ຍູ້ແຮງການຮ່ວມມືສອງຝ່າຍ ຫວຽດນາມ-ອາກເມນີ ຢ່າງຮອບດ້ານ
ຕີລາຄາສູງການຢ້ຽມຢາມອາກເມນີ ຢ່າງເປັນທາງການຂອງທ່ານ ເຈິ່ນແທງເໝິນ, ທ່ານ Vahagn Khachaturyan ປະທານາທິບໍດີອາກເມນີ ຢືນຢັນວ່າ ການຢ້ຽມຢາມອາກເມນີ ຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໄດ້ເປັນຂີດໝາຍສຳຄັນໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະເປີດກວ້າງການຮ່ວມມື ຫວຽດນາມ-ອາກເມນີ.
ທ່ານ ເຈິ່ນແທງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບອາກເມນີ; ປາດຖະໜາຢາກຊຸກຍູ້, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການຮ່ວມມືສອງຝ່າຍຢ່າງຮອບດ້ານ, ຍາວນານ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Vahagn Khachaturyan ປະທານາທິບໍດີ ອາກເມນີ. ພາບ: qdnd.vn |
ສ່ວນທ່ານ Vahagn Khachaturyan ປະທານາທິບໍດີອາກເມນີ ເນັ້ນໜັກວ່າ: ດ້ວຍພື້ນຖານການພົວພັນທີ່ເປັນມູນເຊື້ອ, ມິດຕະພາບຢ່າງໝັ້ນຄົງ, ດ້ວຍເປົ້າໝາຍຂອງທັງສອງຝ່າຍ ເພື່ອພັດທະນາປະເທດຊາດຢ່າງເຂັ້ມແຂງ, ສອງປະເທດຈະສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ສາທາລະນະສຸກ, ການທ່ອງທ່ຽວ, ພື້ນຖານໂຄງລ່າງ, ເຊື່ອມຕໍ່ການຄົມມະນາຄົມເພື່ອຮັບປະກັນການເຊື່ອມຕໍ່ລະຫວ່າງບັນດາພື້ນຖານເສດຖະກິດຢ່າງສະດວກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍຢ່າງສຸດຂີດ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສອງຝ່າຍ.
ໃນບັນຍາກາດທີ່ຈິງໃຈ ແລະເປີດອົກເປີດໃຈ, ການນຳສອງປະເທດໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາກ້າວການພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ອາກເມນີ ໃນຫຼາຍຂົງເຂດ; ຮັບຮູ້ເລື່ອງຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານບັນດາຊ່ອງທາງທີ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນເພື່ອສືບຕໍ່ປັບປຸງການພົວພັນ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຕອບສະໜອງຜົນປະໂຫຍດຂອງສອງປະເທດ; ຕີລາຄາສູງທ່າການເຕີບໂຕຢ່າງຕັ້ງໜ້າຂອງການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ.
ລົງນາມສັນຍາຮ່ວມມືລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ-ອາກເມນີ
ຕອນເຊົ້າວັນທີ 3 ເມສາ, ຢູ່ຫໍສະພາແຫ່ງຊາດອາກເມນີ, ຢູ່ນະຄອນຫຼວງ Yerevan, ທ່ານ Alen Simonyan ປະທານສະພາແຫ່ງຊາດອາກເມນີ ໄດ້ເປັນປະທານພິທີຕ້ອນຮັບທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມອາກເມນີ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງທ່ານໄດ້ດຳເນີນການພົບປະເຈລະຈາ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Alen Simonyan ປະທານສະພາແຫ່ງຊາດ ອາກເມນີ. ພາບ: qdnd.vn |
ທ່ານ Alen Simonyan ປະທານສະພາແຫ່ງຊາດອາກເມນີ ໄດ້ສະແດງຄວາມເປັນກຽດເມື່ອໄດ້ຕ້ອນຮັບ ແລະພົບປະກັບທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ທີ່ມາຢ້ຽມຢາມອາກເມນີ ແລະຫວນຄືນຄວາມຊົງຈຳອັນເລິກເຊິ່ງໃນການຢ້ຽມຢາມຫວຽດນາມ ເມື່ອເດືອນ ພະຈິກ 2024; ເນັ້ນໜັກວ່າ ອາກເມນີ ຖືເປັນສໍາຄັນຕໍ່ຫວຽດນາມ ບໍ່ພຽງແຕ່ແມ່ນເພື່ອນມິດເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າແຖວໜ້າຂອງພາກພື້ນອີກດ້ວຍ.
ປະທານສະພາແຫ່ງຊາດສອງທ່ານ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ອາກເມນີ ມີບາດກ້າວພັດທະນາອັນດີງາມໃນຫຼາຍຂົງເຂດ ແລະຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງເພື່ອແນໃສ່ຊຸກຍູ້ ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ຕາມນັ້ນແລ້ວ, ປະທານສະພາແຫ່ງຊາດສອງທ່ານ ໄດ້ເຫັນດີເປັນເອກະພາບນຳກັນວ່າ ຄວນເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ.
ພາຍຫຼັງການພົບປະເຈລະຈາ, ປະທານສະພາແຫ່ງຊາດສອງທ່ານ ໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດອາກເມນີ. ການລົງນາມໃນສັນຍາຮ່ວມມືສ້າງກອບນິຕິກຳໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດໃນໄລຍະຈະມາເຖິງ.
ສະເໜີໃຫ້ສອງປະເທດມີຂໍ້ຕົກລົງຍົກເວັ້ນວີຊາໃຫ້ພົນລະເມືອງໂດຍໄວ
ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 3 ເມສາ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Hasmik Hakobyan ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກເມນີ-ຫວຽດນາມ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Hasmik Hakobyan ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກເມນີ-ຫວຽດນາມ. ພາບ: qdnd.vn |
ທ່ານນາງ Hasmik Hakobyan ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ວົງເງິນການຄ້າສອງຝ່າຍນັບມື້ນັບເພີ່ມຂຶ້ນ, ແຕ່ສອງປະເທດຍັງມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງເພື່ອຂຸດຄົ້ນ, ຊຸກຍູ້ ແລະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດສົ່ງອອກ, ນຳເຂົ້າບັນດາຜະລິດຕະພັນກະເສດ, ຜັກ, ຢາສູບ... ຕາມນັ້ນແລ້ວ, ປາດຖະໜາຢາກໃຫ້ຫວຽດນາມ ເປີດສະຖານທູດ ປະຈໍາ ອາກເມນີ ໂດຍໄວ, ພ້ອມທັງສອງປະເທດກໍຕ້ອງມີຂໍ້ຕົກລົງຍົກເວັ້ນວີຊາໃຫ້ພົນລະເມືອງໂດຍໄວເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ເປີດເສັ້ນທາງການບິນໂດຍກົງລະຫວ່າງສອງປະເທດ, ສ້າງເງື່ອນໄຂຍູ້ແຮງການຮ່ວມມືດ້ານການຄ້າ ແລະການລົງທຶນ.
ໂດຍໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ຫາກໍ່ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ອາກເມນີ, ທ່ານ ເຈິ່ນແທງເໝິນ ເຊື່ອໝັ້ນວ່າ ສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຈະເຄື່ອນໄຫວຢ່າງຕັ້ງໜ້າ, ເປັນຂົວຕໍ່ຊຸກຍູ້ການພົບປະແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງສະມາຊິກລັດຖະສະພາ, ສະມາຊິກສະພາແຫ່ງຊາດຍິງ, ສະມາຊິກລັດຖະສະພາໜຸ່ມ. ຮັບຮູ້ຂໍ້ສະເໜີດັ່ງກ່າວ, ທ່ານ ເຈິ່ນແທງເໝິນ ໃຫ້ຮູ້ວ່າ ຈະມອບໃຫ້ອົງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະພິຈາລະນາໃນໄລຍະໄວທີ່ສຸດ.
ໂດຍ: ຈາງຫງວຽນ