ກອງປະຊຸມຄັ້ງທີ 48 ຂອງຄະນະປະຈຳສະພາແຫ່ງຊາດ ຈະໄຂຂຶ້ນໃນຕອນເຊົ້າວັນທີ 11 ສິງຫາ ແລະດຳເນີນພາຍໃນ 3 ວັນ ຢູ່ຫໍສະພາແຫ່ງຊາດ. ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຈະກ່າວຄຳປາໄສໄຂກອງປະຊຸມ ແລະພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນບໍລິຫານບັນດາເນື້ອໃນຂອງກອງປະຊຸມ.
ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ການອະພິປາຍ, ຮັບເອົາຄຳເຫັນ, ດັດປັບ, ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍບາງສະບັບ. ຄະນະປະຈຳສະພາແຫ່ງຊາດ ກໍຈະປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການນຳໃຊ້ງົບປະມານທ້ອງຖິ່ນໜູນຊ່ວຍຄ່າໃຊ້ຈ່າຍໃຫ້ແກ່ບັນດາໂຄງການຂອງກຸ່ມບໍລິສັດ Samsung ທີ່ລົງທຶນຢູ່ ຫວຽດນາມ ອີກດ້ວຍ.
ແຫຼ່ງຄັດຈາກ: vovworld.vn
Type the code from the image