ຫວຽດນາມ ຊົມເຊີຍ ກຳປູເຈຍ ແລະໄທ ລົງນາມໃນຖະແຫຼງການຮ່ວມໂດຍເຫັນດີເປັນເອກະສັນການຢຸດຍິງ
ກປ.ອອນໄລ - ຫວຽດນາມ ຊົມເຊີຍເລື່ອງກຳປູເຈຍ ແລະ ໄທ ລົງນາມໃນຖະແຫຼງການຮ່ວມທີ່ກອງປະຊຸມພິເສດ ຄັ້ງທີ 3 ຂອງຄະນະກຳມະການຊາຍແດນຮ່ວມ (GBC) ໃນວັນທີ 27 ທັນວາ 2025, ໄດ້ເຫັນດີເປັນເອກະສັນກ່ຽວກັບການຢຸດຍິງ ແລະມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງສອງປະເທດ.
ວັນທີ 27 ທັນວາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ຖະແຫຼງການຮ່ວມທີ່ຫາກໍ່ບັນລຸໄດ້ທີ່ກອງປະຊຸມພິເສດ ຄັ້ງທີ 3 ຂອງຄະນະກຳມະການຊາຍແດນຮ່ວມ (GBC) ລະຫວ່າງກຳປູເຈຍ ແລະໄທ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຊົມເຊີຍເລື່ອງກຳປູເຈຍ ແລະໄທ ລົງນາມໃນຖະແຫຼງການຮ່ວມທີ່ກອງປະຊຸມພິເສດ ຄັ້ງທີ 3 ຂອງຄະນະກຳມະການຊາຍແດນຮ່ວມ (GBC) ເມື່ອວັນທີ 27 ທັນວາ 2025, ໄດ້ເຫັນດີເປັນເອກະສັນກ່ຽວກັບການຢຸດຍິງ ແລະມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງສອງປະເທດ.
    |
 |
|
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baochinhphu.vn |
ຫວຽດນາມ ເຊື່ອໝັ້ນວ່າ ສອງປະເທດຈະປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຖະແຫຼງການຮ່ວມຢ່າງມີປະສິດທິຜົນ, ສືບຕໍ່ເຈລະຈາເພື່ອແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານຫຼັກການໂດຍພື້ນຖານຂອງກົດໝາຍສາກົນ, ກົດບັດ ສະຫະປະຊາຊາດ, ກົດບັດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້, ສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ແລະບົນຈິດໃຈມິດຕະພາບ, ສາມັກຄີໃນອາຊຽນ, ເພື່ອຜົນປະໂຫຍດອັນຍາວນານຂອງສອງຝ່າຍ ແລະຂອງພາກພື້ນ, ຫວຽດນາມ ຈະສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ພ້ອມແລ້ວທີ່ຈະແລກປ່ຽນຄຳຄິດເຫັນກັບທັງສອງປະເທດ, ເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງອາຊຽນ ເພື່ອແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງສອງປະເທດ, ໃນນັ້ນມີການເພີ່ມທະວີປະສິດທິຜົນຂອງກຸ່ມສັງເກດການອາຊຽນ (AOT)”.
ໂດຍ: ທູຈາງ