ່ງຂັດ, ນັ້ນແມ່ນພຽງເຊັນສັນຍາສະໜອງວັກຊິນຜ່ານລັດຖະບານປະເທດຕ່າງ ຫຼື ຜ່ານໂຄງການໂຄແວັກ,  ຫາກບໍ່ໄດ້ເຮັດວຽກກັບບໍລິສັດພາກເອກະຊົນ ຫຼື ບໍລິສັດກາງໃນຈຸດເວລານີ້ຢ່າງເດັດຂາດ. ສະນັ້ນບັນດາຄູ່ຮ່ວມມືພາຍໃນປະເທດເມື່ອຕິດຕໍ່ຊອກຫາແຫຼ່ງສະໜອງວັກຊິນຈາກອາເມລິກາ ຕ້ອງຮູ້, ເພື່ອບໍ່ໃຫ້ເສຍເວລາ, ເຫື່ອແຮງ  ແລະໄດ້ຮັບຜົນສູງສຸດ.

ກ່ຽວກັບວັດຖຸອຸປະກອນການແພດ, ຢາປົວພະຍາດ..., ສະຖານທູດກໍາລັງຕັ້ງໜ້າຜັນຂະຫຍາຍຢ່າງຂ້ຽວຂາດ, ພ້ອມທັງຮຽກຮ້ອງປະຊາຄົມວິສາຫະກິດອາເມລິກາ ແລະພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ອາເມລິກາ ພ້ອມກັນມານະພະຍາຍາມຂົນຂວນ ແລະເຂົ້າເຖິງແຫຼ່ງສະໜອງວັກຊິນຕ່າງໆ. ໃນຕໍ່ໜ້າ, ຝ່າຍອາເມລິກາ ກໍາລັງແລກປ່ຽນກັບຄູ່ຮ່ວມມືຫວຽດນາມ ປັບປຸງລະບຽບການໃຫ້ສຳເລັດເພື່ອສົ່ງຊຸດວິເຄາະຫາເຊື້ອ CUE ໂຄວິດ-19  ແລະອຸປະກອນຮັກສາຄວາມເຢັນ 75 ໜ່ວຍເພື່ອຮັກສາວັກຊິນໃນໄລຍະຈະມາເຖິງ.

ຂໍຂອບໃຈທ່ານ!

ໂດຍ: ໄຊນີດາ