ໃນເນື້ອໃນບົດຂຽນ “ບາງບັນຫາທິດສະດີ ແລະພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: “ໃນລະບອບການເມືອງສັງຄົມນິຍົມ, ການພົວພັນລະຫວ່າງພັກ, ລັດ ແລະປະຊາຊົນແມ່ນການພົວພັນທີ່ເປັນເອກະພາບລະຫວ່າງເຈົ້າກຳກ່ຽວກັບເປົ້າໝາຍ ແລະຜົນປະໂຫຍດ; ທຸກແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະການເຄື່ອນໄຫວຂອງລັດລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ, ຖືຄວາມຜາສຸກຂອງປະຊາຊົນເປັນເປົ້າໝາຍສູ້ຊົນ. ຮູບແບບທາງການເມືອງ ແລະກົນໄກເຄື່ອນໄຫວໂດຍລວມແມ່ນພັກນໍາພາ, ລັດຄຸ້ມຄອງ ແລະປະຊາຊົນເປັນເຈົ້າ. ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ທັງແມ່ນເປົ້າໝາຍ, ທັງແມ່ນກໍາລັງໜູນຂອງກິດຈະການກໍ່ສ້າງສັງຄົມນິຍົມ; ກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ຮັບປະກັນສິດອໍານາດເປັນຂອງປະຊາຊົນຢ່າງແທ້ຈິງແມ່ນໜ້າທີ່ຍາວນານ, ສໍາຄັນ ແລະຈຳເປັນຂອງການປະຕິວັດຫວຽດນາມ”.

leftcenterrightdel
ພາບປະກອບຄັດຈາກ hdll.vn.

ສາຍພົວພັນລະຫວ່າງພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າບໍ່ພຽງແຕ່ເປັນເນື້ອໃນທີ່ຕ້ອງແກ້ໄຂໃນວິວັດແຫ່ງການສ້າງສາ, ພັດທະນາປະເທດເທົ່ານັ້ນ, ແຕ່ມັນຍັງແມ່ນ “ກົນໄກລວມໃນການຄຸ້ມຄອງທົ່ວສັງຄົມ”, ມີຄວາມໝາຍເທົ່າກັບເປັນຫຼັກການຄອບງຳທົ່ວຊີວິດສັງຄົມ. ເພາະສະນັ້ນ, ການພົວພັນ: ປະຊາຊົນ ແລະລັດ, ແມ່ນການພົວພັນລະຫວ່າງເຈົ້າຂອງ ແລະ “ຜູ້ຮັບໃຊ້”. ຂໍ້ 2 ມາດຕາ 2, ລັດຖະທຳມະນູນ ປີ 2013 ລະບຸໄວ້ຢ່າງຈະແຈ້ງວ່າ “ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂດຍປະຊາຊົນເປັນເຈົ້າ; ສິດອຳນາດລັດທັງໝົດເປັນຂອງປະຊາຊົນ”. ການພົວພັນລະຫວ່າງພັກນໍາພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າແມ່ນການພົວພັນທີ່ສະໜິດແໜ້ນ, ມີຄວາມເປັນເອກະພາບເພື່ອເປົ້າໝາຍ, ຜົນປະໂຫຍດ: “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ”; ພັກ-ລັດ-ປະຊາຊົນມີຄວາມເປັນເອກະພາບຕໍ່ຜົນປະໂຫຍດຂອງປະເທດ-ຂອງຊາດ.

ການປ່ຽນແປງໃໝ່ໃນການພົວພັນລະຫວ່າງການນຳພາຂອງພັກ, ການຄຸ້ມຄອງຂອງລັດ ໄດ້ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ, ກຳລັງແຮງຂອງປະຊາຊົນ, ສ້າງເປັນຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ນຳປະເທດຫຼຸດພົ້ນອອກຈາກສະພາບທຸກຍາກ, ດ້ອຍພັດທະນາ, ກາຍເປັນປະເທດກຳລັງພັດທະນາມີລາຍຮັບປານກາງ; ທ່າແຮງ ແລະກຳລັງແຮງ, ອິດທິພົນຊື່ສຽງສາກົນຂອງປະເທດໄດ້ຍົກສູງຂຶ້ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ນັບມື້ນັບສູງກວ່າ. ຂົງເຂດວັດທະນະທຳ, ສັງຄົມລ້ວນແຕ່ມີບາດກ້າວພັດທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ. ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ. ຜົນງານເຫຼົ່ານັ້ນໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຊົນ ແລະເພື່ອນມິດສາກົນ.

ເພື່ອປະກອບສ່ວນໃຫ້ນັບມື້ນັບມີຄວາມສົມບູນຕໍ່ການພົວພັນລະຫວ່າງພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ, ຕາມຂ້າພະເຈົ້າທີ່ຕ້ອງສຸມໃສ່ມາດຕະການຈຸດສຸມດັ່ງລຸ່ມນີ້:

ທີໜຶ່ງ, ຄວບຄຸມສິດນຳພາຂອງພັກ ແລະອຳນາດລັດໃຫ້ເປັນຫຼັກການສຳຄັນໃນການຈັດຕັ້ງສິດອຳນາດຂອງລັດແຫ່ງນິຕິບັນຍັດສັງຄົມນິຍົມ. ຕາມນັ້ນແລ້ວ, ສິດນຳພາຂອງພັກກໍ່ຄືອຳນາດລັດທີ່ປະຊາຊົນມອບໝາຍໃຫ້, ປະຊາຊົນມອບສິດໃຫ້ໂດຍມີຂອບຈຳກັດ, ບໍ່ແມ່ນວ່າບໍ່ມີຂອບຈຳກັດ. ຂອບຈຳກັດນັ້ນແມ່ນລັດຖະທຳມະນູນ. ລັດຖະທຳມະນູນປີ 2013 ລະບຸຢ່າງຈະແຈ້ງວ່າ ອຳນາດລັດແມ່ນຄວາມເປັນເອກະພາບ, ມີການຈັດແບ່ງ, ສົມທົບ, ຄວບຄຸມລະຫວ່າງອົງການລັດໃນການປະຕິບັດສິດນິຕິບັນຍັດ, ບໍລິຫານ, ຕຸລາການ” (ຂໍ້ 3, ມາດຕາ 2). ເພາະສະນັ້ນ, ຕ້ອງປັບປຸງກົນໄກຄວບຄຸມອໍານາດໃນອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ແລະລະຫວ່າງອົງການຈັດຕັ້ງຂອງລະບົບການເມືອງໃຫ້ສົມບູນ.

ທີສອງ, ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງລັດ ໃຫ້ເປັນລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ, ເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນຢ່າງແທ້ຈິງ, ປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ ຢ່າງຄົບຖ້ວນ ແລະມີປະສິດທິຜົນ. ຍົກສູງຄຸນນະພາບການສ້າງ ແລະຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ, ຍຸດທະສາດ, ວາງແຜນກຳນົດ, ແຜນການພັດທະນາຂອງຂະແໜງການ ແລະຂົງເຂດຕ່າງໆ; ຕິດພັນການພັດທະນາເສດຖະກິດກັບການພັດທະນາດ້ານວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ. ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນໃຫ້ກາຍເປັນຜູ້ຮັບໃຊ້ຂອງປະຊາຊົນຢ່າງແທ້ຈິງ; ເພີ່ມທະວີການຕໍ່ສູ້, ສະກັດກັ້ນ, ຍູ້ຖອຍໄພອາດຍາສິດ, ສໍ້ຫຼາດບັງຫຼວງ, ລະເມີດສິດເປັນເຈົ້າຂອງປະຊາຊົນໃນຖັນແຖວພະນັກງານ, ລັດຖະກອນ.

ທີສາມ, ເພື່ອໃຫ້ປະຊາທິປະໄຕສັງຄົມນິຍົມກາຍເປັນເປົ້າໝາຍ ແລະກຳລັງໜູນຂອງການພັດທະນານັ້ນຮຽກຮ້ອງໃຫ້ພັກ ແລະລັດ ຕ້ອງມີປະຊາທິປະໄຕໃນການຈັດຕັ້ງ ແລະເຄື່ອນໄຫວຂອງຕົນ ແລະພິເສດແມ່ນຕ້ອງສືບຕໍ່ສ້າງສະພາບແວດລ້ອມ ແລະເງື່ອນໄຂເພື່ອໃຫ້ປະຊາຊົນໄດ້ເປັນເຈົ້າຂອງຢ່າງແທ້ຈິງ. ໃນທຸກການເຄື່ອນໄຫວ, ພັກ ແລະລັດ ຍາມໃດກໍ່ “ເສີມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງປະຊາຊົນ. ພິເສດ, ອົງການຈັດຕັ້ງລັດຕ້ອງ “ຍົກສູງບົດບາດຂອງເຈົ້າກຳ, ທີ່ຕັ້ງໃຈກາງຂອງປະຊາຊົນໃນຍຸດທະສາດພັດທະນາປະເທດຊາດ”.

ທ່ານພັນເອກພິເສດ, ປອ ຫງວຽນຫຶວຟຸກ, ຫົວໜ້າພະແນກລັດ ແລະກົດໝາຍ, ສະຖາບັນການ ເມືອງ