“ການທູດວັກຊິນ” ໃນໄລຍະປະຈຸບັນແມ່ນມີຄວາມຈຳເປັນ ແລະຕ້ອງທັນການທີ່ສຸດ, ເປັນຕົ້ນແມ່ນໃນສະພາບແຫຼ່ງສະໜອງຫາຍາກ ແລະຂາດຄວາມສະເໝີພາບໃນການໄດ້ຮັບວັກຊິນໃນທົ່ວໂລກ. “ການທູດວັກຊິນ” ເນື້ອແທ້ແມ່ນການອີງໃສ່ເຂົ້າການພົວພັນສອງຝ່າຍ ແລະຫຼາຍຝ່າຍຜ່ານອົງການຈັດຕັ້ງສາກົນເພື່ອເພີ່ມທະວີໃຫ້ປະຊາຊົນໄດ້ສຳຜັດກັບວັກຊິນ, ພ້ອມທັງປະກອບສ່ວນໃຫ້ຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຮັບປະກັນໄດ້ສຳຜັດກັບວັກຊິນໃນທົ່ວໂລກ. ທ່ານ ຫງວຽນມີງຫວູ໋ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນໃນຕອນບ່າຍຂອງວັນທີ 7 ກໍລະກົດ ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານ ຫງວຽນມີງຫວູ໋ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ຮົ່ງຫງວຽນ.

ນັກຂ່າວ: ການຂາດແຄນວັກຊິນແມ່ນບັນຫາຮີບດ່ວນໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ. ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ວ່າ ພວກເຮົາໄດ້ມານະພະຍາຍາມຄືແນວໃດເພື່ອຊອກຫາແຫຼ່ງວັກຊິນ?

ທ່ານຮອງລັດຖະມົນຕີ ຫງວຽນມີງຫວູ໋: ໃນສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນໃນທົ່ວໂລກ, ພິເສດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປະຈຸບັນ, ໃນນັ້ນມີ ຫວຽດນາມ. ເຖິງວ່າມາຮອດປະຈຸບັນປະຊາຄົມສາກົນ ຕີລາຄາວ່າຫວຽດນາມ ຍັງຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ແມ່ນປະເທດທີ່ມີປະຊາກອນຫຼາຍຈັດອັນດັບທີ 15 ແຕ່ພັດຢູ່ໃນຈຳນວນ 10 ປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຕໍ່າທີ່ສຸດຢູ່ໃນໂລກຕໍ່ໜຶ່ງລ້ານຄົນ, ແຕ່ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ຍັງສັບສົນຫຼາຍ, ເປັນຕົ້ນແມ່ນການແຜ່ລະບາດຮອບທີ 4 ນີ້ມີຂອບຂະໜາດໃຫຍ່ກວ່າ, ເກີດຂຶ້ນຫຼາຍບ່ອນ, ສາມາດແຜ່ລະບາດໃນອາກາດດ້ວຍຄວາມໄວສູງຄືໃນປະຈຸບັນ.

ເພື່ອຕ້ານພະຍາດໂຄວິດ-19 ນີ້, ບັນຫາການໄດ້ສໍາຜັດ ແລະສັກວັກຊິນແມ່ນມາດຕະການສໍາຄັນທີ່ສຸດ. ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດເປັນວົງກວ້າງໃນໂລກ ແລະຢູ່ຫວຽດນາມ, ກົມການເມືອງ, ຄະນະເລຂາທິການ ແລະລັດຖະບານໄດ້ຄາດຄະເນໂດຍໄວ, ຊີ້ນໍາວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຮອບດ້ານ, ໃນນັ້ນມີການຜັນຂະຫຍາຍຍຸດທະສາດວັກຊິນ, ລວມມີ 3 ເນື້ອໃນ: ໜຶ່ງແມ່ນ, ການສຳຜັດກັບແຫຼ່ງວັກຊິນຈາກພາຍນອກ. ສອງແມ່ນ, ເພີ່ມທະວີການຮ່ວມມືກັບສາກົນໃນການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນ. ສາມແມ່ນ, ການຜະລິດວັກຊິນພາຍໃນປະເທດ, ຮັບປະກັນການຜັນຂະຫຍາຍການສັກວັກຊິນທີ່ປອດໄພ ແລະມີປະສິດທິຜົນໃຫ້ປະຊາຊົນ.

ໃນຍຸດທະສາດວັກຊິນນີ້, “ການທູດວັກຊິນ” ແມ່ນປາຍແຫຼມສໍາຄັນທີ່ສຸດ, ແມ່ນມາດຕະການທັງມີຄວາມໝາຍຮີບດ່ວນ, ທັງຍາວນານແນໃສ່ຮັບປະກັນແຫຼ່ງວັກຊິນເພື່ອປົກປ້ອງສຸຂະພາບຂອງປະຊາຊົນ, ພ້ອມທັງສ້າງເງື່ອນໄຂຟື້ນຟູການເຄື່ອນໄຫວເສດຖະກິດ, ການຜະລິດ, ດໍາເນີນທຸລະກິດໃຫ້ເປັນປົກກະຕິ, ເປັນຕົ້ນແມ່ນໃນສະພາບຂາດແຄນວັກຊິນ ແລະຂາດຄວາມສະເໝີພາບໃນການໄດ້ສຳຜັດກັບວັກຊິນທົ່ວໂລກຄືໃນປະຈຸບັນ.

ໃນໄລຍະຜ່ານມາ, ຍຸດທະສາດວັກຊິນ ແລະ“ການທູດວັກຊິນ” ໄດ້ ແລະພວມໄດ້ຜັນຂະຫຍາຍຢ່າງຂ້ຽວຂາດໃນຫຼາຍລະດັບແຕກຕ່າງກັນ, ພິເສດແມ່ນຢູ່ຂັ້ນສູງ. ເລຂາທິການໃຫຍ່, ປະທານປະເທດ, ປະທານສະພາແຫ່ງຊາດ ແລະພິເສດແມ່ນລັດຖະບານ ແລະນາຍົກລັດຖະມົນຕີ ໄດ້ເອົາໃຈໃສ່, ຊີ້ນໍາ ແລະເຂົ້າຮ່ວມຢ່າງຂ້ຽວຂາດ, ບໍ່ໃຫ້ຄວາມສໍາຄັນກ່ຽວກັບຮູບການ, ການທູດຈະແມ່ນສອງຝ່າຍ ຫຼື ຫຼາຍຝ່າຍ, ໂອ້ລົມທາງໂທລະສັບ ຫຼື ຂຽນຈົດໝາຍໃຫ້ການນໍາປະເທດຕ່າງໆເພື່ອຢາກໄດ້ສຳຜັດກັບແຫຼ່ງວັກຊິນ.

ບໍ່ພຽງແຕ່ຢູ່ຊ່ອງທາງສອງຝ່າຍເທົ່ານັ້ນ ແຕ່ພວກເຮົາຍັງໄດ້ຕັ້ງໜ້າເຂົ້າຮ່ວມ “ການທູດວັກຊິນ” ໃນຊ່ອງທາງຫຼາຍຝ່າຍ, ຮຽກຮ້ອງໃຫ້ປະຊາຄົມສາກົນ ມີມາດຕະການຕໍ່ການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນ ແລະຂາດແຄນວັກຊິນ.

ສາມາດເວົ້າໄດ້ວ່າ, ໃນສະພາບຂາດແຄນວັກຊິນໃນທົ່ວໂລກ, ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ໂດຍກົງແມ່ນການນໍາພັກ, ລັດ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ພວກເຮົາບັນລຸໄດ້ໝາກຜົນສໍາຄັນໃນເບື້ອງຕົ້ນ. ຄວາມສາມາດໃນການບັນລຸເປົ້າໝາຍໃຫ້ໄດ້ມີວັກຊິນ 10 ລ້ານໂດສ ໃນເດືອນ ກໍລະກົດ ແລະເດືອນ ສິງຫາ ແມ່ນສາມາດປະຕິບັດໄດ້.

ນັກຂ່າວ: ໃນໄລຍະຈະມາເຖິງ, ວຽກງານຂົນຂວາຍຈະໄດ້ສືບຕໍ່ຜັນຂະຫຍາຍຕາມທິດໃດແດ່ເພື່ອມີແຫຼ່ງວັກຊິນຕື່ມອີກແນໃສ່ຮັບປະກັນປະຕິບັດສໍາເລັດຍຸດທະສາດວັກຊິນ ເຊິ່ງ ລັດຖະບານ ໄດ້ວາງອອກ?

ທ່ານຮອງລັດຖະມົນຕີ ຫງວຽນມີງຫວູ໋:  ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ຄາດຄະເນວ່າ, ນັບແຕ່ນີ້ຮອດເດືອນ ກັນຍາ 2021, ສະພາບຂາດແຄນວັກຊິນ ຈະເກີດຂຶ້ນຢ່າງຮ້າຍແຮງທີ່ສຸດຍ້ອນແຫຼ່ງສະໜອງບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຂາດລະບົບການຜະລິດ ແລະການສະສົມຫຼາຍເກີນໄປຂອງບັນດາປະເທດພັດທະນາ. ລັດຖະບານ ແລະນາຍົກລັດຖະມົນຕີ ວາງຄາດໝາຍການປະຕິບັດຜັນຂະຫຍາຍ “ການທູດວັກຊິນ” ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນໄວກວ່າ, ຂ້ຽວຂາດກວ່າ, ພິເສດແມ່ນສຸມໃສ່ 3 ທິດຕົ້ນຕໍ: ທີໜຶ່ງ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນກະຊວງສາທາລະນະສຸກ ໃນການເລັ່ງລັດຜັນຂະຫຍາຍຄໍາໝັ້ນສັນຍາສະໜອງວັກຊິນ 150 ລ້ານໂດສ ເຊິ່ງພວກເຮົາໄດ້ລົງນາມກັບຄູ່ຮ່ວມມື ເພື່ອສັກໃຫ້ 70% ປະຊາກອນຫວຽດນາມ ໃນໄລຍະຈະມາເຖິງ. ທີສອງ, ສືບຕໍ່ຂົນຂວາຍຄູ່ຮ່ວມມືສອງຝ່າຍ ແລະອົງການຈັດຕັ້ງສາກົນ ສະໜອງແຫຼ່ງວັກຊິນໃຫ້ຫວຽດນາມ. ທີສາມ, ຊຸກຍູ້ການຮ່ວມມືຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນໃຫ້ເລິກເຊິ່ງກວ່າອີກ, ຕັ້ງໜ້າກວ່າອີກເພື່ອຮັບໃຊ້ໃຫ້ແກ່ການຜະລິດຍາວນາມ.

ນັກຂ່າວ: ຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ