ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້, ໝາກຜົນພົ້ນເດັ່ນເຊິ່ງຫວຽດນາມ ບັນລຸໄດ້ໃນເດືອນເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນຄັ້ງນີ້?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ: ເດືອນເປັນປະທານສະພາຄວາມໝັ້ນຄົງ ສປຊ ຂອງຫວຽດນາມ (ເດືອນເມສາ 2021) ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ສະແດງໃຫ້ເຫັນໃນ 3 ດ້ານຄືດັ່ງຕໍ່ໄປນີ້:

ທີໜຶ່ງແມ່ນ, ວຽກງານປະສານງານ, ບໍລິຫານວຽກງານດ້ວຍຖານະເປັນປະທານສະພາຄວາມໝັ້ນຄົງ. ໃນເດືອນເມສາ 2021, ພວກເຮົາໄດ້ບໍລິຫານຈໍານວນວຽກງານໄດ້ຫຼາຍສົມຄວນ, ດ້ວຍການປະຊຸມຂັ້ນເອກອັກຄະລັດຖະທູດເກືອບ 30 ຄັ້ງ ແລະການປະຊຸມຂັ້ນເຮັດວຽກນັບສິບຄັ້ງເພື່ອປຶກສາຫາລືບັນດາບັນຫາໃນທຸກທະວີບ, ຈາກອາຟະລິກາ, ຕາເວັນອອກກາງ ເຖິງ ເອີລົບ, ອາຊີ... ພວກເຮົາກໍ່ໄດ້ສະເໜີ ແລະຮັບຮອງເອົາເອກະສານ 10 ສະບັບຢູ່ສະພາຄວາມໝັ້ນຄົງ ສປຊ, ໃນນັ້ນມີມະຕິ 4 ສະບັບ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເຫັນດີເປັນເອກະພາບສູງ. ສິ່ງນີ້ກໍ່ສະແດງໃຫ້ເຫັນບົດບາດປະສານງານ, ແລກປ່ຽນ, ການເຈລະຈາຂອງປະທານສະພາຄວາມໝັ້ນຄົງເພື່ອຮັກສາຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີຂອງສະມາຊິກໃນສະພາຄວາມໝັ້ນຄົງ ສປຊ.

ທີສອງແມ່ນ, ການປະກອບສ່ວນຂອງຫວຽດນາມ ໃນບັນດາບັນຫາທີ່ໄດ້ປຶກສາຫາລື, ແລກປ່ຽນ ແລະວຽກງານຂອງສະພາຄວາມໝັ້ນຄົງ. ດ້ວຍທັດສະນະ, ຫຼັກໝັ້ນທີ່ມີລັກສະນະສ້າງສັນ, ອີງຕາມກົດບັດ ສປຊ ແລະກົດໝາຍສາກົນ, ພວກເຮົາໄດ້ຊີ້ແຈ້ງຫຼັກໝັ້ນ, ທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາພິຈາລະນາປຶກສາຫາລືຢູ່ສະພາຄວາມໝັ້ນຄົງເພື່ອຊຸກຍູ້ການເຈລະຈາ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ພະຍາຍາມແກ້ໄຂການປະທະກັນ ແລະບັນຫາ “ຮ້ອນ” ຢູ່ໃນໂລກ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໃນການຕອບສຳພາດຕໍ່ສື່ມວນຊົນວັນທີ 29 ເມສາ. ພາບ: ຫງວຽນຮົ່ງ.

ທີສາມແມ່ນ, ບັນດາຂໍ້ສະເໜີ, ຂໍ້ລິເລີ່ມເຊິ່ງຫວຽດນາມ ເອົາໃຈໃສ່, ຊຸກຍູ້ໃນເດືອນເປັນປະທານສະພາຄວາມໝັ້ນຄົງ. ພວກເຮົາໄດ້ຈັດຕັ້ງ 3 ວາລະປຶກສາຫາລືຂັ້ນສູງກ່ຽວກັບການສະກັດກັ້ນການປະທະກັນ, ແກ້ໄຂການປະທະກັນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຂອງການປະທະກັນ, ໃນນັ້ນທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລືເປີດຂັ້ນສູງດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາເພື່ອແນໃສ່ສະກັດກັ້ນ, ແກ້ໄຂການປະທະກັນ” ໃນວັນທີ 19 ເມສາ. ບັນດາວາລະປະຊຸມໄດ້ດໍາເນີນສໍາເລັດຜົນ ແລະໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ, ພ້ອມທັງຮັບຮອງເອົາບັນດາເອກະສານສໍາຄັນເພື່ອຊຸກຍູ້ເນື້ອໃນເຊິ່ງພວກເຮົາເອົາໃຈໃສ່.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ສາຍເຫດເພື່ອໄດ້ຮັບຜົນສໍາເລັດດັ່ງກ່າວແມ່ນຫຍັງແດ່?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ: ພວກຂ້າພະເຈົ້າຖືວ່າ, ສາຍເຫດສໍາຄັນທີ່ສຸດເພື່ອໄດ້ຮັບຜົນສໍາເລັດນັ້ນແມ່ນການກະກຽມຢ່າງລະອຽດຂອງພວກເຮົາ. ຮັບຜິດຊອບວຽກງານໃນຖານະເປັນປະທານສະພາຄວາມໝັ້ນຄົງຮຽກຮ້ອງໃຫ້ມີການກະກຽມກ່ອນນັ້ນຫຼາຍເດືອນຈາກເນື້ອໃນຕະຫຼອດຮອດລາຍການ, ໃນນັ້ນມີການປຶກສາຫາລືຢ່າງແໜ້ນແຟ້ນກັບບັນດາປະເທດໃນສະພາຄວາມໝັ້ນຄົງ ແລະບັນດາປະເທດສະມາຊິກ ສປຊ ໃນການແກ້ໄຂບັນດາບັນຫາ.

ຄຽງຂ້າງນັ້ນ, ການສະໜັບສະໜູນຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງທີ່ສະຫງວນໃຫ້ຫວຽດນາມ ກໍ່ສະແດງໃຫ້ເຫັນວ່າບັນດາປະເທດຖືເປັນສໍາຄັນພິເສດຖານະບົດບາດຂອງຫວຽດນາມ ໃນໄລຍະຜ່ານມາ. ບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຂອງພວກເຮົາໃນເດືອນເປັນປະທານສະພາຄວາມໝັ້ນຄົງກໍ່ໄດ້ຮັບຄວາມເອົາໃຈໃສ່, ໃກ້ຊິດຈາກການນໍາພັກ, ລັດ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຫວຽດນາມ ໄດ້ປະສົບກັບຄວາມຫຍຸ້ງຍາກໃດແດ່ໃນໄລຍະເປັນປະທານສະພາຄວາມໝັ້ນຄົງ ແລະໄດ້ແກ້ໄຂຄືແນວນັ້ນ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ: ການດຳລົງຕໍາແໜ່ງບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ແມ່ນຄວາມຫຍຸ້ງຍາກເມື່ອຕ້ອງປະສານງານ, ຮັບປະກັນຄວາມກົມກຽວໃນທັດສະນະທີ່ແຕກຕ່າງກັນຂອງບັນດາກຸ່ມປະເທດ, ພິເສດແມ່ນບັນດາປະເທດໃຫຍ່. ຍ້ອນເມື່ອເຈລະຈາບັນຫາ ຫຼື ເອກະສານໃດໜຶ່ງລ້ວນແຕ່ມີຄວາມແຕກຕ່າງກັນກ່ຽວກັບທັດສະນາ. ປະທານສະພາຄວາມໝັ້ນຄົງຕ້ອງຮັບປະກັນຄວາມກົມກຽວຕໍ່ບັນດາທັດສະນະນັ້ນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມລວມ, ຈາກນັ້ນແກ້ໄຂບັນຫາຮີບດ່ວນທີ່ໄດ້ວາງອອກ.

ເລື່ອງຫວຽດນາມ ບັນລຸໄດ້ຜົນສໍາເລັດໃນການສະເໜີ, ຊຸກຍູ້ບຸລິມະສິດ ແລະຂໍ້ລິເລີ່ມໃນເດືອນເປັນປະທານຜ່ານມາບໍ່ແມ່ນສິ່ງງ່າຍດາຍ. ເຖິງວ່າແມ່ນຄວາມເອົາໃຈໃສ່ລວມກໍ່ຕາມແຕ່ນີ້ແມ່ນບັນດາບັນຫາໃໝ່, ມີຄວາມແຕກຕ່າງກັນຫຼາຍເມື່ອລົງລະອຽດ. ເປັນໜ້າພາກພຸມໃຈ,  ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ເພື່ອໃຫ້ບັນດາປະເທດລ້ວນແຕ່ເຫັນດີເຫັນພ້ອມ, ເຫັນດີເປັນເອກະພາບພິຈາລະນາແກ້ໄຂບັນດາບັນຫາທີ່ໄດ້ວາງອອກ; ເອກະສານທັງ 10 ສະບັບລ້ວນແຕ່ໄດ້ຮັບຮອງເອົາຈາກສະພາຄວາມໝັ້ນຄົງດ້ວຍຈຳນວນບັດສະໜັບສະໜູນ 15/15 ບັດ.

ນັກຂ່າວ: ໃນໄລຍະທີ່ຍັງເຫຼືອຂອງອາຍຸການເປັນສະມາຊິກສະພາຄວາມໝັ້ນຄົງ, ພວກເຮົາຄວນເຮັດຫຍັງແດ່ເພື່ອເສີມຂະຫຍາຍຜົນສໍາເລັດທີ່ບັນລຸໄດ້?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ: ແຕ່ນີ້ຮອດທ້າຍປີ 2021, ສະພາບການພາກພື້ນ ແລະໂລກຍັງຂາດສະຖຽນລະພາບຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ດ້ວຍບົດບາດເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບບັນດາປະເທດຊອກຫາມາດຕະການເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງສາກົນ.

ໃນວິວັດການນັ້ນ, ສິ່ງສໍາຄັນທີ່ສຸດແມ່ນຕ້ອງພະຍາຍາມເພື່ອໃຫ້ສະພາຄວາມໝັ້ນຄົງມີຄວາມສາມັກຄີ, ເຫັນດີເຫັນພ້ອມ. ສໍາລັບບັນດາບັນຫາສັບສົນຢູ່ສະພາຄວາມໝັ້ນຄົງ, ຫວຽດນາມ ຄວນຢຶດໝັ້ນຫຼັກໝັ້ນ, ຫຼັກການ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ, ພ້ອມທັງແກ້ໄຂຢ່າງຄ່ອງແຄ່ວ, ສົມເຫດສົມຜົນເພື່ອແນໃສ່ຊຸກຍູ້ວັດທະນະທໍາການເຈລະຈາ, ສາມັກຄີ ແລະຄວາມເຫັນດີເຫັນພ້ອມຢູ່ສະພາຄວາມໝັ້ນຄົງ; ຕັ້ງໜ້າປະກອບສ່ວນເພື່ອໃຫ້ບັນດາຂໍ້ຕົກລົງຂອງສະພາຄວາມໝັ້ນຄົງຕ້ອງອີງໃສ່ພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ, ໃນນັ້ນມີຫຼັກການເອກະລາດ, ເປັນເຈົ້າຕົນເອງ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ. ກ່ອນອື່ນໝົດ, ພວກເຮົາປາດຖະໜາຢາກໃຫ້ສະພາຄວາມໝັ້ນຄົງສືບຕໍ່ແມ່ນອົງການສໍາຄັນທີ່ສຸດໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງສາກົນ.

ນັກຂ່າວ: ຂໍຂອບໃຈທ່ານ !

ໂດຍ: ເຈິ່ນຮວ່ຽນ