ນັກຂ່າວ: ທ່ານທູດ ຕີລາຄາແນວໃດຕໍ່ບົດບາດນຳພາຂອງພັກກອມມູນິດຫວຽດນາມ ເພື່ອບັນລຸໄດ້ບັນດາຜົນງານເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ, ພິເສດແມ່ນໃນໄລຍະ 5 ປີມໍ່ໆມານີ້?

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ: ພັກກອມມູນິດຫວຽດນາມ ແມ່ນພັກຂອງຊົນຊັ້ນກຳມະຊີບ, ມີຕົ້ນກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນ. ໃນປະຫວັດສາດຫວຽດນາມ, ກ່ອນທີ່ພັກກອມມູນິດຫວຽດນາມ ກຳເນີດ, ພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ, ປະຊາຊົນລຳບາກກາກກຳ. ພາຍຫຼັງສ້າງຕັ້ງພັກກອມມູນິດຫວຽດນາມ ໃນວັນທີ 3-2-1930, ໃນຫຼາຍທົດສະວັດ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມ ອ້າຍນ້ອງຕໍ່ສູ້ຢ່າງອົງອາດກ້າຫານ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະຈັກກະພັດ, ຍາດເອົາເອກະລາດແຫ່ງຊາດ, ພາຍຫຼັງວັນທີ 30-4-1975, ເມື່ອປະເທດໄດ້ຮັບການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ, ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ນຳພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

leftcenterrightdel
ສະຫາຍເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ພາບ: ສຳນັກຂ່າວສານຫວຽດນາມ.

ປີ 1986, ພັກກອມມູນິດຫວຽດນາມ ໄດ້ລິເລີ່ມ ແລະນຳພາດຳເນີນກິດຈະການປ່ຽນແປງໃໝ່ ແລະບັນລຸໄດ້ຜົນງານຢ່າງຮອບດ້ານ, ມີຄວາມໝາຍປະຫວັດສາດທີ່ສຸດ: ການເມືອງມີຄວາມໝັ້ນຄົງ, ເສດຖະກິດມີການເຕີບໂຕບຸກທະລຸ, ຮັກສາໄດ້ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນໄດ້້ຮັບການປົວແປງໃຫ້ດີຂຶ້ນຢ່າງເຫັນໄດ້ຊັດ, ວຽກງານກໍ່ສ້າງພັກ ແລະລະບົບການເມືອງກໍ່ບັນລຸໄດ້ຜົນງານສຳຄັນ, ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບລັດທິສັງຄົມນິຍົມ, ຖືປະຊາຊົນເປັນໃຈກາງ, ເຮັດທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນ. ບົດບາດ ແລະຖານະທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ.

ໃນໄລຍະ 5 ປີຜ່ານມາ, ເຖິງວ່າສະພາບການຢູ່ພາກພື້ນ ແລະສາກົນມີການຜັນແປຢ່າງວ່ອງໄວ, ສັບສົນກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈ ແລະມີຄວາມມານະພະຍາຍາມສູງສົ່ງຂອງທົ່ວພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ, ຫວຽດນາມສືບຕໍ່ຍາດໄດ້ຜົນງານສຳຄັນໃນທຸກຂົງເຂດ: ຄື: ຮັກສາຄວາມໝັ້ນຄົງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບໝັ້ນຄົງເຂັ້ມແຂງ, ປົກປ້ອງອໍານາດອະທິປະໄຕແຫ່ງຊາດ, ກໍ່ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງປະເທດ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນ 10 ປະເທດໃນໂລກທີ່ມີລະດັບການເຕີບໂຕ GDP ສູງທີ່ສຸດດ້ວຍລະດັບການເຕີບໂຕ GDP ສະເລ່ຍໃນ 5 ປີຜ່ານມາຢູ່ໃນລະດັບ 5,9% ແລະຖ້າວ່າພະຍາດໂຄວິດ-19 ບໍ່ເກີດຂຶ້ນ, ຫວຽດນາມ ຈະບັນລຸໄດ້ລະດັບການພັດທະນາສູງກວ່າ 7% ຢ່າງແນ່ນອນ; ໃນຂົງເຂດວັດທະນະທຳ-ສັງຄົມ, ສາທາລະນະສຸກ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ ສືບຕໍ່ມີການພັດທະນາ ແລະກ້າວໜ້າໃນຫຼາຍດ້ານ, ຄື: ວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ດ້ວຍອັດຕາຄອບຄົວທຸກຍາກຫຼຸດລົງແຕ່ລະດັບ 10% ໃນປີ 2015 ເຫຼືອ 3% ໃນປີ 2020; ການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນສືບຕໍ່ບັນລຸໄດ້ຜົນງານສຳຄັນ, ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະເວທີສາກົນ.

ພິເສດໃນປີ 2020, ສະພາບການຢູ່ພາກພື້ນ ແລະໂລກມີການຜັນແປຢ່າງວ່ອງໄວ ແລະສັບສົນ, ໃນນັ້ນພະຍາດໂຄວິດ-19 ແລະໄພພິບັດທຳມະຊາດໄດ້ເກີດຂຶ້ນເປັນຕົ້ນແມ່ນ: ນ້ຳຖ້ວມ, ດິນເຊາະເຈື່ອນຢ່າງຮ້າຍແຮງຢູ່ທາງແຂວງພາກກາງ ແລະເຂດໄຕງວຽນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ສຳເລັດບົດບາດປະທານອາຊຽນ, ປະທານ AIPA 41 ແລະເຄື່ອນໄຫວຢ່າງຕັ້ງໜ້າໃນບົດບາດສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ສະໄໝ 2020 - 2021.

ບັນດາໄຊຊະນະນັ້ນເປັນການຢັ້ງຢືນແນວທາງທີ່ຖືກຕ້ອງ ແລະມີຫົວຄິດປະດິດສ້າງຂອງພັກກອມມູນິດຫວຽດນາມ, ແມ່ນພັກທີ່ມີກຳລັງຄວາມສາມາດຜ່ານຜ່າທຸກສິ່ງກີດຂວາງ, ຫຍຸ້ງຍາກລຳບາກ, ສູ້ຊົນຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາເອກະລາດແຫ່ງຊາດເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມໃນໂລກ.

ນັກຂ່າວ: ຮຽນທ່ານທູດ ແສງເພັດ ຮຸ່ງບຸນຍວງ, ບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຈະສົ່ງຜົນກະທົບແນວໃດຕໍ່ແຜນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີຈະມາເຖິງ?

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ: ອີງຕາມບັນດາຮ່າງເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລ້ວ, ແມ່ນໄດ້ຮັບການກະກຽມຢ່າງຮອບດ້ານ, ອຸດົມສົມບູນ ແລະຄົບຖ້ວນບົນພື້ນຖານເສີມຂະຫຍາຍລັກສະນະປະຊາທິປະໄຕ ແລະຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດານັກຄົ້ນຄວ້າ, ພະນັກງານ, ສະມາຊິກພັກ ແລະປະຊາຊົນດ້ວຍການເລືອກເຟັ້ນ, ຄົ້ນຄວ້າຄຳສະເໜີຢ່າງລະອຽດ ແລະເຕັມໄປດ້ວຍຈິດໃຈຮັບຜິດຊອບເພື່ອປະກອບສ່ວນສະຕິປັນຍາ ແລະຫົວຄິດປະດິດສ້າງຂອງທົ່ວພັກ.

ຂ້າພະເຈົ້າເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມຈະສົ່ງຜົນກະທົບຢ່າງຕັ້ງໜ້າເຖິງເສດຖະກິດ-ສັງຄົມຫວຽດນາມ ໃນອະນາຄົດ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ດ້ວຍຫົວຂໍ້ “ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງປົວແປງພາຍໃນພັກ ແລະລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງສາມັກຄີຂອງທົ່ວປວງຊົນ ສົມທົບກັບກຳລັງແຮງຂອງຍຸກສະໄໝ; ສືບຕໍ່ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງຢ່າງຮອບດ້ານ, ພັດທະນາໄວ ແລະຍືນຍົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ສູ້ຊົນຮອດກາງສະຕະວັດ XXI ນຳຫວຽດນາມ ກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ” ຫວຽດນາມ ຈະບັນລຸໄດ້ບັນດາເປົ້າໝາຍພັດທະນາຮອດປີ 2030 ສະເຫຼີມສະຫຼອງແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ - ພັດທະນາຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ແລະວາງອອກວິໄສທັດພັດທະນາປະເທດຫວຽດນາມ ຮອດປີ 2045 ສະເຫຼີມສະຫຼອງແຫ່ງວັນສ້າງຕັ້ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 100 ປີ - ກາຍເປັນປະເທດທີ່ມີລາຍຮັບສູງ.

ນັກຂ່າວ: ຕາມການສັງເກດ ແລະຕີລາຄາຂອງທ່ານທູດ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຮັບຄວາມສົນໃຈຈາກປະຊາຊົນຫວຽດນາມ ແລະເພື່ອນມິດສາກົນຄືແນວໃດ?

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ: ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຮັບຄວາມສົນໃຈຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະປະຊາຊົນຫວຽດນາມ ກໍ່ຄືເພື່ອນມິດສາກົນ, ພິເສດແມ່ນວຽກງານກະກຽມທາງດ້ານເນື້ອໃນ ແລະບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງນີີ້ແມ່ນມີການປ່ຽນແປງໃໝ່. ພັກກອມມູນິດຫວຽດນາມ ໄດ້ຖືເປັນສຳຄັນການເສີມຂະຫຍາຍຈິດໃຈປະຊາທິປະໄຕ, ກະຈ່າງແຈ້ງ, ປະຕິບັດຕາມຫຼັກການ, ຂັ້ນຕອນ, ຂໍ້ກຳນົດຢ່າງເຂັ້ມງວດ, ຮັບປະກັນການນຳພາຂອງພັກ.

ບັນດາເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ໄດ້ແນະນຳຕໍ່ສະມາຊິກພັກ, ພະນັກງານ ແລະຜ່ານກອງປະຊຸມຄົບຄະນະຫຼາຍຄັ້ງກໍ່ຄືແນະນຳຢ່າງເປີດເຜີຍໃຫ້ພົນລະເມືອງຢູ່ພາຍໃນ ແລະຕ່າງປະເທດໄດ້ປະກອບຄຳເຫັນຜ່ານສື່ສິ່ງພິມຕ່າງໆ.

ວຽກງານບຸກຄະລາກອນທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ກໍ່ໄດ້ຮັບການກະກຽມຢ່າງເຂັ້ມງວດຈາກຂັ້ນເມືອງຈົນຮອດຂັ້ນສູນກາງ, ຮັບປະກັນຄົບຮອບ 3 ລຸ້ນ: ໜຸ່ມ, ໄວກາງຄົນ ແລະການນຳຂັ້ນສູງ, ປະກອບສ່ວນຍົກສູງຄຸນນະພາບບຸກຄະລະກອນຂອງອົງຄະນະພັກທຸກຂັ້ນ ແລະວຽກງານກະກຽມບຸກຄະລະກອນໃຫ້ກອງປະຊຸມໃຫຍ່. ຄວາມຮຽກຮ້ອງຕ້ອງການກ່ຽວກັບມາດຕະຖານ, ໂຄງປະກອບ, ຈຳນວນ, ຄຸນນະພາບໄດ້ຮັບປະກັນເປັນຢ່າງດີ. ເບິ່ງລວມແລ້ວ, ວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກກອມມູນິດຫວຽດນາມ ໄດ້ຮັບການກະກຽມເປັນຢ່າງດີ, ເຂັ້ມງວດ, ມີການປ່ຽນແປງໃໝ່, ປະຕິບັດຕາມຂໍ້ກຳນົດ, ຕິດແທດກັບສະພາບການຕົວຈິງ, ສະແດງໃຫ້ເຫັນບັນຍາກາດ ປະຊາທິປະໄຕ, ສາມັກຄີ, ປິຕິຊົມຊື່ນ ແລະໄວ້ເນື້ອເຊື່ອໃຈ. ເພື່ອນມິດສາກົນໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ຂໍອວຍພອນພັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ປະສົບຜົນສຳເລັດຢ່າງຈົບງາມ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ສົມເພັດ