ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ
ກປ.ອອນໄລ - ໃນເວລາ 14 ໂມງຂອງວັນທີ 10 ສິງຫາ (ຕາມເວລາທ້ອງຖິ່ນ), ເຮືອບິນໂດຍສານ ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນທະຫານ Seongnam ຢູ່ນະຄອນຫຼວງເຊອູນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ແຕ່ວັນທີ 10 - 13 ສິງຫາ 2025, ຕາມຄຳເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ແລະພັນລະຍາ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ໄປຮອດສະໜາມບິນທະຫານ Seongnam ຢູ່ນະຄອນຫຼວງເຊອູນ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນທະຫານ Seongnam, ຝ່າຍ ສ.ເກົາຫຼີ ມີ: ທ່ານ Cho Hyun ລັດຖະມົນຕີການຕ່າງປະເທດ; ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ ແລະພັນລະຍາ; ຜູ້ບັນຊາການສະໜາມບິນທະຫານ Seongnam. ຝ່າຍຫວຽດນາມ ມີທ່ານ ຫວູໂຮ່ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ໄປຮອດນະຄອນຫຼວງ ເຊອູນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານ ຫວຽດນາມ. |
ພາຍຫຼັງ 30 ກວ່າປີນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ກາຍເປັນແບບຢ່າງແຫ່ງການພົວພັນທີ່ພິເສດ, ມີປະສິດທິຜົນ ແລະມີເນື້ອແທ້. ຂອບເຂດການພົວພັນຂອງສອງຝ່າຍ ບັນລຸໄດ້ລະດັບສູງສຸດ, ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢູ່ໃນລະດັບສູງ ເນື່ອງມາຈາກການຮ່ວມມືທີ່ແທດຈິງໃນຫຼາຍຂົງເຂດໄດ້ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ ແລະວິສາຫະກິດຂອງສອງປະເທດ.
    |
 |
ພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ຢູ່ສະໜາມບິນທະຫານ Seongnam. ພາບ: ສໍານັກຂ່າວສານຫວຽດນາມ. |
ປັດຈຸບັນ, ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ສຸດຂອງຫວຽດນາມ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ. ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າ ທີ່ ສ.ເກົາຫຼີ ໃຫ້ການຊ່ວຍເຫຼືອພັດທະນາ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ແຮງງານ, ການທ່ອງທ່ຽວ ແລະການຮ່ວມມືໃນຂົງເຂດອື່ນໆ ໄດ້ເປັນສັກຂີພິຍານແກ່ບັນດາໝາກຜົນອັນສຳຄັນ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງທັງທາງດ້ານປະລິມານ ແລະຄຸນນະພາບ. ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ, ເຊິ່ງແມ່ນໜຶ່ງໃນບັນດາການຮ່ວມມືທີ່ຄາດວ່າຈະແມ່ນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ, ສອງປະເທດບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ໃນສະພາບການທີ່ ຫວຽດນາມ ພວມສ້າງ ແລະຜັນຂະຫຍາຍປະຕິບັດບັນດາການກໍານົດທິດພັດທະນາໃຫຍ່ຂອງປະເທດ, ການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຄັ້ງນີ້ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກວ່າອີກນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະກໍ່ແມ່ນການເຄື່ອນໄຫວຕ່າງປະເທດສຳຄັນ ເພື່ອແນໃສ່ຍູ້ແຮງການປະຕິບັດມະຕິເລກທີ 59 ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ ໃນສະພາບການໃໝ່.
ໂດຍ: ໄຊຊະນະ