ດ້ານໜຶ່ງ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການໜູນຊ່ວຍ ແລະຮ່ວມເດີນທາງຂອງສະຫະປະຊາຊາດໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ, ເປັນຕົ້ນແມ່ນການໜູນຊ່ວຍອັນລ້ຳຄ່າ ແລະແທດຈິງກ່ຽວກັບແຫຼ່ງທຶນ, ພູມປັນຍາ, ເຕັກນິກໃນຊຸມເດືອນປີທີ່ຫຍຸ້ງຍາກພາຍຫຼັງສົງຄາມ. ດ້ານອື່ນ, ຫວຽດນາມ ກໍ່ແມ່ນສະມາຊິກຕັ້ງໜ້າເຂົ້າຮ່ວມ ແລະມີການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນ 3 ຂົງເຂດສຳຄັນຂອງສະຫະປະຊາຊາດແມ່ນສັນຕິພາບ-ສະຖຽນລະພາບ, ພັດທະນາ ແລະຮັບປະກັນສິດທິມະນຸດ.

leftcenterrightdel
ບັນດາປະເທດສະແດງຄວາມຍິນດີກັບຫວຽດນາມ ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ທີ່ກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ສະຫະປະຊາຊາດໃນວັນທີ 7-6-2019. ພາບ: ສຳນັກຂ່າວສານຊີນຮວາ.

ໃນຂົງເຂດສັນຕິພາບ-ສະຖຽນລະພາບ, ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍໃນການຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດສະຫະປະຊາຊາດໃນການແກ້ໄຂການປະທະກັນ, ການຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດໃດໜຶ່ງ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ. ຫວຽດນາມ ແມ່ນສະມາຊິກຂອງບັນດາສົນທິສັນຍາສາກົນກ່ຽວກັບການຫຼຸດຜ່ອນອາວຸດ, ຄື: ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT), ສົນທິສັນຍາເກືອດຫ້າມອາວຸດຊີວະສາດ (BWC), ສົນທິສັນຍາເກືອດຫ້າມອາວຸດເຄມີ (CWC)…  ໜຶ່ງຂີດໝາຍສຳຄັນຕ້ອງເວົ້າເຖິງ, ນັ້ນແມ່ນເລີ່ມແຕ່ປີ 2014, ຫວຽດນາມ ໄດ້ຈັດສົ່ງບັນດານາຍທະຫານໄປເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ ຊູດັງໃຕ້ ແລະ ສ. ອາຟະລິກາກາງ.

ໃນຂົງເຂດພັດທະນາ, ຈາກປະເທດທຸກຍາກຖືກປິດລ້ອມຂ້ຳບາດ, ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງແຮງເພື່ອກາຍເປັນປະເທດທີ່ມີລາຍຮັບປານກາງ. ຫວຽດນາມ ສາມາດເອກອ້າງທະນົງໃຈຍ້ອນວ່າດ້ວຍການໜູນຊ່ວຍຢ່າງມີປະສິດທິຜົນຂອງສະຫະປະຊາຊາດ, ພວກເຮົາໄດ້ກາຍເປັນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ. ໃນຂົງເຂດຮັບປະກັນສິດທິມະນຸດ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາຄວາມມານະພະຍາຍາມຊຸກຍູ້ສິດທິມະນຸດໃນໂລກ, ສະເໜີ ແລະໄດ້ຮັບຮອງເອົາມະຕິກ່ຽວກັບຜົນກະທົບການປ່ຽນແປງຂອງດິນຟ້າອາກາດຕໍ່ກັບສິດທິເດັກ, ຍົກອອກ ແລະເຂົ້າຮ່ວມຫຼາຍຂໍ້ລິເລີ່ມ, ຄື: ປົກປ້ອງສິດອອກແຮງງານຂອງຄົນພິການ, ຮັບປະກັນສະພາບແວດລ້ອມບ່ອນເຮັດວຽກທີ່ປອດໄພໃຫ້ແກ່ຜູ້ອອກແຮງງານຢູ່ທະເລ, ເພີ່ມທະວີການສຶກສາ, ປ້ອງກັນ ແລະຕ້ານການຄ້າແມ່ຍິງ ແລະເດັກນ້ອຍຍິງ... ຫວຽດນາມ ກໍ່ແມ່ນສະມາຊິກຂອງບັນດາສົນທິສັນຍາສາກົນຫຼັກແຫຼ່ງກ່ຽວກັບສິດທິມະນຸດ, ຄື: ສົນທິສັນຍາວ່າດ້ວຍບັດດາສິດພົນລະເຮືອນ ແລະການເມືອງ; ສົນທິສັນຍາສາກົນວ່າດ້ວຍບັນດາສິດເສດຖະກິດ, ວັດທະນະທຳ, ສັງຄົມ; ສົນທິສັນຍາວ່າດ້ວຍ ການລົບລ້າງທຸກຮູບການຈຳແນກການປະພຶດຕໍ່ກັບຜູ້ຍິງ...

ດ້ວຍບັນດາຄວາມມານະພະຍາຍາມ ແລະການປະກອບສ່ວນທີ່ມີປະສິດທິຜົນຕໍ່ກັບບັນດາການເຄື່ອນໄຫວ ແລະວິວັດການພັດທະນາຂອງສະຫະປະຊາຊາດ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈ, ຕີລາຄາສູງຈາກປະຊາຄົມ, ສະແດງອອກຢ່າງຈະແຈ້ງທີ່ສຸດຜ່ານເລືື່ອງຫວຽດນາມ ໄດ້ຮັບເລືອກຕັ້ງດ້ວຍຈຳນວນບັດສະໜັບສະໜູນສູງເຂົ້າບັນດາອົງການຂອງສະຫະປະຊາຊາດ, ຄື: ສະພາຄວາມໝັ້ນຄົງສະຫະປະຊາຊາດ (ອາຍຸການ 2008-2009), ສະພາເສດຖະກິດ-ສັງຄົມ (ສອງອາຍຸການ 1998-2000 ແລະ 2016-2018), ສະພາສິດທິມະນຸດ (ອາຍຸການ 2014-2016), ສະພາບໍລິຫານງານ UNESCO (ອາຍຸການ 2015-2019), ຄະນະກໍາມະການກົດໝາຍສາກົນ (ອາຍຸການ 2017-2021). ແລະຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈສູງຈາກບັນດາປະເທດສະມາຊິກ ສະຫະປະຊາຊາດ ເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021. ເລື່ອງຫວຽດນາມ ເປັນເທື່ອທີສອງໃນຮອບກວ່າ 10 ປີໄດ້ເລືອກຕັ້ງເປັນສະມາຊິກຂອງອົງການທີ່ມີບົດບາດສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນບໍ່ພຽງແຕ່ເປັນການຮັບຮູ້ຂອງປະຊາຄົມສາກົນຕໍ່ກັບຖານະບົດບາດຂອງຫວຽດນາມ ປ່ຽນແປງໃໝ່, ເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງເຂົ້າໃນການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ສຳລັບສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະສາກົນໃນຊຸມປີຈະມາເຖິງອີກດ້ວຍ.

ໂດຍແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບສະຫະປະຊາຊາດແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ. ບົນພື້ນຖານການພົວພັນອັນດີງາມກວ່າ 40 ປີຜ່ານມາ, ພວກເຮົາມີຄວາມປະເອີບໃຈຕໍ່ສາຍພົວພັນຫວຽດນາມ-ສະຫະປະຊາຊາດ ໃນໄລຍະທາງຂ້າງໜ້າ, ຜ່ານນັ້ນຕັ້ງໜ້າປະກອບສ່ວນໃຫ້ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອໃຫ້ທຸງສີຂຽວຟ້າຂອງສະຫະປະຊາຊາດ ຈະແມ່ນສີຂຽວຂອງສັນຕິພາບ, ຂອງການພັດທະນາແບບຍືນຍົງ, ແມ່ນສີຂຽວຂອງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຫວັງເຂົ້າໃນອະນາຄົດອັນສົດໃສ.

ໂດຍ: ແສງເດືອນ