ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ສາມເທື່ອນັ້ນໄດ້ສ້າງຄວາມປະທັບໃຈໃດແດ່ຕໍ່ທ່ານ?

ທ່ານເອກອັກຄະລັດຖະທູດ Saadi Salama: ອານຸສອນຄັ້ງທໍາອິດຂອງຂ້າພະເຈົ້າທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ນັ້ນແມ່ນປີ 1982 ເມື່ອຂ້າພະເຈົ້າແມ່ນນັກຮຽນຢູ່ປະເທດຂອງພວກເພື່ອນ ແລະການປະກອບສ່ວນເຂົ້າໃນຜົນສໍາເລັດຂອງຄະນະຜູ້ແທນປາແລັດສະຕິນ ທີ່ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V. ຂ້າພະເຈົ້າຈື່ໄດ້ວ່າໃນຄາວນັ້ນກອງປະຊຸມໃຫຍ່ມີຄວາມສາມັກຄີ ແລະໄດ້ຮັບການສະໜັບສະໜູນຢ່າງແຮງຈາກພັກອ້າຍນ້ອງ ແລະຂະບວນການປົດປ່ອຍຊາດໃນໂລກ. ແຕ່ນັ້ນມາ, ເມື່ອໄດ້ເປັນຮອງເອກອັກຄະລັດຖະທູດປາແລັດສະຕິນ ປະຈໍາ ຫວຽດນາມ, ຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII. ນີ້ແມ່ນໄລຍະທີ່ຫວຽດນາມ ປ່ຽນແປງໃໝ່ຮັບຮອງເອົາບັນດານະໂຍບາຍສໍາຄັນທີ່ກ່ຽວຂ້ອງເຖິງອະນາຄົດຂອງປະເທດຊາດເມື່ອຫວຽດນາມ ເຫັນໄດ້ວ່າໂລກມີການຜັນແປສັບສົນຫຼາຍຢ່າງ, ພິເສດແມ່ນກ່ຽວຂ້ອງເຖິງການນໍາໃຊ້ນະໂຍບາຍປ່ຽນແປງໃໝ່ທີ່ໄດ້ວາງອອກແຕ່ກອງປະຊຸມໃຫຍ່ ຄັ້ງທີ VI. ຜ່ານບັນດານະໂຍບາຍຂອງຕົນ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເຖິງການພັດທະນາປະເທດຊາດ, ຟື້ນຟູພາຍຫຼັງສົງຄາມ ແລະແກ້ໄຂບາງບັນຫາໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງຄ່ອງແຄ້ວ ແລະມີຫົວຄິດປະດິດສ້າງ.

leftcenterrightdel
ທ່ານ Saadi Salama ເອກອັກຄະລັດຖະທູດປາແລັດສະຕິນ ປະຈໍາ ຫວຽດນາມ. ພາບ: qdnd.vn.

ນັກຂ່າວ: ໃນຖານະຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ ແຕ່ທ້າຍປີ 2009 ມາຮອດປະຈຸບັນ ແລະທ່ານເຄີຍເວົ້າວ່າຫວຽດນາມ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ຕົນເອງ. ຂໍທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນລະອຽດກວ່ານີ້ຕື່ມອີກ?

ທ່ານເອກອັກຄະລັດຖະທູດ Saadi Salama: ຂ້າພະເຈົ້າຍັງຈື່ໄດ້ວ່າເມື່ອມາຮັບໜ້າທີ່ໃໝ່ໃນຖານະເປັນເອກອັກຄະລັດຖະທູດ ປະຈຳ ຫວຽດນາມ, ຂ້າພະເຈົ້າມີໂອກາດໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI. ນີ້ກໍ່ແມ່ນໄລຍະທີ່ທົ່ວໂລກພວມຜ່ານຜ່າສິ່ງທ້າທາຍຫຍໍ້ທໍ້ຈາກວິກິດການເສດຖະກິດ ແລະການເງິນທົ່ວໂລກແຕ່ປີ 2008 ແລະຜົນຕາມມາໃນຊຸມປີຕໍ່ໄປ. ຕ້ອງເວົ້າວ່າ, ໃນໄລຍະນີ້, ພາຍໃຕ້ການນໍາພາຂອງພັກ, ຫວຽດນາມ ສາມາດແກ້ໄຂບັນຫາໄດ້ຢ່າງຄ່ອງແຄ່ວເພື່ອຜ່ານຜ່າຄວາມຫຍຸ້ງຍາກເຊິ່ງຢູ່ພາກພື້ນ ແລະໃນໂລກພວມປະເຊີນໜ້າ.

ສ່ວນໃນປະຈຸບັນ, ທົ່ວໂລກພວມສະແດງຄວາມນິຍົມນັບຖືຫວຽດນາມ ເມື່ອຄວບຄຸມພະຍາດໂຄວິດ-19 ໄດ້ສໍາເລັດຜົນ, ປະກອບສ່ວນນໍາເສດຖະກິດພັດທະນາໃນສະພາບການທີ່ບັນດາພື້ນຖານເສດຖະກິດໃນໂລກຖືກຊຸດໂຊມ, ຊ້ຳບໍ່ໜໍາເຕີບໂຕທາງລົບ. ໃນຂະນະນັ້ນ, ຫຼາຍປະເທດພວມຮັບມືກັບພະຍາດໂຄວິດ-19 ພ້ອມກັບຜົນກະທົບຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດ, ຫວຽດນາມ ຄວບຄຸມພະຍາດໂຄວິດ-19 ໄດ້ສໍາເລັດຜົນ, GDP ເຕີບໂຕ 2,91%, ປີ 2020 ຫວຽດນາມ ກໍ່ນອນໃນກຸ່ມມີການເຕີບໂຕເສດຖະກິດສູງທີ່ສຸດໃນໂລກ. ນີ້ແມ່ນສິ່ງທີ່ພິສູດໃຫ້ເຫັນການນໍາພາດ້ວຍແນວທາງ ແລະນະໂຍບາຍທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ.

ພາຍໃຕ້ການນໍາພາຂອງພັກ, ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີປາໄສສາກົນ. ສາມາດເຫັນວ່າ ໃນໄລຍະ 5 ປີມໍ່ໆມານີ້, ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກໂລກດ້ວຍຜົນງານບໍ່ພຽງແຕ່ກ່ຽວກັບການພັດທະນາເສດຖະກິດ. ທົ່ວໂລກໄດ້ຮູ້ຈັກປະເທດຫວຽດນາມ ດ້ວຍບົດບາດ “ຈຸດນັດພົບ” ເມື່ອການນໍາ ສປປ.ເກົາຫຼີ Kim Jong Un ແລະປະທານາທິບໍດີອາເມລິກາ ໃນຄາວນັ້ນແມ່ນທ່ານ Donald Trump ມີການພົບປະສຸດຍອດໃນປີ 2019 ເພື່ອຊຸກຍູ້ສັນຕິພາບໃນແຫຼມເກົາຫຼີ. ນີ້ແມ່ນຄວາມມານະພະຍາຍາມປະກອບສ່ວນໃຫ້ສັນຕິພາບໂລກຂອງຫວຽດນາມ-ປະເທດທີ່ສາມາດເຂົ້າໃຈແຈ້ງກວ່າກ່ຽວກັບຜົນຮ້າຍຈາກສົງຄາມ ແລະຄຸນຄ່າຂອງສັນຕິພາບວ່າແມ່ນເປັນຄືແນວໃດ.

ນັກຂ່າວ: ຕາມທ່ານແລ້ວ, ອັນໃດເປັນສາຍເຫດທີ່ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ຜົນງານຄືແນວນັ້ນ?

ທ່ານເອກອັກຄະລັດຖະທູດ Saadi Salama: ຢູ່ເບື້ອງຫຼັງຜົນງານນັ້ນແມ່ນບັນດານະໂຍບາຍພັດທະນາເສດຖະກິດ-ສັງຄົມຕິດພັນກັບສະພາບການຕົວຈິງ, ເງື່ອນໄຂ, ສະພາບການຂອງຫວຽດນາມ. ສາມັກຄີແຫ່ງຊາດ, ການສະໜັບສະໜູນຂອງປະຊາຊົນສຳລັບແນວທາງ, ນະໂຍບາຍຂອງພັກ ແລະລັດແມ່ນບັນດາປັດໄຈພິເສດສໍາຄັນ. ປະຊາຊົນຫວຽດນາມ ມີຄວາມດຸໝັ່ນຂະຫຍັນພຽນ, ຍາມໃດກໍ່ມຸ່ງໄປເຖິງອະນາຄົດ, ຍາມໃດກໍ່ປາດຖະໜາຢາກປະກອບສ່ວນໃຫ້ແກ່ການພັດທະນາປະເທດ. ບັນດານະໂຍບາຍຖືກຕ້ອງຂອງພັກໄດ້ນໍາຫວຽດນາມ ຜ່ານຜ່າວິກິດການ, ພັດທະນາບືນຕົວຂຶ້ນ ແລະໄດ້ຮັບຄວາມນິຍົມນັບຖືຈາກບັນດາປະເທດໃນໂລກ.

ການປະຕິບັດສະເໝີຕົ້ນສະເໝີປາຍຕໍ່ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍໃນການພົວພັນຕ່າງປະເທດ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ໄດ້ຊ່ວຍຫວຽດນາມ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງດ້ານການເມືອງ ແລະປ້ອງກັນຄວາມສະຫງົບ, ສ້າງເງື່ອນໄຂສະດວກເພື່ອພັດທະນາປະເທດຊາດ.

ເປັນເພື່ອນມິດຂອງຫວຽດນາມ ແລະເປັນນັກການທູດ, ຂ້າພະເຈົ້າຍາມໃດກໍ່ສົ່ງສານວ່າ "ຫວຽດນາມເຕັມໄປດ້ວຍຄຳໝັ້ນໝາຍ" ເຖິງເພື່ອນມິດສາກົນ ແລະປະເທດປາແລັດສະຕິນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ