ໃນບົດຂຽນ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ: "ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການນໍາພາຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນໄຊຊະນະຂອງພາລະກິດປ່ຽນແປງໃໝ່ ແລະຮັບປະກັນໃຫ້ປະເທດພັດທະນາຕາມທິດສັງຄົມນິຍົມ, ພວກເຮົາເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງ, ປັບປຸງພັກ, ຖືນີ້ແມ່ນໜ້າທີ່ຫຼັກແຫຼ່ງ, ມີຄວາມໝາຍເປັນຕາຍຕໍ່ພັກ ແລະລະບອບສັງຄົມນິຍົມ". ຂ້າພະເຈົ້າ ຂໍອະທິບາຍບາງແງ່ມູມເພື່ອຢັ້ງຢືນຂໍ້ສັງເກດນີ້ຂອງຜູ້ນໍາພັກເຮົາແມ່ນຖືກຕ້ອງ, ສອດຄ່ອງ, ທັງດ້ານທິດສະດີ ແລະພຶດຕິກໍາຕົວຈິງ.

ໃນວິວັດແຫ່ງການນຳພາພາລະກິດການປະຕິວັດ, ເປັນຕົ້ນແມ່ນນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມ ຄ່ອຍໆເພີ່ມເຕີມ, ພັດທະນາແນວທາງປ່ຽນແປງໃໝ່ຕາມທິດນຳ: ພັດທະນາເສດຖະກິດແມ່ນໜ້າທີ່ຈຸດສຸມ, ກໍ່ສ້າງພັກແມ່ນໜ້າທີ່ຫຼັກແຫຼ່ງ, ພ້ອມກັບການພັດທະນາດ້ານວັດທະນະທໍາ-ພື້ນຖານດ້ານຈິດໃຈຂອງສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໜ້າທີ່ສໍາຄັນຍິ່ງ, ເປັນປະຈໍາ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ປະຕິບັດທິດນຳນັ້ນ, ໃນວິວັດແຫ່ງການນຳພາພັດທະນາເສດຖະກິດ, ພັກ ກໍານົດຮູບແບບເສດຖະກິດສັງລວມໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ແມ່ນເສດຖະກິດຕະຫຼາດສັງຄົມນິຍົມ: “ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ; ມີການຄຸ້ມຄອງຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ໂດຍພັກກອມມູນິດຫວຽດນາມ ນຳພາ, ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”. ໃນການຊີ້ນໍາພັດທະນາເສດຖະກິດ, ໄປຄຽງຄູ່ກັບການສຸມໃສ່ພັດທະນາເສດຖະກິດພາກລັດ ແລະເສດຖະກິດລວມໝູ່, ພັກ ຖືເປັນສໍາຄັນບົດບາດຂອງເສດຖະກິດພາກເອກະຊົນ ແລະເສດຖະກິດມີເງິນລົງທຶນຈາກຕ່າງປະເທດ. ຄຽງຂ້າງນັ້ນ, ພັກມີແຜນນະໂຍບາຍຍູ້ແຮງການຫັນເປັນອຸດສາຫະກໍາ ແລະທັນສະໄໝ,  ກ່ອນອື່ນໝົດແມ່ນຫັນກະສິກໍາເປັນອຸດສາຫະກໍາ ແລະທັນສະໄໝ ແລະກໍ່ສ້າງຊົນນະບົດໃໝ່. ດັ່ງນັ້ນ, ກວ່າ 35 ປີດໍາເນີນກິດຈະການປ່ຽນແປງໃໝ່, ການເຕີບໂຕດ້ານເສດຖະກິດສະເລ່ຍໃນແຕ່ລະປີບັນລຸ 7%. GDP ປີ 2019 ເພີ່ມຂຶ້ນທົບ 12,5 ເທົ່າເມື່ອທຽບໃສ່ປີ 2001. ລາຍຮັບສະເລ່ຍໃສ່ຫົວຄົນເພີ່ມແຕ່ 200 ໂດລາສະຫະລັດໃນປີ 1990 ຂຶ້ນເປັນ 1.168 ໂດລາສະຫະລັດໃນປີ 2010 ແລະກວ່າ 3.500 ໂດລາສະຫະລັດໃນປີ 2021.

ພ້ອມກັບການສຸມໃສ່ກໍ່ສ້າງ ແລະພັດທະນາເສດຖະກິດ, ພັກ ມີແຜນນະໂຍບາຍກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ກໍ່ສ້າງວັດທະນະທຳ ແລະມະນຸດທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຊຸກຍູ້ເສດຖະກິດ-ສັງຄົມພັດທະນາ. ບັນຫາສັງຄົມແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະລັດ, ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບສັງຄົມນິຍົມຢູ່ຫວຽດນາມ.

ວຽກງານກໍ່ສ້າງພັກ ໄດ້ກໍານົດວ່າແມ່ນໜ້າທີ່ຫຼັກແຫຼ່ງ, ມີຄວາມໝາຍເປັນຕາຍໃນພາລະກິດປະຕິວັດ; ປ່ຽນແປງໃໝ່ຕົນເອງ, ປັບປຸງຕົນເອງເປັນປະຈໍາແມ່ນກົດເກນແຫ່ງການຄົງຕົວ ແລະພັດທະນາຂອງພັກ; ພ້ອມທັງເພີ່ມທະວີການຕໍ່ສູ້, ສະກັດກັ້ນ, ຍູ້ຖອຍສະພາບຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດຂອງພະນັກງານ, ສະມາຊິກພັກ; ສະກັດກັ້ນ, ຍູ້ຖອຍບັນດາປະກົດການ “ຜັນແປດ້ວຍຕົນເອງ” “ຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ. ເພີ່ມທະວີວຽກງານກໍ່ສ້າງພັກກ່ຽວກັບຄຸນສົມບັດ.

ກໍານົດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໜ້າທີ່ສໍາຄັນສະນັ້ນໃນໄລຍະປ່ຽນແປງໃໝ່, ພັກ ມີແຜນນະໂຍບາຍດໍາເນີນການປົກປັກຮັກສາປະເທດຊາດ “ແຕ່ຫົວທີ”, “ແຕ່ໄກ”. ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ ແລະຮັກສາສະພາບແວດລ້ອມແຫ່ງສັນຕິພາບໄວ້ຢ່າງໝັ້ນຄົງເພື່ອພັດທະນາປະເທດ; ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ພົວພັນຕ່າງປະເທດສົມທົບກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນແຕ່ລະຍຸດທະສາດ, ແຜນຜັງ, ແຜນການພັດທະນາເສດຖະກິດ-ສັງຄົມ; ກໍ່ສ້າງ “ທ່າຮົບດ້ານຈິດໃຈປະຊາຊົນ” ເປັນພື້ນຖານໝັ້ນແກ່ນ ເພື່ອກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທົ່ວປວງຊົນປ້ອງກັນຄວາມສະຫງົບ. ແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະຄວາມມານະພະຍາຍາມຂອງທົ່ວກອງທັບໄດ້ປະກອບສ່ວນຮັກສາເອກະລາດ, ອະທິປະໄຕ ແລະຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງພັກ ແລະລະບອບສັງຄົມນິຍົມໄວ້ຢ່າງໝັ້ນຄົງ; ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ກໍາລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງບາດກ້າວໜຶ່ງ; ກໍ່ສ້າງກອງທັບ ແລະຕໍາຫຼວດຕາມທິດເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ.

ແຜນນະໂຍບາຍ ແລະການຊີ້ນໍາຂອງພັກ ພາຍຫຼັງກວ່າ 35 ປີຜ່ານມາແມ່ນພິສູດໃຫ້ເຫັນການນໍາພາທີ່ຖືກຕ້ອງຂອງພັກແມ່ນປັດໄຈຕັດສິນໄຊຊະນະຂອງກິດຈະການປ່ຽນແປງໃໝ່, ຮັບປະກັນໃຫ້ປະເທດພັດທະນາແບບຍືນຍົງ, ຕາມທິດສັງຄົມນິຍົມ. ນັ້ນແມ່ນພື້ນຖານເພື່ອສືບຕໍ່ສ້າງປະເທດຊາດ ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ.

ໂດຍ: ເຈິ່ນຮວ່ຽນ