leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ. ພາບ: nhandan.vn

ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າຢ່າງສະເໝີຕົ້ນສະເໝີປາຍ, ແມ່ນເພື່ອນມິດທີ່ຈິງຈັງ ແລະມີຄວາມໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດການພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍເພີ່ມທະວີການສົມທົບກັນ, ແບ່ງປັນຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ.

ສ່ວນທ່ານເອກອັກຄະລັດຖະທູດ Ito Naoki ເນັ້ນໜັກວ່າ ການພົວພັນຮ່ວມມື ຫວຽດນາມ ແລະຍີ່ປຸ່ນ ພວມນັ້ບມື້ນັບເລິກເຊິ່ງໃນຫຼາຍຂົງເຂດ, ບໍ່ພຽງແຕ່ເສດຖະກິດ, ການຄ້າ, ການລົງທຶນເທົ່ານັ້ນ ຫາກຍັງໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຍີ່ປຸ່ນ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ ແລະມີຄວາມປາດຖະໜາຢາກຮ່ວມເດີນທາງໜູນຊ່ວຍຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍຫັນປະເທດຊາດເປັນອຸດສາຫະກຳ ແລະທັນສະໄໝ ກໍ່ຄືກາຍເປັນປະເທດພັດທະນາ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ