ນັກຂ່າວ: ກອງປະຊຸມບັນດາການນຳອາຊຽນ ຄັ້ງນີ້ໄດ້ດຳເນີນໄປໃນສະພາບການພິເສດ. ສະເໜີທ່ານຮອງລັດຖະມົນຕີໃຫ້ຮູ້ກ່ຽວກັບການເຂົ້າຮ່ວມກອງປະຊຸມຂອງຫວຽດນາມ ມີຄວາມໝາຍຄືແນວໃດ ແລະໄດ້ມີການປະກອບສ່ວນພົ້ນເດັ່ນໃດແດ່ຕໍ່ໝາກຜົນຂອງກອງປະຊຸມ?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ກອງປະຊຸມໄດ້ດຳເນີນໄປໃນສະພາບການທີ່ຫຼາຍປະເທດໃນພາກພື້ນພວມຕ້ອງຜ່ານຜ່າການແຜ່ລະບາດຮອບໃໝ່ທີ່ມີຄວາມສັບສົນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ບັນດາການນຳອາຊຽນ ກໍ່ຕັດສິນໃຈມີການພົບປະໂດຍກົງ, ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະຄວາມມານະພະຍາຍາມຫຼາຍທີ່ສຸດຂອງບັນດາປະເທດສະມາຊິກ, ຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈກັນແກ້ໄຂບັນດາບັນຫາຈຳເປັນທີ່ພວມປະກົດຂຶ້ນ ເຊິ່ງອາຊຽນ ຕ້ອງປະເຊີນໜ້າ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: dangcongsan.vn.

ສຳລັບຫວຽດນາມ, ນາຍົກລັດຖະມົນຕີເຮົາໄດ້ຕັດສິນໃຈໄປເຂົ້າຮວ່ມກອງປະຊຸມພາຍຫຼັງດຳລົງຕຳແໜ່ງຍັງບໍ່ທັນຮອດ 20 ວັນ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະປະກອບສ່ວນຄວາມຮັບຜິດຊອບຂອງຫວຽດນາມ ໃນອາຊຽນ. ດ້ວຍຖານະບົດບາດໃນອາຊຽນ, ພິເສດແມ່ນພາຍຫຼັງອາຍຸການປະທານອາຊຽນ 2020, ຫວຽດນາມ ແມ່ນສະມາຊິກໜຶ່ງດຽວຂອງອາຊຽນ ໃນສະພາຄວາມໝັ້ນຄົງ ສປຊ ແລະກຳລັງເປັນປະທານສະພາຄວາມໝັ້ນຄົງ ເດືອນເມສາ 2021, ການເຂົ້າຮ່ວມ, ປະກອບສ່ວນຂອງຫວຽດນາມ ແມ່ນການລໍຄອຍຂອງປະຊາຄົມສາກົນ ແລະພາກພື້ນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ນຳໜ້າສາມາດຕອບສະໜອງໄດ້ຄວາມຄາດຫວັງດັ່ງກ່າວ. ພວກເຮົາໄດ້ເຂົ້າຮ່ວມ ແລະມີການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງໃນຫຼາຍເນື້ອໃນຂອງກອງປະຊຸມ, ຖືກຕາມເນື້ອໃນຈິດໃຈຂອງສະມາຊິກທີ່ມີຄວາມຮັບຜິດຊອບ, ມານະພະຍາຍາມເພື່ອວຽກງານລວມຂອງ “ຄອບຄົວໃຫຍ່ອາຊຽນ”.

ບັນດາຄຳເຫັນ, ຂໍ້ສະເໜີຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມໄດ້ຮັບຄວາມເຫັນດີເຫັນພ້ອມ ແລະການແບ່ງປັນສູງຈາກການນຳບັນດາປະເທດອາຊຽນ, ຕອບສະໜອງຖືກຕາມຄວາມເອົາໃຈໃສ່ ແລະການໃຫ້ບູລິມະສິດຂອງອາຊຽນໃນໄລຍະນີ້, ໂດຍສະເພາະແມ່ນການຄວບຄຸມພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູ ແລະມາດຕະການຮັບມືກັບບັນຫາທີ່ເກີດຂຶ້ນຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການປະທານອາຊຽນ 2020 ຂອງພວກເຮົາ ແລະສົມທົບກັບບັນຫາທີ່ຫວຽດນາມ ມີຜົນປະໂຫຍດເປັນຕົ້ນແມ່ນທະເລຕາເວັນອອກ, ແມ່ນ້ຳຂອງໃນການກຳນົດທິດຮ່ວມມືຂອງອາຊຽນ. ນາຍົກລັດຖະມົນຕີ ສະເໜີໃຫ້ອາຊຽນຕ້ອງເອົາໃຈໃສ່ບັນຫາກ່ຽວກັບການຮັດແຄບໄລຍະຫ່າງການພັດທະນາຢູ່ອະນຸພາກພື້ນຕ່າງໆ, ໃນນັ້ນມີແມ່ນ້ຳຂອງ, ຮັບປະກັນບໍ່ມີເຂດ, ພາກໃດຖືກຕົກຄ້າງຢູ່ເບື້ອງຫຼັງ, ໂດຍສະເພາະແມ່ນໃນສະພາບທີ່ມີການກະທົບຂອງພະຍາດໂຄວິດ-19. ເພື່ອຮັກສາໃຫ້ໄດ້ບົດບາດໃຈກາງຂອງອາຊຽນໃນສະພາບແວດລ້ອມຍຸດທະສາດທີ່ມີການຜັນແປຢ່າງສັບສົນນີ້, ນາຍົກລັດຖະມົນຕີ ໄດ້ໃຫ້ຂໍ້ສັງເກດກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ ແລະເຈດຕະນາດີຂອງບັນດາຝ່າຍວ່າຕ້ອງສະແດງອອກໃຫ້ເຫັນດ້ວຍພຶດຕິກຳຕົວຈິງ, ຫຼີກລ້ຽງບໍ່ມີການກະທຳເຮັດໃຫ້ສະພາບການເຄັ່ງຕຶງ ແລະສັບສົນຂຶ້ນຕື່ມ. ນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຄວນຮັກສາຫຼັກໝັ້ນ, ຫຼັກການກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນ, ເຄົາລົບກົດໝາຍສາກົນ, ລວມມີ UNCLOS 1982, ປະຕິບັດ DOC ຢ່າງເຂັ້ມງວດ ແລະສ້າງ COC ໃຫ້ມີປະສິດທິພາບ, ປະສິດທິຜົນໂດຍໄວ.

ແບ່ງປັນທັດສະນະຂອງການນຳບັນດາປະເທດອາຊຽນ ກ່ຽວກັບບັນຫາສາກົນ, ພາກພື້ນທີ່ພວມໄດ້ຮັບຄວາມສົນໃຈ, ໃນນັ້ນມີສະຖານະການຢູ່ມຽນມາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ ຕ້ອງເຄົາລົບຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ແຕ່ວ່າດ້ວຍຈິດໃຈສາມັກຄີຂອງປະຊາຄົມ, ອາຊຽນ ບໍ່ອາດເມີນເສີຍຕໍ່ບັນຫາເກີດຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບເຖິງຄວາມໝັ້ນຄົງ ແລະການພັດທະນາລວມຂອງພາກພື້ນ. ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບວິທີການທີ່ອາຊຽນຕ້ອງເຂົ້າຮ່ວມການໜູນຊ່ວຍມຽນມາ ແມ່ນເໝາະສົມກັບຄຳເຫັນລວມຂອງບັນດາການນຳອາຊຽນ. ນັ້ນແມ່ນຕ້ອງຈັດສົ່ງຜູ້ຕາງໜ້າຂອງອາຊຽນ ໄປມຽນມາ ເພື່ອຊອກຮູ້ສະພາບການຕົວຈິງ, ພົບປະກັບບັນດາຝ່າຍ, ຊຸກຍູ້ການເຈລະຈາ, ຊອກຫາມາດຕະການ, ເພີ່ມທະວີຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳໃຫ້ປະຊາຊົນ.

ສະຫຼຸບລວມແລ້ວ, ອາດເວົ້າເຖິງການປະກອບສ່ວນທັງມີລັກສະນະຍຸດທະສາດ, ທັງແທດຈິງ, ມີປະສິດທິຜົນຂອງຫວຽດນາມ, ຜ່ານການກ່າວຄຳເຫັນຂອງນາຍົກລັດຖະມົນຕີທີ່ກອງປະຊຸມໄດ້ສືບຕໍ່ຢັ້ງຢືນຮູບພາບ, ຂີດໝາຍຂອງຫວຽດນາມ ໃນອາຊຽນ, ພ້ອມກັບບັນດາປະເທດສະມາຊິກອື່ນປະກອບສ່ວນສຳຄັນສ້າງຜົນສຳເລັດຢູ່ນອກຈາກຄວາມຄາດຫວັງຈາກກອງປະຊຸມບັນດາການນຳອາຊຽນ ຄັ້ງນ້ີ.

ນັກຂ່າວ: ໃນໄລຍະດຳເນີນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີການເຄື່ອນໄຫວສອງຝ່າຍກັບການນຳບັນດາປະເທດ, ທ່ານຮອງລັດຖະມົນຕີ ຈົ່ງໃຫ້ຮູ້ຄວາມໝາຍ ແລະໝາກຜົນຂອງການເຄື່ອນໄຫວນີ້?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ພຽງແຕ່ໃນເວລາສັ້ນທີ່ສຸດ, ບໍ່ຮອດ 2 ວັນ, ນອກຈາກການເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນແລ້ວ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຄື່ອນໄຫວສອງຝ່າຍກັບການນຳບັນດາປະເທດອາຊຽນ.

ຜ່ານການເຄື່ອນໄຫວພົບປະທາງການທູດຂັ້ນສູງຄັ້ງທຳອິດຂອງນາຍົກລັດຖະມົນຕີກັບບັນດາຄູ່ຮ່ວມມືສຳຄັນໃນອາຊຽນ, ພວກເຮົາໄດ້ຢັ້ງຢືນແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແມ່ນຖືເປັນສໍາຄັນການພັດທະນາການພົວພັນຮ່ວມມື, ມິດຕະພາບ, ມູນເຊື້ອກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນາຍົກລັດຖະມົນຕີໄດ້ພົບປະໂດຍກົງ ແລະສ້າງການພົວພັນກັບການນຳຂັ້ນສູງບັນດາປະເທດໃນພາກພື້ນ.

ນາຍົກລັດຖະມົນຕີຫວຽດນາມ ໄດ້ແລກປ່ຽນກັບການນຳບັນດາປະເທດຫຼາຍບັນຫາຍຸດທະສາດດ້ວຍວິໄສທັດ ແລະການກຳນົດທິດສຳຄັນໃຫ້ແກ່ການພົວພັນກັບບັນດາປະເທດ ກໍ່ຄືບັນດາມາດຕະການທີ່ລະອຽດ, ແທດຈິງເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານ, ມີປະສິດທິຜົນທີ່ສຸດ. ທ່ານນາຍົກລັດຖະມົນຕີເຮົາ ແລະການນຳບັນດາປະເທດເຫັນດີເປັນເອກະພາບຕໍ່ຫຼາຍມາດຕະການຊຸກຍູ້ການຮ່ວມມືສອງຝ່າຍທີ່ມີປະສິດທິຜົນ, ແທດຈິງ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ໜູນຊ່ວຍຄວາມມານະພະຍາຍາມຟື້ນຟູຫຼັງພະຍາດໂຄວິດ-19 ຢ່າງແທດຈິງ.

ອາດເວົ້າໄດ້ວ່າ ໝາກຜົນການເຄື່ອນໄຫວສອງຝ່າຍຄັ້ງນີ້ໄດ້ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ກັັບບັນດາຄູ່ຮ່ວມມືສຳຄັນນັບແຕ່ຕົ້ນອາຍຸການຂອງລັດຖະບານໃໝ່, ພ້ອມທັງແມ່ນລິເລີ່ມທີ່ມີຄວາມຕັ້ງໜ້າ, ປະກອບສ່ວນສ້າງການພົວພັນຮ່ວມມື, ມິດຕະພາບ ແລະເປັນມິດລະຫວ່າງນາຍົກລັດຖະມົນຕີ ກັບການນຳບັນດາປະເທດອາຊຽນ.

ນັກຂ່າວ: ຂໍຂອບໃຈ

ໂດຍ: ແສງເດືອນ