ດ້ວຍຫົວຂໍ້ “ແຂ່ງຂັນປ່ຽນແປງໃໝ່, ປະດິດຄິດສ້າງ, ເພີ່ມຄວາມໄວບຸກທະລຸນຳປະເທດກ້າວເຂົ້າສູ່ສັງກາດພັດທະນາຢ່າງເຂັ້ມແຂງແຮງກ້າ, ສີວິໄລ, ວັດທະນາຖາວອນ”, ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ 11 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມມີບັນດາການນຳ, ອະດີດການນຳພັກ, ລັດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ; ການນຳສະພາແຂ່ງຂັນ - ຍ້ອງຍໍສູນກາງ ຜ່ານສະໄໝຕ່າງໆ… ພ້ອມກັບຜູ້ແທນ 2.223 ຄົນ.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃຫຍ່, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ, ຊີ້ແຈ້ງວ່າ: “ໃນບັນດາຜົນງານສຳຄັນຂອງ ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຈາກບັນດາຂະບວນການແຂ່ງຂັນຮັກຊາດໃນໄລຍະ 5 ປີຜ່ານມາ. ມີຫຼາຍຂະບວນການແຂ່ງຂັນຮັກຊາດມີຂອບຂະໜາດ, ມີລວງເລິກ, ມີກຳລັງແຜ່ຂະຫຍາຍຢ່າງແຮງ, ຄື: “ຂະບວນການຍູ້ແຮງການພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ; ປະຕິບັດການປະຢັດ, ຕ້ານການຟູມເຟືອຍ”. ຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພປີ 2025; ຂະບວນການ “500 ວັນທັງເວັນ ແລະຄືນກໍ່ສ້າງເສັ້ນທາງບົກຄວາມໄວສູງກວ່າ 3.000 ກມ…”
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ກອງປະຊຸມ. ພາບ: vovworld.vn |
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ຫົວໜ່ວຍ, ທ້ອງຖິ່ນ… ລະດົມກຳລັງໃຈບັນດາແບບຢ່າງດີເດັ່ນ, ຂໍ້ລິເລີ່ມດີເດັ່ນ, ວິທີເຮັດທີ່ມີປະສິດທິຜົນ.
“ໃນໄລຍະປະຕິວັດໃໝ່, ການແຂ່ງຂັນຮັກຊາດຕ້ອງກາຍເປັນລະບົບຊີວະພາບຂະຫຍັນຂັນເຄື່ອນເພື່ອໃຫ້ທຸກແຜນນະໂຍບາຍທີ່ຖືກຕ້ອງໄດ້ຫັນປ່ຽນເປັນການກະທຳຢ່າງແທດຈິງ; ບັນດາໜ້າທີ່ການເມືອງໄດ້ຫັນເປັນຈິດໃຈທີ່ມີຄວາມຮັບຜິດຊອບ, ວຽກງານລະອຽດ, ມີເປົ້າໝາຍໄປເຖິງຢ່າງຈະແຈ້ງເພື່ອໃຫ້ປະຊາຊົນລ້ວນແຕ່ເຫັນວ່າ ຕົນເອງແມ່ນເຈົ້າກຳຂອງການພັດທະນາ, ໄດ້ຊົມໃຊ້ບັນດາຜົນງານຂອງການອອກແຮງງານ, ປະດິດຄິດສ້າງ.”
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານປະເທດ ເລືອງເກື່ອງ ໄດ້ມອບນາມມະຍົດວິລະຊົນໃຫ້ 17 ໝູ່ຄະນະ, ສ່ວນບຸກຄົນ.
ກອງປະຊຸມໃຫຍ່ນີ້ມີໜ້າທີ່ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະວຽກງານຍ້ອງຍໍ ໄລຍະ 2021-2025; ເຊີດຊູ, ຍ້ອງຍໍບັນດາບຸກຄົນ, ກົມກອງລວມໝູ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະວາງອອກທິດທາງ, ໜ້າທີ່ ແລະສືບຕໍ່ປ່ຽນແປງໃໝ່ວຽກງານແຂ່ງຂັນ, ຍ້ອງຍໍໃນໄລຍະ 5 ປີຈະມາເຖິງ, ປະກອບສ່ວນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ ໄລຍະ 2026-2030 ຢ່າງໝັ້ນຄົງ, ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນພັດທະນາໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນຂອງຊາດ.
ໂດຍ: ກວຽດເຕິມ