ທ່ານນາຍົກລັດຖະມົນຕີ ໃຫ້ກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 249 ທີ່ພວມປະຕິບັດໜ້າທີ່ຢູ່ເຂດຂົວຟູ ຟອງເຈົາ
ກປ.ອອນໄລ - ຕອນເຊົ້າວັນທີ 9 ສິງຫາ, ຢູ່ເຂດຂົວຟູຟອງເຈົາ, ແຂວງຝູທໍ້, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມ, ໃຫ້ກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 249/ເຫຼົ່າຮົບຊ່າງແສງ ທີ່ພວມປະຕິບັດໜ້າທີ່ຮັບປະກັນການສັນຈອນໄປມາຢູ່ທີ່ນີ້.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ລົງຢ້ຽມຢາມ, ໃຫ້ກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 249/ເຫຼົ່າຮົບຊ່າງແສງ ທີ່ພວມປະຕິບັດໜ້າທີ່ຮັບປະກັນການສັນຈອນໄປມາຢູ່ເຂດຂົວຟູ ຟອງເຈົາ, ແຂວງຝູທໍ້. ພາບ: qdnd.vn |
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຍ້ອງຍໍຊົມເຊີຍນໍ້າໃຈຮັບຜິດຊອບ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບກອງພົນນ້ອຍ 249. ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ: ເກືອບໜຶ່ງປີຜ່ານມາ, ນັບແຕ່ເມື່ອຂົວ ຟອງເຈົາ ຖືກພັງທະລາຍ, ທາງກົມກອງໄດ້ລະດົມກຳລັງ, ຕັ້ງໜ້າເຮັດວຽກງານກະກຽມ, ຈັດຕັ້ງການກ່າຍຂົວຟູ ແລະຮັບປະກັນການສັນຈອນໄປມາໃຫ້ແກ່ປະຊາຊົນ, ລົດໃຫຍ່, ລົດຈັກ, ລົດຖີບຈໍານວນຫຼາຍລ້ານຖ້ຽວຂ້າມຂົວຢ່າງສະດວກ. ຮູບພາບນັກຮົບຊ່າງແສງ ໃນ ຂົວຟູ ຟອງເຈົາ ໄດ້ສ້າງຄວາມປະທັບໃຈອັນດີງາມໃນໃຈປະຊາຊົນ; ໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງເວົ້າລວມ ເວົ້າສະເພາະແມ່ນກອງພົນນ້ອຍ 249 ແມ່ນມິດງຽບແຕ່ມີຄວາມໝາຍສຳຄັນຍິ່ງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ .
ບັນດາຄຳລະດົມກໍາລັງໃຈຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ບໍ່ພຽງແຕ່ແມ່ນການລະດົມສົ່ງເສີມຢ່າງທັນການເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງການເອົາໃຈໃສ່ອັນເລິກເຊິ່ງຂອງພັກ, ລັດ ທີ່ມີຕໍ່ກຳລັງປະກອບອາວຸດ ເວົ້າລວມເວົ້າສະເພາະແມ່ນເຫຼົ່າຮົບຊ່າງແສງ ອີກດ້ວຍ. ການເອົາໃຈໃສ່ນີ້ຈະແມ່ນກໍາລັງໜູນອັນໃຫຍ່ຫຼວງ ເພື່ອໃຫ້ພະນັກງານ, ນັກຮົບກອງພົນນ້ອຍ 249 ສືບຕໍ່ເສີມຂະຫຍາຍມູນເຊື້ອ “ເປີດທາງສູ່ໄຊຊະນະ” ຂອງທະຫານຊ່າງແສງຫວຽດນາມ ວິລະຊົນ, ປະຕິບັດສຳເລັດທຸກໜ້າທີ່ທີ່ ໄດ້ຮັບມອບໝາຍ, ກ່ອນອື່ນໝົດແມ່ນ “ຮັກສາແນວຮົບທາງນໍ້າ” ແລະ “ກໍ່ສ້າງສໍາເລັດຂົວ ຟອງເຈົາ ແຫ່ງໃໝ່”.
ໂດຍ: ໄຊຊະນະ