ນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງໄຟຟ້າ ຕ້ອງຕອບສະໜອງຄຳຮຽກຮ້ອງພັດທະນາປະເທດຊາດ
ດ້ວຍຫົວຂໍ້ “ກໍ່ສ້າງອົງຄະນະພັກປອດໃສ, ໝັ້ນຄົງເຂັ້ມແຂງ; ປ່ຽນແປງໃໝ່, ປະດິດຄິດສ້າງ, ບຸກທະລຸ, ພັດທະນາກຸ່ມບໍລິສັດຍືນຍົງໃນສັງກາດບຸກບືນຂອງຊາດ”, ກອງປະຊຸມໃຫຍ່ອົງຄະນະພັກກຸ່ມບໍລິສັດໄຟຟ້າຫວຽດນາມ ຄັ້ງທີ IV, ອາຍຸການ 2025 – 2030 ໄດ້ດຳເນີນໃນຕອນເຊົ້າວັນທີ 10 ສິງຫາ ຢູ່ຮ່າໂນ້ຍ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່. ພາບ: vov.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຂະແໜງໄຟຟ້າຕ້ອງຮັບປະກັນຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ, ເປັນເຈົ້າການໃນດ້ານເຊື້ອໄຟຮັບໃຊ້ການຜະລິດໄຟຟ້າ, ເພີ່ມລະດັບຄວາມໄວ, ບຸກທະລຸ, ກ້າຫານກວ່າອີກໃນການພັດທະນາແຫຼ່ງ ແລະຕາໜ່າງໄຟຟ້າ, ພິເສດແມ່ນໄຟຟານິວເຄຼຍ, ໄຟຟ້າສະອາດ, ສູ້ຊົນບືນຕົວຂຶ້ນນອນໃນ Top 3 ໃນ ອາຊຽນ, ຊ້ຳບໍ່ໜຳແມ່ນສູງກວ່າອີກ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ IV ຂອງກຸ່ມບໍລິສັດ ຈະສ້າງກຳລັງໜູນໃໝ່ຊຸກຍູ້ກຸ່ມບໍລິສັດປະກອບສ່ວນສຳຄັນເຂົ້າໃນພາລະກິດຫັນປະເທດເປັນອຸດສາຫະກຳ, ທັນສະໄໝ; ສົມກັບບົດບາດນຳໜ້າຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ແຫຼ່ງຄັດຈາກ: vovworld.vn