ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ, ທ່ານ ຈົ່ງໃຫ້ຮູ້ກ່ຽວກັບຈຸດປະສົງ ແລະຄວາມໝາຍຂອງການໄປຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ: ໂດຍໄດ້ຮັບຄຳເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ສ.ເກົາຫຼີ ແຕ່ວັນທີ 10 – 13 ສິງຫາ 2025. ນີ້ກໍ່ແມ່ນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຄັ້ງທໍາອິດຂອງທ່ານ ໂຕເລິມ ໃນຖານະຕໍາແໜ່ງໃໝ່.  ເລື່ອງຝ່າຍ ສ.ເກົາຫຼີ ເຊື້ອເຊີນທ່ານເລຂາທິການໃຫຍ່ ໄປຢ້ຽມຢາມໃນຖານະເປັນ “ແຂກລະດັບຊາດ” ຜູ້ທຳອິດໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຝ່າຍ ສ.ເກົາຫຼີ ຕໍ່ກັບການພົວພັນກັບຫວຽດນາມ ກໍຄືກັບສ່ວນຕົວທ່ານເລຂາທິການໃຫຍ່.

ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປໃນຈຸດເວລາທີ່ສະພາບການພາກພື້ນ ແລະສາກົນ ພວມປະສົບກັບຄວາມຫຍຸ້ງຍາກ ແລະຂາດສະຖຽນລະພາບໃນຫຼາຍດ້ານ ຄື: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ... ສ.ເກົາຫຼີ ແລະຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງກັນໃນຫຼາຍຂົງເຂດ, ຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແຮງງານ, ການພົບປະແລກປ່ຽນປະຊາຊົນ. ນີ້ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍລົງເລິກແລກປ່ຽນຍຸດທະສາດ, ວາງທິດທາງ ແລະມາດຕະການເພື່ອນໍາການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແທດຈິງ, ຮອບດ້ານ ແລະມີປະສິດທິຜົນ; ພ້ອມກັນນັ້ນ, ກໍ່ເປີດກວ້າງການກຳນົດທິດພັດທະນາໃໝ່ໃນບັນດາຂົງເຂດຮ່ວມມືທີ່ສຳຄັນ ແລະມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ຜ່ານນັ້ນນຳເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ.

ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສົ່ງສານເຖິງເພື່ອນມິດ ສ.ເກົາຫຼີ, ປະຊາຄົມສາກົນ ກ່ຽວກັບຄວາມຕັດສິນໃຈ ແລະຄວາມມຸ່ງມາດປາດຖະໜາຢາກສ້າງສາປະເທດໃຫ້ຮັ່ງມີເຂັ້ມແຂງ, ດຶງດູດແຫຼ່ງກຳລັງສາກົນໃຫ້ໄດ້ຢ່າງສຸດຂີດເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາໃນສັງກາດໃໝ່ຂອງປະເທດຊາດ. ໃນສະພາບການ ທີ່ຫວຽດນາມ ພວມຢູ່ໃນວິວັດການສ້າງ ແລະຜັນຂະຫຍາຍ, ຈັດຕັ້ງປະຕິບັດບັນດາການກໍານົດທິດພັດທະນາໃຫຍ່ຂອງປະເທດ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບແນວທາງນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ ແລະກໍ່ແມ່ນການເຄື່ອນໄຫວຕ່າງປະເທດທີ່ສຳຄັນເພື່ອຍູ້ແຮງການປະຕິບັດມະຕິ 59 ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ ໃນສະພາບການໃໝ່.

ດ້ວຍຄວາມໝາຍ ແລະຄວາມສຳຄັນດັ່ງກ່າວ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ  ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະຍົກສູງການຮ່ວມມືຢ່າງແທດຈິງລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ການຢ້ຽມຢາມ ຈະເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ ຄື: ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ໃນນັ້ນມີຂົງເຂດພະລັງງານ semiconductor, ການຮ່ວມມືດ້ານປັນຍາປະດິດ ກໍຄືການຮ່ວມມືໃນຂົງເຂດແບ່ງປັນບົດຮຽນປະສົບການ ແລະພັດທະນາອຸດສາຫະກຳວັດທະນະທຳ, ປະກອບສ່ວນແທດຈິງໃຫ້ແກ່ປະຊາຊົນ ກໍຄືປະຊາຄົມວິສາຫະກິດຂອງສອງປະເທດ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ຈົ່ງຕີລາຄາກ່ຽວກັບໝາກຜົນອັນພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະການຢ້ຽມຢາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະເປີດກວ້າງກຳລັງຄວາມສາມາດ, ທິດທາງໃດແດ່ ໃນການຢ້ຽມຢາມໃນໄລຍະຈະມາເຖິງ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງ ປະເທດຫວຽດນາມ: ອາດເວົ້າໄດ້ວ່າ, ພາຍຫຼັງ 30 ກວ່າປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໄດ້ກາຍເປັນແບບຢ່າງອັນພິເສດ, ມີປະສິດທິຜົນ ແລະມີເນື້ອແທ້. ຂອບເຂດການພົວພັນຂອງສອງຝ່າຍບັນລຸໄດ້ລະດັບສູງສຸດ, ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງແມ່ນຢູ່ໃນລະດັບສູງຍ້ອນການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດໄດ້ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ ແລະວິສາຫະກິດຂອງສອງປະເທດ.

ໃນດ້ານການເມືອງ, ການທູດ, ຫວຽດນາມ ແລະສ.ເກົາຫຼີ ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ຊຸກຍູ້ຜັດປ່ຽນກັນຜັນຂະຫຍາຍບັນດາກົນໄກຮ່ວມມື, ພິເສດແມ່ນໃນຂົງເຂດການເມືອງ, ການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. ເສດຖະກິດ, ການຄ້າ ແລະການລົງທຶນ ສືບຕໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມືສອງຝ່າຍ. ປັດຈຸບັນ, ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ສຸດຂອງຫວຽດນາມ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ. ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າ ທີ່ ສ.ເກົາຫຼີ ໃຫ້ການຊ່ວຍເຫຼືອພັດທະນາ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ແຮງງານ, ການທ່ອງທ່ຽວ ແລະການຮ່ວມມືໃນຂົງເຂດຕ່າງໆ ກໍບັນລຸໄດ້ບັນດາຜົນງານທີ່ສຳຄັນ, ມີການປ່ຽນແປງທັງດ້ານປະລິມານ ແລະຄຸນນະພາບຢ່າງບໍ່ຢຸດຢັ້ງ. ໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກຳ, ໜຶ່ງໃນບັນດາການຮ່ວມມືທີ່ໄດ້ຕັ້ງຄວາມຫວັງໄວ້ ວ່າຈະເປັນເສົາຄ້ຳໃໝ່ ໃນການພົວພັນສອງຝ່າຍ, ສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ໃນນັ້ນມີໂຄງການໜູນຊ່ວຍພັດທະນາສູນນະວັດຕະກໍາແຫ່ງຊາດ, ໂຄງການສະຖາບັນວິທະຍາສາດ ແລະເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ (VKIST) ຢູ່ ຮວ່າລາກ, ສູນເຕັກໂນໂລຊີ ເກິ່ນເທີ... ການຮ່ວມມືໃນຂົງເຂດແຮງງານ, ການພົບປະແລກປ່ຽນປະຊາຊົນ ສືບຕໍ່ພັດທະນາຢ່າງຕໍ່ເນື່ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສອງຝ່າຍ.  ພວກເຮົາ ມີຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ປະມານ 350.000 ຄົນ ແລະ ຊາວ ສ.ເກົາຫຼີ ກວ່າ 200.000 ຄົນອາໄສຢູ່ຫວຽດນາມ, ໃນນັ້ນມີ 100.000 ກວ່າຄອບຄົວມີຫຼາຍວັດທະນະທຳ ແລະປະມານ 100 ທ້ອງຖິ່ນຂອງສອງຝ່າຍມີການພົວພັນພົບປະແລກປ່ຽນມິດຕະພາບປະຊາຊົນ.

ຄຽງຄູ່ກັນນັ້ນ, ການແລກປ່ຽນ, ສົມທົບກັນດ້ານຍຸດທະສາດຂອງສອງປະເທດ ໃນເວທີປາໄສພາກພື້ນ ແລະສາກົນ ໃນການແກ້ໄຂບັນດາ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນພາກພື້ນ ແລະສາກົນ ໄດ້ຮັບການຮັດແໜ້ນ ແລະເພີ່ມທະວີ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຢູ່ພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ ຈະແມ່ນກຳລັງໜູນ ແລະແຫຼ່ງບັນດານໃຈ ເພື່ອໃຫ້ຫວຽດນາມ ແລະສ.ເກົາຫຼີ ສືບຕໍ່ເສີມຂະຫຍາຍ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ໄຊຊະນະ