ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງການຕ່າງປະເທດ ແລະຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ, ລັດຖະມົນຕີກະຊວງການຕ່າງປະເທດ ຕີມໍ ແລັດສະເຕ, ທ່ານເລຂາທິການໃຫຍ່ອາຊຽນ ແລະຜູ້ອຳນວຍການບໍລິຫານສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ (ສູນ AHA). ໂດຍຮັບການມອບສິດຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ ໂດ໊ຮຸ່ງວຽດ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຊອມ ອາຊຽນ-ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ |
ກອງປະຊຸມໄດ້ຮັບຟັງທ່ານລັດຖະມົນຕີການຕ່າງປະເທດ ໄທ ແລະມຽນມາ ແຈ້ງຂໍ້ມູນກ່ຽວກັບສະພາບການຄວາມເສຍຫາຍພາຍຫຼັງເຫດແຜ່ນດິນໄຫວ. ໃນນັ້ນ, ສະເພາະ ມຽນມາ, ຕາມການສະຖິຕິຢ່າງເປັນທາງການໄລ່ມາຮອດຕອນເຊົ້າວັນທີ 30 ມີນາ, ມີຜູ້ເສຍຊີວິດຈຳນວນ 1.644 ຄົນ, ເຮືອນຫຼາຍຮ້ອຍຫຼັງ, ພື້ນຖານໂຄງລ່າງຖືກເປ່ເພຢ່າງຮ້າຍແຮງ, ໃນນັ້ນມີໂຮງໝໍ, ກິດຈະການໂຄງລ່າງ, ສຳນັກງານຫຼາຍແຫ່ງ... ສຳນັກງານກະຊວງການຕ່າງປະເທດມຽນມາ ຢູ່ Nay Pyi Taw ກໍ່ຖືກເສຍຫາຍ ແລະບໍ່ມີຄວາມປອດໄພ, ພະນັກງານຕ້ອງຍ້າຍມາເຮັດວຽກຢູ່ກາງແຈ້ງ.
ສະແດງຄວາມເຫັນອົກເຫັນໃຈ ແລະແບ່ງປັນຄວາມເສົ້າສະຫຼົດໃຈກັບມຽນມາ ແລະໄທ, ບັນດາປະເທດ ອາຊຽນ ໄດ້ຢືນຢັນນ້ຳໃຈສາມັກຄີ, ໃຫ້ຄຳໝັ້ນສັນຍາຄຽງບ່າຄຽງໄຫຼ່ກັບ ມຽນມາ ແລະໄທ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ແລະຟື້ນຟູຫຼັງໄພພິບັດ. ບາງປະເທດອາຊຽນ ແຈ້ງວ່າ ໄດ້ ຫຼືມີແຜນໜູນຊ່ວຍມະນຸດສະທຳ ແລະຈັດສົ່ງໜ່ວຍກູ້ໄພໄປ ມຽນມາ ເພື່ອເຂົ້າຮ່ວມວຽກງານຊອກຫາ, ກູ້ຊີບກູ້ໄພ.
    |
 |
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸກເສີນຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ ມຽນມາ ແລະໄທ. ພາບ: ກະຊວງການຕ່າງປະເທດ. |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດ໊ຮຸ່ງວຽດ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຂອງລັດຖະບານ ແລະປະຊາຊົນຫວຽດນາມ ໄປຍັງ ໄທ ແລະມຽນມາ, ຢັ້ງຢືນວ່າ ຫວຽດນາມ ຈະຄຽງບ່າຄຽງໄຫຼ່ພ້ອມກັບສອງປະເທດເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ໃນຕໍ່ໜ້າ, ຫວຽດນາມ ກຳລັງດຳເນີນວຽກງານກະກຽມ ເພື່ອໜູນຊ່ວຍສິນຄ້າ, ວັດຖຸອຸປະກອນຫຼາຍປະເພດໃຫ້ແກ່ມຽນມາ ພ້ອມທັງຜັນຂະຫຍາຍພະນັກງານ, ນັກຮົບຈຳນວນ 100 ຄົນຂອງກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດຫວຽດນາມ ໄປຍັງ ມຽນມາ ເພື່ອເຂົ້າຮ່ວມວຽກງານກູ້ຊີບກູ້ໄພ.
ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກໍ່ຮຽກຮ້ອງມາຍັງບັນດາຝ່າຍຢູ່ມຽນມາ ຕ້ອງມີຄວາມຮັບຜິດຊອບໃນການຮັບປະກັນໃຫ້ວຽກງານໜູນຊ່ວຍມະນຸດສະທຳໄດ້ດຳເນີນໄປຢ່າງປອດໄພ, ບໍ່ຖືກກີດກັ້ນ ແລະໄປຮອດໄປເຖິງປະຊາຊົນຜູ້ທີ່ໄດ້ຮັບຜົນສະທ້ອນ. ພິເສດ, ນີ້ອາດຈະແມ່ນກາລະໂອກາດເພື່ອໃຫ້ບັນດາຝ່າຍຢູ່ມຽນມາ ພ້ອມກັນຢຸດຕິການປະທະກັນ, ຜ່ານນັ້ນຮ່ວມແຮງຮ່ວມໃຈກັນເຂົ້າຮ່ວມວຽກງານກູ້ໄພ, ມຸ່ງໄປເຖິງກິດຈະການຟື້ນຟູ ແລະສ້າງສາປະເທດຄືນໃໝ່, ນຳເອົາສັນຕິພາບ, ສະຖຽນລະພາບ ແລະພັດທະນາມາໃຫ້ປະຊາຊົນມຽນມາ.
ໂດຍ: ແສງເດືອນ