leftcenterrightdel
ລາຍການສະແດງສິລະປະການເມືອງຢູ່ ຮ່າໂນ້ຍ. ພາບ: qdnd.vn

ລາຍການດັ່ງກ່າວ ໂດຍ ຄະນະພັກການທະຫານສູນກາງ ຊີ້ນຳ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນເຈົ້າພາບ ແລະສົມທົບກັບບັນດາທ້ອງຖິ່ນຈັດຕັ້ງປະຕິບັດ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ພ້ອມດ້ວຍການນຳພັກ, ລັດຫຼາຍທ່ານ ໄດ້ເຂົ້າຮ່ວມລາຍການຢູ່ ຮ່າໂນ້ຍ, ເຫວ້ ແລະນະຄອນ ໂຮ່ຈີມິນ.

ລາຍການສະແດງສິລະປະການເມືອງ “ພາຍໃຕ້ຄັນທຸງອັນສະຫງ່າ” ໄດ້ວາດພາບເຖິງບັນຍາກາດປະຫວັດສາດທີ່ສັກກະລະບູຊາ, ສະຫງ່າອົງອາດຂອງບັນດາຂີດໝາຍປະຫວັດສາດ: ການປະຕິວັດເດືອນສິງຫາ, ວັນປະກາດເອກະລາດ ທີ 2 ກັນຍາ 1945, ບັນຍາກາດອັນຟົດເດືອດຂອງຮ່າໂນ້ຍ ໃນຕະຫຼອດ 60 ວັນ ແລະຄືນ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ; ວັນຍາດໄດ້ສິດປົກຄອງ ນະຄອນຫຼວງ... ແລະບັນດາເລື່ອງລາວຂອງນັກຮົບທີ່ພ້ອມແລ້ວເສຍສະຫຼະເລືອດເນື້ອຂອງຕົນ ເພື່ອປະກອບສ່ວນສ້າງໜ້າປະຫວັດສາດ, ຜູ້ເປັນແມ່, ເປັນເມຍທີ່ລໍຄອຍຜູ້ເປັນຜົວ, ຜູ້ເປັນລູກອອກສະໜາມຮົບໂດຍບໍ່ມີວັນກັບຄືນ...

ລາຍການໄດ້ປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ອຸດົມການປະຕິວັດ, ສ້າງຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະຄວາມຄາດຫວັງອຸທິດສ່ວນໃຫ້ແກ່ລຸ້ນໜຸ່ມປັດຈຸບັນ.

ແຫຼ່ງຄັດຈາກ: vovworld.vn